ສາວ ລູກນໍ້າ ທິດາລັດ ດາລາ-ນັກສະແດງລາວ ຜູ້ທີ່ມີຄວາມສາມາດຫຼາກຫຼາຍ ແລະ ມີຜົນງານໃນວົງການບັນເທີງ ບໍ່ຈະເປັນການສະແດງຮູບເງົາ ທີ່ໄດ້ຮັບກະແສດີຈາກແຟນຄຣັບຈຳນວນຫຼາຍ ເຊັ່ນ: ຮູບເງົາ “ຫົງຫາມເຕົ່າ” ທີ່ສາວລູກນໍ້າ ໄດ້ຮັບບົດເປັນນາງເອກ ແລະ ຮູບເງົາ “ໄຂ່ຂວັນ ມື້ຮັກໝົດ (ໃຈ)” ຮັບບົດເປັນນາງເອກເຊັ່ນດຽວກັນ.

ນອກຈາກນັ້ນ, ລູກນໍ້າ ຍັງໄດ້ຮ່ວມສະແດງລະຄອນຂອງປະເທດເພື່ອນບ້ານ ນັ້ນກໍຄື “ສິ້ນລາຍຫົງ” ທີ່ຮັບບົດເປັນໂຕປະກອບ ແລະ ກໍໄດ້ຮັບບົດເປັນເຖິງນາງເອກໃນ ລະຄອນ “ດອກຄູນສຽງແຄນ”, ດ້ວຍເຫດນີ້ ສາວລູກນໍ້າຈຶ່ງມີແຟນຄຣັບທັງໃນປະເທດ ແລະ ປະເທດເພື່ອນບ້ານ ທີ່ລົ້ນເຫຼືອ.

ມື້ນີ້, ສາວລູກນໍ້າ ໄດ້ລຸກຂຶ້ນແຕ່ງໜ້າ, ເກົ້າຜົມ ເປັນສາວຫວານ ໃນຊຸດລາວເດີມສີບົວອ່ອນ ຈາກການແຕ່ງໜ້າປະກອບກັບຊຸດ ແລະ ໜ້າຕາອັນຫວານ ຂອງສາວລູກນໍ້າ ປານກັບວ່າຫອບເອົານໍ້າຕານມາເປັນ 100 ກິໂລ.






ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:
+856 20 28042166
+856 20 52172698
ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine