Breaking News

ເພີ່ມແຮງໃຈໃຫ້ມີກໍາລັງໃຈເຮັດວຽກ!!! 7 ຂໍ້ຄິດດີໆ ສໍາລັບມະນຸດເງິນເດືອນ…

ແບ່ງປັນ

ເວົ້າເຖິງມະນຸດເງິນເດືອນແລ້ວ ເຊື່ອວ່າແຟນເພຈຂອງຂວັນໃຈສ່ວນຫຼາຍກໍາລັງເຮັດອາຊີບນີ້ຢູ່ ແລະ ບາງຄົນອາດຈະກໍາລັງເມື່ອຍ ໝົດໄຟ ກັບວຽກທີ່ເຮັດຢູ່ ເລີຍຢາກຈະນໍາເອົາຂໍ້ຄິດດີໆ ເພີ່ມແຮງໃຈໃຫ້ມີແຮງເຮັດວຽກຕໍ່ໄປ ມາໃຫ້ເຫຼົ່າມະນຸດເງິນເດືອນໄດ້ອ່ານເພື່ອເປັນກໍາລັງໃຈກັນ!!!

ຄວາມສໍາເລັດເລີ່ມຕົ້ນທີ່ການລົງມືເຮັດ

ຫາກເຈົ້າມີເປົ້າໝາຍ ຫຼືມີຄວາມຝັນ ຢ່າປ່ອຍໃຫ້ມັນເປັນພຽງແຕ່ຄວາມຝັນ ຢ່າດູຖູກຄວາມສາມາດຂອງຕົວເອງ ຈົ່ງເລີ່ມຕົ້ນວາງແຜນ ແລ້ວລົງມືເຮັດເພື່ອໃຫ້ຄວາມຝັນນັ້ນຈະກາຍເປັນຄວາມຈິງ “ຖ້າບໍ່ລອງແລ້ວຝັນໄປເລື້ອຍກໍບໍ່ມີວັນເປັນຄວາມຈິງໄດ້”

ຢ່າຢຸດພັດທະນາຕົນເອງ

ຄົນທີ່ລົ້ມເຫຼວສ່ວນຫຼາຍມາຈາກຄວາມຄິດຫຼົງຕົວເອງ ຄິດວ່າຕົວເອງເດັ່ນ ເໜືອກວ່າຄົນອື່ນ ແລະ ຢຸດພຽງເທົ່ານີ້ ບໍ່ຄິດຈະເພີ່ມສັກກະຍາພາບໃນການເຮັດວຽກ ຫຼືຊອກແນວທາງໃໝ່ໆ ມາເພື່ອເຮັດໃຫ້ວຽກມີປະສິດທິພາບເພີ່ມຂຶ້ນ ຢ່າລືມວ່າໂລກໝູນອ້ອມຕົວເອງຢູ່ຕະຫຼອດເວລາ ມີຜູ້ຄົນຫຼາກຫຼາຍທີ່ກໍາລັງເຝິກຝົນຕົນເອງ ຖ້າເຈົ້າມີຄວາມຄິດພຽງເທົ່ານີ້ ບອກໄດ້ເລີຍວ່າ ເຈົ້າບໍ່ມີວັນທີ່ຈະໄດ້ສໍາພັດກັບຄໍາວ່າ ປະສົບຄວາມສໍາເລັດຢ່າງແທ້ຈິງ

พฤติกรรมทำลายสุขภาพ ที่มนุษย์เงินเดือนต้องระวัง

ກໍາລັງໃຈຈາກໃສກໍບໍ່ສໍາຄັນ ກໍາລັງໃຈຈາກຕົນເອງເທົ່ານັ້ນທີ່ໝັ້ນຄົງ

ໃນມື້ທີ່ເຈົ້າຕ້ອງພົບກັບອຸປະສັກຕ່າງໆ ກໍອາດຈະມີຫຼາຍໆຄົນທີ່ເຂົ້າມາປອບໃຈ ຫຼືໃຫ້ກໍາລັງໃຈ ແຕ່ຖ້າຫາກຈິດໃຈຂອງເຈົ້າຫົດຫູ່ ບໍ່ເຂັ້ມແຂງ ບໍ່ພ້ອມຝ່າຟັນ ເຈົ້າກໍບໍ່ສາມາດກ້າວຜ່ານອຸປະສັກຕ່າງໆ ໄປໄດ້ຢ່າງແນ່ນອນ ສິ່ງສໍາຄັນທີ່ຈະຊ່ວຍໄດ້ຄື ກໍາລັງໃຈຂອງຕົວເອງທີ່ເຂັ້ມແຂງເທົ່ານັ້ນແຫຼະ

ຮັບຟັງໃຫ້ຫຼາຍກວ່າເວົ້າ

ການຮັບຟັງຄວາມຄິດເຫັນຂອງຄົນອື່ນເປັນສິ່ງງ່າຍໆ ທີ່ອາດຈະເຮັດໄດ້ດີກວ່າການເວົ້າ ແຕ່ຈົ່ງຟັງຢ່າງເຂົ້າໃຈ ແລະ ຄິດພິຈາລະນາໃຫ້ຖີ່ຖ້ວນກ່ອນເວົ້າ ເພາະຄໍາເວົ້າທີ່ຫຼຸດອອກໄປຈາກປາກເຮົາແລ້ວ ມັນບໍ່ສາມາດແກ້ໄຂຫຍັງໄດ້.

