Breaking News

8 ຢ່າງ ທີ່ແມ່ຍິງເກັ່ງບໍ່ຄວນເຮັດມີຫຍັງແດ່?

ແບ່ງປັນ

1. ຢ່າປຽບທຽບຕົນເອງກັບຄົນອື່ນ (Don”t compare yourselves to other people)

ການປຽບທຽບຄົນອື່ນຈະເຮັດໃຫ້ຕົນເອງບໍ່ມີຄວວາມໝັ້ນໃຈ, ເມື່ອເຮົາເຫັນແຕ່ຈຸດດີຂອງຄົນອື່ນ ແລະ ຫວັງຢາກເປັນແບບເຂົາ ໃນຂະນະທີ່ຄວາມຈິງແລ້ວແຕ່ລະຄົນກໍມີຂໍ້ດີຂໍ້ເສຍຄືກັນ. ສະນັ້ນ, ແມ່ຍິງທີ່ເກັ່ງບໍ່ຄວນເອົາຄົນອື່ນມາປຽບທຽບໃຫ້ເບິ່ງຄືວ່າຕົນເອງຕໍ່່າຕ້ອຍ, ແຕ່ກົງກັນຂ້າມກັບນຳເອົາມາຜັກດັນໃຫ້ເກັ່ງໃນແບບຂອງຕົນເອງ.

2. ຢ່າເຮັດໂຕຄືຄົນສົມບູນແບບ (Don”t insist on perfection)

ຊີິວິດທຸກຄົນບໍ່ມີຫຍັງສົມບູນແບບໄປໝົດ, ບໍ່ມີໃຜດີຈົນບໍ່ມີຂໍ້ເສຍ ແລະ ກໍບໍ່ມີໃຜມີແຕ່ຂໍ້ເສຍຈົນບໍ່ມີຂໍ້ດີ. ສະນັ້ນ, ຢ່າເປັນຄົນບໍ່ພໍໃຈກັບທຸກເລື່ອງທີ່ບໍ່ໄດ້ດັ່ງໃຈ ເພາະສຸດທ້າຍຕົນເອງຈະໃຈຮ້າຍ ແລະ ໂວຍວາຍໃສ່ຄົນອື່ນນຳອີກ.

3. ຢ່າໃຫ້ຄວາມບໍ່ໝັ້ນໃຈ ດຶງເປົ້າໝາຍເຮົາໄວ້ (Don”t let self-doubt stop you from reaching your goals)

ເມື່ອເຮົາເປັນຄົນລັງເລ, ກັງວົນ ແລະ ບໍ່ມີຄວາມໝັ້ນໃຈ ເຮັດໃຫ້ເຮົາບໍ່ກ້າທີ່ຈະຕັດສິນໃຈ ເຖິງຈະເປັນເລື່ອງງ່າຍໆໃນຊີວິດປະຈຳວັນເຊັ່ນ: ກິນເຂົ້າກັບຫຍັງ?, ນຸ່ງເຄື່ອງແນວໃດດີ?, ມື້ພັກຜ່ອນຈະໄປຫຼິ້ນໃສ? ແລະ ອື່ນໆ. ສິ່ງດັ່ງກ່າວ ຈະເຮັດໃຫ້ເຮົາຄຸມເຄືອກັບຊີວິດ. ສະນັ້ນ, ຜູ້ຍິງທີ່ເກັ່ງບໍ່ຄວນເຮັດເດີ!

4. ຢ່າມະໂນໄປເອງໝົດທຸກເລື່ອງ Don”t overthink everything

ການທີ່ເຮົາຄິດໄປເອງຈະເຮັດໃຫ້ເຮົາ ເຮັດເລື່ອງນ້ອຍໃຫ້ກາຍເປັນເລື່ອງໃຫຍ່. ດັ່ງນັ້ນ,​ ຜູ້ຍິງເກັ່ງຢ່າມະໂນ ແຕ່ຕ້ອງຄິດໃຫ້ລະອຽດ, ຫາສາເຫດຄວາມເປັນຈິງ,​ ບໍ່ຄິດໄປເອງ ແລະ ປັບພຶດຕິກຳການຄິດໃຫ້ສົມເຫດສົມຜົນ.

