Breaking News

ເຮັດວຽກ Teamwork ແບບໃດໃຫ້ມີປະສິດທິພາບ

ແບ່ງປັນ

ການເຮັດວຽກເປັນທີມ ເປັນຮູບແບບການເຮັດວຽກໃນຝັນຂອງຫຼາຍຄົນ ເພາະຜົນລັບຂອງການເຮັດວຽກຮູບແບບນີ້ ມັກຈະພົບຄວາມສຳເລັດເປັນຢ່າງດີ ເຮັດໃຫ້ອົງກອນເຕີບໂຕຂຶ້ນຢ່າງໄວວາ ໂດຍການເຮັດວຽກແບບເປັນທີມທີ່ມີປະສິດທິພາບປະກອບດ້ວຍ 6 ຂໍ້ດັງນີ້:

1 ເຂົ້າໃຈການເຮັດວຽກຂອງຕົນເອງ ແລະ ຄົນອື່ນ

ຈຸດເລີ່ມຕົ້ນຂອງການເຮັດວຽກຢ່າງມີປະສິດທິພາບກໍຄື ຜູ້ປະຕິບັດງານ ເຊິ່ງເປັນຜູ້ທີ່ສຳຄັນທີ່ສຸດ ເພາະການທີ່ມີບຸກຄະລາກອນມາຮວມໂຕກັນ ລວມທັງມີຄວາມເຂົ້າໃຈໃນການເຮັດວຽກຂອງຜູ້ອື່ນໃນທີມ ໂດຍອາໄສຂໍ້ດີເກື້ອກູນເຊິ່ງກັນ ແລະ ກັນ ຫາກມີຈຸດໃດທີ່ແຕກຕ່າງກັນຫຼາຍ ກໍຕ້ອງປັບຄວາມເຂົ້າໃຈກັນຄືນໃໝ່.

2 ສ້າງ ແລະ ໂຟກັດເປົ້າໝາຍຮ່ວມກັນ

ເມື່ອເຮັດວຽກເປັນທີມກໍຄວນວາງແຜນໂດຍສ້າງເປົ້າໝາຍຮ່ວມກັນ ເພື່ອໂຟກັດໃນການເຮັດວຽກຮ່ວມກັນ ແລະ ເພື່ອໃຊ້ເປັນແນວທາງໃນການປະຕິບັດງານໃຫ້ບັນລຸຄວາມສຳເລັດຕາມພາລະກິດ ເຊິ່ງການກຳນົດ ວັດຖຸປະສົງທີ່ດີ ຄວນມີການກຳນົດຂອບເຂດໜ້າທີ່ຄວາມຮັບຜິດຊອບຂອງແຕ່ລະຄົນໃຫ້ຊັດເຈນ ແຕ່ໂຟກັດໃນສິ່ງດຽວກັນ ເພື່ອໃຫ້ເປັນການຮ່ວມມືຮ່ວມໃຈ ແລະ ວັດແທກຄວາມສຳເລັດຂອງທີມ ໂດຍອາດຈະຂຽນວັດຖຸປະສົງ ແລະ ໜ້າທີ່ຂອງແຕ່ລະຄົນເປັນລາຍລັກອັກສອນໃຫ້ເຂົ້າໃຈງ່າຍ ແລະ ເຮັດໄດ້ແທ້ ສະໜອງນໂຍບາຍຂອງອົງກອນ.

3 ສ້າງທີມດ້ວຍຄວາມສາມາດ ແລະ ຈຸດເດັ່ນຂອງແຕ່ລະຄົນ

ເມື່ອກຳນົດໜ້າທີ່ ແລະ ຄວາມຮັບຜິດຊອບຂອງວຽກງານແຕ່ລະຄົນຕາມຄວາມສາມາດ, ຕຳແໜ່ງ ແລະ ປະສົບການແລ້ວ, ຫົວໜ້າທີມຄວນຊອກຫາຈຸດເດັ່ນຂອງແຕ່ລະຄົນ ໃນເລື່ອງຂອງການເຮັດວຽກ ແລະ ທັດສະນະຄະຕິຕ່າງໆ ເພື່ອເປັນການສ້າງຄວາມປະສົມປະສານເປັນເລື່ອງດຽວ.

4 ກົງໄປກົງມາ ຈິງໃຈຕໍ່ກັນ ໃຫ້ການສະໜັບສະໜູນກັນ

ເມື່ອເຮັດວຽກຮ່ວມກັນເພື່ອຈຸດປະສົງດຽວກັນແລ້ວ ກໍຄວນເປີດໃຈຕໍ່ກັນ ກົງໄປກົງມາທັງໃນເລື່ອງຂອງວຽກງານ ແລະ ຄວາມຈິງໃຈລະຫວ່າງກັນໃນທີມມີ ຂໍ້ສະເໜີ, ສະໜັບສະໜູນໃຫ້ກຽດກັນ, ມີຄວາມຄິດເຫັນໃນດ້ານຕ່າງໆສະເໝີ ເມື່ອເຫັນຕ່າງກໍຄວນມີເຫດຜົນທີ່ດີ ບໍ່ໃຊ້ອາລົມສ່ວນຕົວ ເພື່ອໃຫ້ເພື່ອນຮ່ວມທີມໄດ້ແກ້ໄຂຈຸດບົກພ່ອງ ສິ່ງນີ້ບໍ່ໄດ້ຖືວ່າເປັນການຜິດຖຽງກັນ ແຕ່ຄືຄວາມຈິງໃຈ ແລະ ໃຫ້ການສະໜັບສະໜູນກັນຢ່າງແທ້ຈິງ.

