Breaking News

ແຟນຄຣັບແຫ່ແຊຣ໌!!! ລູກນໍ້າ ໂພສ “ແມ່ຍິງທີ່ເຮັດວຽກ ອາດຈະເບິ່ງຄອບຄົວບໍ່ໄດ້ດີ ແມ່ຍິງທີ່ດູແລຄອບຄົວໄດ້ດີ ອາດຈະຫາເງິນບໍ່ເກັ່ງ”

ແບ່ງປັນ

ແມ່ຍິງທຸກຄົນຕ້ອງເຄີຍຜ່ານຈຸດນີ້ ບໍ່ວ່າຈະເປັນເລື່ອງການເຮັດວຽກ ແລະ ການເປັນແມ່ບ້ານແມ່ເຮືອນ ເປັນຜູ້ດູແລຄອບຄົວພໍ່-ແມ່ ເມື່ອແຕ່ງງານໄປກໍຍັງມີໜ້າທີ່ ທີ່ຕ້ອງເບິ່ງແຍງລູກ-ຜົວອີກ ເມື່ອເຮັດບໍ່ໄດ້ກໍອາດຈະມີຫາງສຽງມາວ່າ ມີຄວາມບົກຜ່ອງ… ມື້ນີ້ ຂວັນໃຈຢາກໃຫ້ມາອ່ານ ຂໍ້ຄວາມຈາກ ສາວລູກນໍ້າ ທິດາລັດ ຊຸບຕາອັນດັບຕົ້ນໆຂອງລາວເຮົາ ທີ່ໂພສໄວ້ໃນ Facebook ສ່ວນຕົວ ລັກນະເປັນການບອກຄວາມໃນໃຈແທນແມ່ຍິງຫຼາຍຄົນ ຈົນແຟນຄຣັບແຫ່ແຊຣ໌ ເປັນຈໍາຫຼວງຫຼາຍວ່າ…

ຜູ້ຍິງ, ເຮັດວຽກ… ອາດຈະດູແລຄອບຄົວໃຫ້ສົມບູນບໍ່ໄດ້.

ຜູ້ຍິງ, ທີ່ດູແລຄອບຄົວໃຫ້ສົມບູນໄດ້…ອາດຈະຫາເງິນບໍ່ເກັ່ງ.

ຜູ້ຍິງ, ທີ່ເຊື່ອຟັງ…ອາດຈະອ່ອນແອ ບໍ່ກ້າສູ້ພຽງລຳພັງ ຕ້ອງການທີ່ເພິ່ງ.

ຜູ້ຍິງ, ທີ່ກ້າຫານ… ອາດຈະມີຄວາມຄິດເປັນຂອງໂຕເອງ.

ຜູ້ຍິງ, ທີ່ງາມ… ອາດຈະໃຊ້ຈ່າຍໂດຍບໍ່ເສຍດາຍເງິນ.

ຜູ້ຍິງ, ທີ່ປະຫຍັດ… ອາດຈະບໍ່ທັນສະໄໝ.

ຜູ້ຍິງ, ທີ່ມີຄວາມສາມາດ… ອາດຈະເອົາແຕ່ໃຈໂຕເອງ ບໍ່ຟັງເຫດຜົນ.

ຜູ້ຍິງ, ທີ່ສະຫລາດ… ອາດຈະບໍ່ມັກເພິ່ງໃຜ ມີຄວາມຄິດເປັນຂອງໂຕເອງ ມີຄວາມເປັນຜູ້ນຳສູງ.

ຜູ້ຍິງທີ່ພຽບພ້ອມ ແລະ ສົມບູນ ອາດຈະ #ບໍ່ມີໃນຊີວິດຈິງ ….
ແຕ່ມີຢູ່ໃນ #ຄວາມຝັນ #🌾#

#ມີຄົນອິດສາ
#ມີຄົນຊັງ
#ມີຄົນຊົມເຊີຍ
ແລະ #ມີຄົນດູຖູກ

ສິ່ງທີ່ຜູ້ຍິງຫລາຍໆຄົນຕ້ອງເຈິ… ຢາກໃຫ້ເບິ່ງໃຫ້ເຫັນ ແລະ ເບິ່ງລຶກກວ່ານີ້ ເພາະແຕ່ລະຄົນມີເຫດຜົນຂອງໂຕເອງ ທີ່ຈະເລືອກເປັນໃນຂໍ້ໃດຂໍ້ຫນຶ່ງໃນນີ້… ແຕ່ບໍ່ມີໃຜສາມາດເປັນໄດ້ທັ້ງຫມົດນີ້…

ບໍ່ມີໂຮງຮຽນໃດສອນໃນການເກີດເປັນຜູ້ຍິງທີ່ພຽບພ້ອມ ເພາະທຸກຄົນຕ່າງຕ້ອງເລືອກໃນສິ່ງທີ່ໂຕເອງມັກແລະຮັກ…😘

ຮຽບຮຽງ: Kuanjai Magazine

ຮູບພາບຈາກ: Louknum Thidalat Vongsili

ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166‭+856 20 52172698‬ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

ແບ່ງປັນ