ວິໄນຄືກະແຈສູ່ຄວາມສໍາເລັດ

ການຮູ້ຈັກຄວບຄຸມຕົວເອງ ໃຫ້ມີລະບຽບຮຽບຮ້ອຍໃນການເຮັດວຽກ ຊ່ວຍໃຫ້ເຈົ້າເຮັດວຽກຢ່າງເປັນລະບົບ ແລະ ປະສົບຄວາມສໍາເລັດໃນການເຮັດວຽກໄດ້ບໍ່ຍາກ ລວມໄປເຖິງການມີວິໄນດ້ານຕ່າງໆ

ຄວາມອົດທົນຄືຕົວຊ່ວຍໃຫ້ເຮົາຍ່າງໄປເຖິງຈຸດໝາຍປາຍທາງ

ສໍາລັບການເຮັດວຽກ ຖ້າຕ້ອງການປະສົບຄວາມສໍາເລັດ ຈະຕ້ອງຜ່ານຮ້ອນຜ່ານໜາວ ແລະ ອຸປະສັກຫຼາກຫຼາຍ ທີ່ໝູນວຽນປ່ຽນກັນເຂົ້າມາໃຫ້ເຮົາໄດ້ແກ້ໄຂ ໄດ້ເຝິກຄວາມອົດທົນ ຍິ່ງປະສົບການຫຼາຍເທົ່າໃດ ບອກໄດ້ເລີຍວ່າເຈົ້າຈະເປັນຄົນທີ່ແຂງແກ່ງຫຼາຍເທົ່ານັ້ນ ຂໍພຽງເຈົ້າອົດທົນ ຕັ້ງໃຈແທ້ ຄວາມສໍາເລັດທີ່ຫວັງໄວ້ກໍຈະເປັນຂອງເຈົ້າແນ່ນອນ 

ຢ່າປ່ອຍໃຫ້ໃຜມາບອກວ່າເຈົ້າບໍ່ເກັ່ງ

ຖ້າເຮົາມີຫຍັງທີ່ຍັງບໍ່ເກັ່ງ ກໍຂໍໃຫ້ເຮົາເບິ່ງເຫັນ ຄວາມບໍ່ເກັ່ງ ນັ້ນດ້ວຍຕົວຂອງເຮົາເອງ ບໍ່ຕ້ອງຖ້າໃຫ້ໃຜມາບອກ ບໍ່ຕ້ອງຖ້າໃຫ້ຫົວໜ້າມາຕໍາໜິ ຄົ້ນຫາສິ່ງທີ່ເຮົາບໍ່ເກັ່ງໃຫ້ພົບ ຍອມຮັບຕົວເອງວ່າເຮົາບໍ່ເກັ່ງທຸກເລື່ອງສະເໝີໄປ ແລະ ຫາທາງເພີ່ມພູນຄວາມຮູ້ ເຮັດຕົວເອງໃຫ້ເກັ່ງຂຶ້ນໃຫ້ໄດ້

ກໍຫວັງວ່າຂໍ້ຄິດດີໆ ໃນການເຮັດວຽກນີ້ ຈະຊ່ວຍສ້າງແຮງໃຈ ແລະ ເປັນໄອເດຍໃນການປັບວິທີການຂອງເຮົາໃຫ້ສົມດຸນ ເພື່ອຈະໄດ້ເຮັດວຽກຢ່າງມີຄວາມສຸກ ບໍ່ພຽງແຕ່ສໍາລັບມະນຸດເງິນເດືອນເທົ່ານັ້ນ ຄົນເຮັດວຽກອິດສະຫຼະ ຫຼືເຈົ້າຂອງກິດຈະການທັງງຫຼາຍ ກໍສາມາດນໍາໄປໃຊ້ໄດ້ເຊັ່ນກັນ ຂໍໃຫ້ທຸກຄົນມີຄວາມສຸກ ແລະ ປະສົບຄວາມສໍາເລັດຈາກການເຮັດວຽກ ຂວັນໃຈ ເປັນກໍາລັງໃຈໃຫ້ສະເໝີ

ຮຽບຮຽງໂດຍ: Kuanjai Magazine

ຂໍ້ມູນຈາກ: moneyguru

ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166‭+856 20 52172698‬ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

ແບ່ງປັນ