5 ເພີ່ມຄວາມສະໜິດສະໜົມ ສານສຳພັນ

ຝ່າຍບຸກຄົນ ຫຼືຫົວໜ້າງານໃນຫຼາຍໆອົງກອນ ມີນະໂຍບາຍ ພຶດຕິກຳຂອງແຕ່ລະບຸກຄົນເຊັ່ນ: ການໄປທ່ຽວ ແລະ ການເຮັດກິດຈະກຳຮ່ວມກັນ ເພື່ອໃກ້ເກີດມີຄວາມມ່ວນຊື່ນໃນອົງກອນນັ້ນໆ ເມື່ອມີຄວາມສະໜິດກັນໃນລະດັບໜຶ່ງແລ້ວ ກໍຈະເຮັດໃຫ້ທີມງານສາມາດກ້າວໄປນຳກັນດ້ວຍຄວາມສາມັກຄີ. ສະນັ້ນ, ກິດຈະກຳປະເພດນີ້ ຈຶ່ງຄວນຈັດຂຶ້ນປີລະຫຼາຍໆເທື່ອ ເພາະນອກຈາກຈະຊ່ວຍໃນການເຮັດວຽກເປັນທີມແລ້ວ ຍັງຊ່ວຍຫຼຸດຄວາມຄຽດນຳອີກ.

6 ເປັນຜູ້ນຳທີ່ດີ ແລະ ເປັນຜູ້ຕາມທີ່ມີວິໄສທັດ

ຍຸກຄົນໃນທີມມີ Team work ດີຫຼາຍ ຈະປະກອບດ້ວຍບຸກຄົນທີ່ມີພາວະຄວາມເປັນຜູ້ ແລະ ມີຜູ້ຕາມ ໃນຂະນະດຽວກັນ ຄຳວ່າຜູ້ນຳໃນທີ່ນີ້ບໍ່ໄດ້ໝາຍເຖິງການເປັນຫົວໜ້າພຽງຢ່າງດຽວ ແຕ່ໝາຍເຖິງການກ້າຕັດສິນໃຈ ກ້າສະແດງຄວາມຄິດເຫັນ ຮູ້ໜ້າທີ່ຂອງຕົນເອງ ບໍ່ຕ້ອງຖ້າໃຫ້ໃຜມາບັງຄັບ ມີຂໍ້ສະເໜີທີ່ດີໃຫ້ເພື່ອຮ່ວມທີມຢູ່ສະເໝີມ ແລະ ໃນຂະນະດຽວກັນ ເມື່ອຜູ້ອື່ນໃນທີມ ສະແດງພາວະຄວາມເປັນຜູ້ ກໍສາມາດເຮັດໂຕເປັນຜູ້ຕາມທີ່ມີວິໄສເປີດກ້ວາງ ຍອມຮັບຂໍ້ສະເໜີ ແລະ ນຳມາປັບປຸງຕົວເອງໄດ້ ໃຫ້ສະມາຊິກໄດ້ພັດທະນາຕົນເອງໄດ້ຕະຫຼອດເວລາ.

ຂໍ້ດີການເຮັດວຽກເປັນທີມມີຈຸດເດັ່ນທີ່ຕແຕກຕ່າງກັນເຊັ່ນ:​ ທັກສະການປະສານງານ, ທັກສະໂປຣແກຣມຄອມພິວເຕີ,​ ທັກສະທາງການເງິນ ເພາະບໍ່ມີໃຜທີ່ມີຄວາມສາມາດຄົບທຸກດ້ານ,​ ການເຮັດວຽກເປັນທີມຈຶ່ງເປັນການຊ່ວຍທົດແທນດ້ານອ່ອນຂອງແຕ່ລະຄົນ ໂດຍທີ່ບໍ່ລືມການມີຜູ້ນຳທີ່ມາຊ່ວຍເພີ່ມພະລັງໃນການໂຟກັດຈຸດປະສົງຂອງຮ່ວມກັນ. ພຽງເທົ່ານີ້ກໍເປັນຈຸດເລີ່ມຕົ້ນທີ່ດີ ໃນການເຮັດວຽກເປັນທີມໄດ້ຢ່າງມີປະສິດທິພາບ

#kuanjaiMagazine
ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:
+856 20 28042166‭
+856 20 52172698
ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

ແບ່ງປັນ