5.​ ຢ່າໃຫ້ຄວາມເຫັນຂອງຄົນອື່ນມາຈຳກັດສັກກະຍະພາບຂອງຕົນເອງ (Don”t let others limit your potential)

ມະນຸດມີແນວໂນ້ມທີ່ຈະຕອບສະໜອງຕໍ່ຄຳທຳນາຍທີ່ຄົນອື່ນບອກເຮົາທາງໃດທາງໜຶ່ງດັ່ງນີ້ ບາງຄົນເຊື່ອ ແລະ ເຮັດໄປຕາມຄຳທຳນາຍ (self-fulfiling) ເຊັ່ນ: ມີຄົນທັກວ່າຈະຕ້ອງເລີກກັບແຟນ ເມື່ອໃດທີ່ຜິດກັນເລື່ອງເລັກນ້ອຍ ເຮົາກໍຈະຄິດເຫັນຄຳທີ່ມີຄົນບອກໄວ້ແລ້ວເຮັດໃຫ້ຈິດໃຈສັ່ນຄອນ ສຸດທ້າຍກໍເລີກຈົນໄດ້. ດັ້ງນັ້ນ,​ ຄວນຄິດໃຫ້ດີບໍ່ໃຫ້ເຊື່ອຟັງ ແລະ ປະຕິບັດຕາມເຂົາໝົດທຸກຢ່າງ ເພາະຜູ້ຍິງເກັ່ງຕ້ອງເຊື່ອໃນຕົນເອງ, ແຕ່ກໍ່ບໍ່ແມ່ນບໍ່ໃຫ້ຟັງເລີຍ ພຽງແຕ່ໃຫ້ຟັງແບບມີສະຕິ.

6. ຢ່າໂທດຕົນເອງ ເມື່ອເຮັດຜິດພາດ (Don”t blame yourselves when something goes wrong)

ຄົນເຮົາມີຜິດພາດໄດ້ ເມື່ອຜິດພາດກໍຕ້ອງຮຽນຮູ້ ແລະ ແກ້ໄຂມັນໃຫ້ດີຂຶ້ນ, ບໍ່ແມ່ນຈະຈົມຢູ່ກັບຄວາມຜິດພາດທີ່ເກີດຂຶ້ນ ໂທດແຕ່ຕົນເອງຈົນໝົດກຳລັງໃຈ, ຄົນທີ່ບໍ່ເຄີຍເຮັດຫຍັງຜິດເລີຍ ຄືຄົນທີ່ບໍ່ເຄີຍເຮັດຫຍັງ?.

7. ຢ່າມິດເມື່ອເຮົາບໍ່ເຫັນດີ (Don”t stay silent)

ການອົດທົນ ບາງຄັ້ງກໍບໍ່ແມ່ນການແກ້ບັນຫາທີ່ຖືກຕ້ອງ, ໃນທາງກົງກັນຂ້າມຍິ່ງເປັນການສະສົມບັນຫາໄວ້ ເພື່ອລໍຖ້າມື້ທີ່ຈະລະເບີດອອກມາ, ແຕ່ເຮົາກໍຕ້ອງສະແດງອອກມາດ້ວຍຄວາມເໝາະສົມ ບໍ່ແມ່ນໂວຍວາຍຈົນເກີນເຫດ, ແຕ່ເຖິງຢ່າໃດກໍຄວນໃຫ້ສະເໜີ ຫຼືຄັດຄ້ານເມື່ອບໍ່ເຫັນດີ.

8. ຢ່າຢ້ານທີ່ຈະປະຕິເສດຕົນເອງ (Don”t feel bad about reinventing yourselves)

ການລຸກຂຶ້ນມາປ່ຽນແປງຕົນເອງ ຕ້ອງອາໄສສັດທາ ແລະ ຄວາມກ້າອັນມະຫາສານ, ຫຼາຍຄົນຍອມແພ້ກັບໂຊກຊະຕາ ແລະ ຟ້າລິຄິດ ມັກມີຄຳຕອບໃຫ້ຕົນເອງສະເໝີວ່າ ເປັນຫຍັງຄືບໍ່ຍອມປ່ຽນແປງຕົນເອງເຊັ່ນ: ເຖົ້າແລ້ວປ່ຽນຍາກ, ເມື່ອຍແລ້ວສໍ່ານີ້ພໍ ແລະ ເຄີຍເຮັດແລ້ວມັນບໍ່ໂອເຄ ເປັນຕົ້ນ. ສະນັ້ນ, ມັນຈະເຮັດໃຫ້ເຮົາບໍ່ຍອມປ່ຽນແປງຫຍັງ ແລະ ຈະກັບມາຈຸດເກົ່າ ເຊິ່ງຈະເຮັດໃຫ້ເຮົາຍາກທີ່ຈະປະສົບຜົນລຳເລັດໄດ້.

ເປັນແນວໃດທຸກຄົນ 8 ຂໍ້ທີ່ຜູ້ຍິງເກັ່ງທີ່ບໍ່ຄວນເຮັດ ອ່ານຄົບລະບໍ,​ ລອງນຳໄປໃຊ້ເດີ ເພາະດຽວນີ້ 2020 ແລ້ວ ຜູ້ຍິງເຮົາຕ້ອງ ສົດໃສ, ແຂງແຮງ ແລະ ເກັ່ງ.​..

ຂໍ້ມູນ:  https://www.terrabkk.com/news/196003

ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:
+856 20 28042166‭
+856 20 52172698‬
ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

ແບ່ງປັນ