Breaking News

ມາເບິ່ງ!! 5 ຂໍ້ຄິດທີ່ໄດ້ຈາກສະຖານະການລະບາດໂຄວິດ-19 ໃນແງ່ຂອງການເຮັດວຽກ…

ແບ່ງປັນ

ແນ່ນອນວ່າໃນໄລຍະທີ່ຜ່ານມາ ທີ່ມີການລະບາດຂອງພະຍາດໂຄວິດ-19 ທີ່ປະເທດລາວເຮົາກໍໄດ້ຮັບຜົນກະທົບ ຈົນມາຮອດປັດຈຸບັນກໍຍັງມີຜູ້ຕິດເຊື້ອຢູ່ ແຕ່ກໍຮັບມືໃຫ້ສະຖານະການຢູ່ຕົວໄດ້ແລ້ວ ແຕ່ໃນຊ່ວງຜ່ານມາກໍໄດ້ຮັບຜົນກະທົບບໍ່ໜ້ອຍ ຄົນເຮັດວຽກຫຼາຍຄົນກໍຈະເຮັດວຽກແບບ Work from Home ແລະ ເບິ່ງເຫັນປະໂຫຍດຂອງການເຮັດວຽກຢູ່ເຮືອນກັນຫຼາຍພໍສົມຄວນ ເພາະເຮົາຈະບໍ່ຕ້ອງເມື່ອຍກັບການເດີນທາງ ສາມາດຕື່ນມາແລ້ວເຮັດວຽກໄດ້ເລີຍ ແຕ່ບາງອາຊີບນັ້ນ ການເຮັດວຽກຢູ່ເຮືອນກໍບໍ່ສະດວກປານໃດ… ແຕ່ມັນກໍເຮັດໃຫ້ເຮົາໄດ້ຮຽນຮູ້ຫຍັງຫຼາຍໆ ຢ່າງ ຫຼາຍຄົນກໍອາດຈະເບິ່ງເຫັນຄວາມສໍາຄັນຂອງອາຊີບທີ່ເຮັດຢູ່ຫຼາຍຂຶ້ນ ເພາະການມີວຽກເຮັດຖືວ່າເປັນເລື່ອງທີ່ສໍາຄັນຫຼາຍ ເພາະຖ້າຕົກງານຊ່ວງນີ້ ຄົງຈະຊອກວຽກບໍ່ໄດ້ງ່າຍໆ ແນ່ນອນ…

New Normal กลับมาทำงานออฟฟิศอย่างไร ให้ปลอดภัยจากโควิด

ສໍາລັບສະຖານະການທີ່ໄວຣັສໂຄວິດ-19 ກໍາລັງແຜ່ລະບາດນັ້ນ ເຮົາຈະມາແບ່ງປັນຂໍ້ຊວນຄິດສັ້ນໆ ກ່ຽວກັບການເຮັດວຽກ ເຊິ່ງຈະຊ່ວຍໃຫ້ເເຮົາຜ່ານພົ້ນວິກິດຄັ້ງນີ້ໄດ້ ລວມເຖິງສ້ງຄວາມໝັ້ນຄົງໃນຊີວິດການເຮັດວຽກຂອງເຮົາອີກດ້ວຍ ໄປເບິ່ງກັນວ່າມີຫຍັງແດ່???

แนวคิดใหม่ของอนาคตแห่งการทำงาน จากมุมมอง Intel

ເຮັດວຽກໃຫ້ສົມກັບຄວາມເຊື່ອໝັ້ນທີ່ບໍລິສັດມີໃຫ້

ໃນຊ່ວງທີ່ບໍລິສັດໄວ້ໃຈພະນັກງານທີ່ສຸດກໍຄືຊ່ວງທີ່ເຮັດວຽກຢູ່ເຮືອນນັ້ນແຫຼະ ເຮົາຄວນຈະປະຕິບັດຕົນໃຫ້ສົມກັບໄວ້ວາງໃຈຂອງບໍລິສັດ ດ້ວຍການຕັ້ງໃຈເຮັດວຽກໃຫ້ເຕັມທີ່ ໃຫ້ທຽບເທົ່າ ຫຼືດີກວ່າເຮັດວຽກຢູ່ຫ້ອງການ ເພື່ອໃຫ້ທຸກພາກສ່ວນພາຍໃນບໍລິສັດເດີນໜ້າໄປໄດ້ໃນຊ່ວງເວລາແບບນັ້ນ ແລະ ເປັນການສ້າງຄວາມໝັ້ນໃຈໃຫ້ກັບຫົວໜ້າ ຫຼືເຈົ້າຂອງບໍລິສັດອີກດ້ວຍ.

ຈ່າຍເງິນສະເພາະເລື່ອງທີ່ຈໍາເປັນ ແລະ ທ້ອນເງິນໃຫ້ເປັນນິໄສ

ໃນຊ່ວງທີ່ສະພາວະເສດຖະກິດຝືດເຄືອງ ເຮົາກໍຄວນທີ່ຈະງົດໃຊ້ຈ່າຍຟຸມເຟືອຍ ໃຊ້ຈ່າຍແຕ່ສະເພາະສິ່ງທີ່ຈໍາເປັນຕໍ່ຊີວິດເທົ່ານັ້ນ ເພື່ອໃຫ້ເຮົາສາມາດໃຊ້ເງິນໄດ້ດົນຂຶ້ນ ຫຼືເພື່ອໃຫ້ເຫຼືອໃຊ້ ແລະ ຄວນທ້ອນເງິນໄວ້ແດ່ (ຫຼາຍໆ ຄົນກໍເຮັດເປັນປະຈໍາຢູ່ແລ້ວ) ເພື່ອໃຫ້ເຮົາມີເງິນກ້ອນສໍາລັບໃຊ້ໃນຍາມສຸກເສີນ ຫຼືຈໍາເປັນ.

ສ້ງລາຍໄດ້ເພີ່ມຜ່ານອາຊີບເສີມ

ສໍາລັບບາງຄົນ ລາຍໄດ້ທີ່ມາຈາກອາຊີບປະຈໍາອາດຈະບໍ່ພໍ ເນື່ອງຈາກມີຄ່າໃຊ້ຈ່າຍເພີ່ມຫຼາຍຂຶ້ນ ຫຼືຍ້ອນຖືກຫຼຸດເງິນເດືອນບາງສ່ວນແດ່ ເຮົາກໍຄວນທີ່ຈະຊອກຊ່ອງທາງທີ່ສາມາດສ້ງລາຍໄດ້ເພີ່ມຕຶ່ມນອກຈາກວຽກປະຈໍານໍາ ໂດຍອາດຈະເປັນການຮັບຈ໊ອບແບບຟຣີແລ້ນ ຫຼືຄ້າຂາຍອອນລາຍກໍໃນຊ່ວງນອກໂມງວຽກ ເຊິ່ງກໍຕ້ອງສຶກສາໃຫ້ດີ ແລະ ເຂົ້າໃຈກ່ອນ ເພາະບາງຄັ້ງການຄ້າຂາຍອອນລາຍກໍບໍ່ໄດ້ສ້ງລາຍໄດ້ເປັນເງິນຈໍານວນຫຼາຍສະເໝີໄປ.

ຖ້າຖືກອອກຈາກວຽກ ໃຫ້ຟ້ວຕັ້ງຕົວ ແລ້ວຊອກວຽກໃໝ່

ສໍາລັບທີ່ຖືກເຊົາຈ້ງວຽກໃນຊ່ວງນີ້ ບໍ່ວ່າຈະດ້ວຍສາເຫດຫຍັງກໍຕາມ ເຮົາຂໍສະແດງຄວາມເສຍໃຈນໍາ ແລະ ຢາກເປັນກໍາລັງໃຈໃຫ້ທຸກຄົນເລີ່ມຕົ້ນໃໝ່ ດ້ວຍການຊອກຫາວຽກໃໝ່ ແລະ ພັດທະນາທັກສະຕົວເອງໃຫ້ເພີ່ມຫຼາຍຂຶ້ນ ຮຽນຮູ້ສິ່ງໃໝ່ໆ ເຊິ່ງຈະຊ່ວຍໃຫ້ເຈົ້າປະສົບຄວາມສໍາເລັດໄດ້ໃນອະນາຄົດ.

ວຽກເປັນສິ່ງທີ່ເຈົ້າຄວນຮັກສາໄວ້

ການໄດ້ມີວຽກເຮັດ ທັງໃນຊ່ວງນີ້ ແລະ ຫຼັງຈາກນີ້ ຖືວ່າເປັນສິ່ງທີ່ສໍາຄັນຫຼາຍ ເພາະຢ່າງໜ້ອຍເຮົາກໍຈະໝັ້ນໃຈໄດ້ວ່າ ເຮົາຍັງຄົງມີເງິນໃຊ້ຢູ່ແນ່ນອນ ແລະ ເຮົາຄວນຈະຮັກສາສະຖານະການເປັນພະນັກງານຂອງເຮົາໄວ້ໃຫ້ດີທີ່ສຸດ ເພື່ອທີ່ຮົາຈະບໍ່ຖືກເຊົາຈ້າງ ໂດຍອາດຈະພັດທະນາທັກສະທີ່ຕົນເອງຂາດເພີ່ມຕຶ່ມ ພັດທະນາທັັກສະໃໝ່ໆ ດຸໝັ່ນ ຕັ້ງໃຈ ແລະ ທຸ່ມເທກັບວຽກທີ່ເຮັດ ເຊື່ອເລີຍວ່າເຮົາເຮັດໄດ້ຄົບ ເຮົາກໍຈະຢູ່ກັບວຽກນີ້ໄປໄດ້ອີກດົນ.

เตรียมรับมือระยะ 3 โควิด-19 ระบาด – จุฬาลงกรณ์มหาวิทยาลัย

ສະຖານະການພະຍາດລະບາດນັ້ນ ອາດຈະເຮັດໃຫ້ແນວທາງຂອງແຕ່ລະອາຊີບໃນເລື່ອງຂອງການເຮັດວຽກປ່ຽນໄປບໍ່ໜ້ອຍ ດັ່ງນັ້ນ ສິ່ງທີ່ເຮົາເຮັດໄດ້ຕອນນີ້ ຄືກຽມຕົວໃຫ້ພ້ອມສໍາລັບອະນາຄົດ ແລະ ປັບປຸງທັກສະຕ່າງໆ ຂອງຕົນເອງໃຫ້ພ້ອມຢູ່ສະເໝີ ແລະ ນອກຈາກເລື່ອງວຽກ ເລື່ອງສ່ວນຕົວກໍຄວນຈັດການໃຫ້ຮຽບຮ້ອຍ ໂດຍສະເພາະເລື່ອງການໃຊ້ຈ່າຍເງິນ ທີ່ຖ້າໃຜໃຊ້ເງິນແບບເດືອນຕໍ່ເດືອນຢູ່ ກໍຄວນຈະປັບປ່ຽນພຶດຕິກໍາໃໝ່ເດີ້ ເພື່ອອະນາຄົດທີ່ດີຂອງຕົວເຮົາເອງ…

ຮຽບຮຽງໂດຍ: Kuanjai Magazine

ທີ່ມາ: asearcher

ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166‭+856 20 52172698‬ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

ແບ່ງປັນ