ນັກກາຍະກຳ (gymnastics) ເຈົ້າຂອງຄຣິບ ໄວຣັລ 100 ລ້ານວິວ ແລະ ເປັນນັກກາຍະກຳ ທີ່ມີອາຍຸຫຼາຍທີ່ສຸດຂອງ UCLA ຫຼືມະຫາວິທະຍາໄລຄາລິຟໍເນຍ ລອສແອນເຈີລິສ (California, Los Angeles) ທີ່ໄດ້ຮັບຄະແນນເຕັມ 10 ຈາກການແຂ່ງຂັນ Collegeiate Challenge.

ກ່ອນໜ້າທີ່ຈະເຂົ້າຮ່ວມກັບ UCLA ເຄຕລິນ ຖືກກົດດັນໃຫ້ຫຼຸດນໍ້າໜັກມາຕະຫຼອດ ເພື່ອໃຫ້ມີການເຄື່ອນໄຫວທີ່ດີ, ໃນປີ 2013 ລາວບາດເຈັບຢ່າງຮຸນແຮງ ແລະ ການຫຼຸດນໍ້າໜັກຢ່າງໂຫດຮ້າຍຂອງລາວຍິ່ງເຮັດໃຫ້ອາການບາດເຈັບຂອງລາວຮຸນແຮງຂຶ້ນເລື້ອຍໆ.

ອາການບາດເຈັບເຮັັດໃຫ້ ເຄຕລິນ ຕົກຈາກການເປັນ senior elite ແລະ ຄວາມຝັນຂອງການທີ່ຈະໄປໂອແລັມປິກກໍເສຍໄປ. ຫຼັງຈາກນັ້ນ, ລາວບໍ່ໄດ້ປາກົດຕົວໃນວົງການກາຍະກຳອີກ, ຈົນຕໍ່ມາ ລາວໄດ້ລົງແຂ່ງໃນລາຍການລະດັບວິທະຍາໄລອີກຄັ້ງໃນປີ 2018 ລາວໄດ້ຮັຄຳຍ້ອງຍໍ ພ້ອມທັງໄດ້ຮັບຄະແນນເຕັມ 10 ເຖິງ 3 ຄັ້ງ ແລະ ລາວກາຍເປັນຄົນດັງທັນທີທີ່ວີດີໂອ Floor Exercises ຖືກເຜີຍແຜ່ອອກໄປ.

ເຖິງແມ່ນວ່າ ເຄຕລິນ ຈະບໍ່ໄດ້ມີຮູບຮ່າງຄືຕົ້ນສະບັບຂອງນັກກາຍະກຳທົ່ວໄປ ທີ່ຕ້ອງມີຮ່າງກາຍຈ່ອຍສູງ, ແຕ່ລາວກັບມາມີຄວາມໝ້ັ້ນໃຈ, ສາມາດຜ່ານອຸປະສັກ ແລະ ມີຄວາມສຸກກັບການຫຼິ້ນກິລາກາຍະກຳ.



ແຫຼ່ງຂໍ້ມູນ: https://themomentum.co/10-women-who-inspired-us/
ຮູບພາບຈາກ: https://www.google.com/url?
ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:
+856 20 28042166
+856 20 52172698
ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine