Breaking News

ຄູ່ຊີວິດທີ່ຮັກກັນ ແລະ ມີໃບທະບຽນສົມຣົດ ທີ່ດົນທີ່ສຸດໃນໂລກ…

ແບ່ງປັນ

ຄວາມຮັກເປັນເລື່ອງບໍ່ແນ່ນອນ ແລະ ກໍບໍ່ສາມາດຄາດເດົາໄລຍະເວລາແຫ່ງຄວາມຮັກ, ຄວາມຜູກພັນໄດ້ແບບແນ່ນອນ ບາງໃຊ້ຊີວິດຢູ່ນຳກັນບໍ່ພໍເທົ່າໃດກໍເລີກລາກັນ ແຕ່ສຳລັບຄູ່ຮັກຂອງພໍ່ຕູ້ ແລະ ແມ່ຕູ້ທີ່ແອັດມິນຈະມາເລົ່າສູ່ຟັງມື້ນີ້ ເປັນເລື່ອງຄວາມຮັກທີ່ຍາວນານທີ່ສຸດໃນໂລກ ເຊິ່ງໄລຍະເວລາບໍ່ໄດ້ເຮັດໃຫ້ຄວາມຮັກຂອງພວກເຂົາຫຼຸດນ້ອຍຖອຍລົງເລີຍ ໂດຍທັງສອງຕູ້ເປັນເຈົ້າຂອງສະຖິຕິໃຊ້ຊີວິດຄູ່ຊີວິດ ຫຼືຄູ່ສົມຣົດ ທີ່ດົນນານທີ່ສຸດໃນໂລກ ເຖິງແມ່ນວ່າເລີ່ມຕົ້ນຊີວິດສົມຣົດທັງສອງຕ້ອງແຕ່ງງານກັນແບບລັບໆ ເພາະວ່າຄອບຄົວບໍ່ເຫັນດີ ແຕ່ສຸດທ້າຍ ພວກເພິ່ນກໍພິສູດໃຫ້ເຫັນເຖິງຄວາມຮັກອັນແທ້ຈິງ.

ພໍ່ຕູ້ມີຊື່່ວ່າ ຂູລີໂອ ຊີຊາຣ໌ ໂມລາ ແລະ ແມ່ຕູ້ຊື່ ວັນດຣາມິນາ ມາໂຄລເວຍ ຄວິນເຕໂຣສ ທັງສອງແຕ່ງງານກັນມາ 79 ປີ,​ພໍ່ຕູ້ໂມລາ ເກີດວັນທີ 10 ມີນາ ປີ 1910 ປັດຈຸບັນ ອາຍຸ 110 ປີ, ສ່ວນແມ່ຕູ້ ຄວິນເຕໂຣສ ເກີດໃນວັນທີ 16 ຕຸລາ ປີ 1915 ປັດຈຸບັນ ອາຍຸ 105 ປີ, ເມື່ອລວມອາຍຸຈະຫຼາຍເຖິງ 214 ປີ 358 ມື້. ທັງສອງຄົນ ພົບກັນໃນວລະຫວ່າງປິດສົກຮຽນ ໃນງານດອງຂອງເອື່ອຍແມ່ຕູ້ ຄວິນເຕໂຣສ

ຫຼັງຈາກຄົບກັນມາ 7 ປີ ພໍ່ຕູ້ແມ່ຕູ້ ໄດ້ເຂົ້າພິທີແຕ່ງດອງແບບລັບໆ ໃນວັນທີ 7 ກຸມພາ 1941 ເຊິ່ງມີສະເພາະແຂກໃກ້ຊິດເທົ່ານັ້ນທີ່ເຂົ້າຮ່ວມງານ ໄດ້ແກ່ພໍ່ແມ່ອຸປະຖໍາ ແລະ ໝູ່ເພື່ອນສະໜິດ ເພາະວ່າຄອບຄົວຂອງທັງສອງ ບໍ່ເຫັນດີກັບການແຕ່ງດອງ ເຮັດໃຫ້ຍາດພີ່ນ້ອງບໍ່ໄດ້ເຂົ້າຮ່ວມງານແຕ່ງໃນຕອນທຳອິດ ແຕ່ຕໍ່ມາອີກຫຼາຍປີ ພວກເຂົາກໍຍອມຮັບການແຕ່ງດອງຂອງທັງຄູ່. ພໍ່ຕູ້ ແລະ ແມ່ຕູ້ ເປີດເຜີຍວ່າຄວາມເປັນອັນດັບໜຶ່ງອັນດຽວກັນໃນຄອບຄົວ ທ່າມກາງຄວາມຮັກການເຄົາລົບກັນ ແລະ ກັນ ການເຮັດວຽກຢ່າງຊື່ສັດ,​ການໃຫ້ຄວາມສຳຄັນກັບຄອບຄົວເປັນກະແຈສຳຄັນຂອງການຢູ່ຮ່ວມກັນ.

ທັງສອງເຮັດວຽກເປັນຄູເຖິງກະສຽນ ໂດຍມີລູກນຳກັນ 5 ຄົນ ເຊິ່ງຈົບລະດັບມະຫາວິທະຍາໄລໝົດທຸກຄົນ,​ ລູກສາວຂອງລາວໄດ້ເວົ້າວ່າ ພໍ່ຕູ້ ແລະ ແມ່ຕູ້ ມັກໄປເບິ່ງໜັງ, ມັກການເຮັດສວນ​ ແລະ ມັກກິນເຂົ້າກັບຄອບຄົວໝູ່ເພື່ອນ.

ຂໍ້ມູນ:​ Khaosod

ແບ່ງປັນ