Breaking News

ຊິບປີ້ ສິຣິນທອນ ຖືກບູລີ່ໜັກ!!!

ແບ່ງປັນ

ຖືກບູລີ່ໜັກ ສຳຫຼັບ ສາວ ຊິບປີ້ ສິຣິນທອນ ນັກສະແດງ-ດາລາ ໄທ ທີ່ເຄີຍມີຜົນງານສະແດງລະຄອນຫຼາຍເລື່ອງ ໂດຍຊິບປີ້ ໄດ້ຮັບບົດເປັນນາງເອກອອກອາກາດທາງໂທລະພາບຊ່ອງ 3.

ຫຼ້າສຸດ ຊິບປີ້ ໄດ້ອອກລາຍການຕີທ້າຍຄົວ ທີ່ເປັນລາຍການໃຫ້ແຟນຄຣັບໄດ້ສ່ອງເບິ່ງເຮືອນຂອງດາລາທຸກມຸມ,​ ກໍເຮັດໃຫ້ຫຼາຍຄົນຕົກໃຈເມື່ອເຫັນວ່ານັກສະແດງສາວມີຮູບຮ່າງຕຸ້ຍຂຶ້ນ ແລະ ພາກັນຄອມເມັ້ນວ່າ ຕຸ້ຍຂຶ້ນບໍ?, ເບິ່ງມີນໍ້າມີນວນຂຶ້ນ, ບາງຄົນກໍເວົ້າແຮງວ່າຄືຄົນກຳລັງຖືພາ.

ແຕ່ກໍມີແຟນຄຣັບອີກກຸ່ມມາຕອບກັບດ້ວຍຄຳເວົ້າປະມານວ່າ: ບໍ່ຄວນບູລີ່ຫຸ່ນ,​ ຮູບຮ່າງ ແລະ ໜ້າຕາ ຂອງຄົນອື່ນ ບໍ່ວ່າເຂົາຈະເປັນໃຜກໍຕາມ ແລະ ກໍມີຄົນທີ່ເປີິດເຜີຍອີກວ່າ ການທີ່ນັກສະແດງສາວມີຮູບຮ່າງຕຸ້ຍຂຶ້ນນັ້ນ ອາດຈະເປັນຍ້ອນຜົນຈາກການກິນຢາໂຣກຊຶມເສົ້າ ທີ່ເຈົ້າໂຕກຳລັງເປັນຢູ່ໃນຕອນນີ້.

ຂໍ້ມູນ: https://www.posttoday.com/ent/news/632551

ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:
+856 20 28042166‭
+856 20 52172698‬
ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

ແບ່ງປັນ