Breaking News

10 ນິໄສ ທີ່ແມ່ຍິງຍຸກໃໝ່ຄວນມີ ແລະ ເຮັດໃຫ້ປະສົບຜົນສຳເລັດໃນຊີວິດ

ແບ່ງປັນ

1 ເລືອກພັດທະນາຈຸດແຂງທີ່ມີຢູ່

ແມ່ຍິງທີ່ປະສົບຜົນສຳເລັດນັ້ນ ມັກຈະເລືອກເສັ້ນທາງວຽກງານ ໂດຍຄຳນຶງເຖິງສິ່ງທີ່ພວກເຂົາເຮັັດໄດ້ດີເປັນອັນດັບທຳອິດ ແລະ ຮອງລົງມາຈຶ່ງເຮັດສິ່ງທີ່ພວກເຂົາຮັກ.

2 ມີຄວາມທະເຍີທະຍານສູງ

ແມ່ຍິງທີ່ປະສົບຜົນສຳເລັດບໍ່ໄດ້ຝັນຈະເປັນພຽງແຕ່ທີ່ສຸດຂອງແຜນການ ຫຼືໜ່ວຍງານ ແຕ່ພວກເຂົາຕັ້ງເປົ້າໝາຍທີ່ຈະເປັນທີ່ສຸດຂອງອົງກອນລະດັບປະເທດ.

3 ເບິ່ງໂລກໃນແງ່ດີ

ແມ່ຍິງທີ່ຈະປະສົບຄວາມສຳເລັດຈະຮູ້ວ່າຈະຮັບມືກັບຄວາມຜິດຫວັງໄດ້ແນວໃດ ເພື່ອບໍ່ໃຫ້ຮູ້ສຶກເສົ້າ ຫຼືຫົດຫູ່ ພວກເຂົາເຊື່ອວ່າອະນາຄົດຕ້ອງດີກ່ອນນີ້ສະເໝີ.

4 ເປັນນັກຈັດການທີ່ດີ

ແມ່ຍິງທີ່ປະສົບຜົນສຳເລັດສ່ວນໃຫຍ່ ຈະຈັດການປະຕິທິນຂອງຕົົນເອງ ເລື່ອງວັນເວລາຕ່າງໆ ໂດຍສິ່ງທີ່ພວກເຂົາຕັດສິນໃຈເຮັດແຕ່ລະຢ່າງນັ້ນ ພວກເຂົາຈະເຮັດຕາມລຳດັບຂັ້ນຕອນ.

5 ຮຽນຮູ້ຢູ່ສະເໝີ

ແມ່ຍິງເຫຼົ່ານີ້ ມັກຈະພັດທະນາຕົນເອງຢູ່ສະເໝີ ພ້ອມທັງຍັງມີທີ່ປຶກສາ ຫຼືຜູ້ຊ່ວຍເພື່ອເລັ່ງການພັດທະນາຂອງພວກເຂົາໃຫ້ດີຂຶ້ນອີກດ້ວຍ.

6 ມີຄູ່ຄິດທີ່ດີ

ສ່ວນຫຼາຍແມ່ຍິງທີ່ຈະປະສົບຜົນສຳເລັດ ມັກມີຄູ່ຄິດ ຫຼືສະມາຊິກໃນຄອບຄົວທີ່ຊ່ວຍສະໜັບສະໜູນສິ່ງທີ່ພວກເຂົາເຮັດຢູ່.

7 ຮູ້ວ່າຄວາມລົ້ມເຫຼວ ແລະ ຄວາມສຳເລັດ ເປັນເລື່ອງຄູ່ກັນ

ທຸກໆຄົນ ລ້ວນແຕ່ເຄີຍພົບກັບຄວາມລົ້ມເຫຼວ ກ່ອນທີ່ຈະກ້າວໄປເຖິງເປົ້າໝາຍ ຫຼືຄວາມສຳເລັດທັງນັ້ນ. ສະນັ້້ນ,​ ໃຫ້ຮູ້ຢູ່ສະເໝີວ່າ ມີສຳເລັດກໍຕ້ອງມີລົ້ມເຫຼວ,​ ມີລົ້ມເຫຼວກຕ້ອງມີສຳເລັດ.

8 ກະຕັນຍູ ຮູ້ບຸນຄຸນ

ແມ່ຍິງເຫຼົ່ານີ້ຈະມັກຍ້ອງຍໍຄົນທີ່ເຄີຍຊ່ວຍເຫຼືອພວກເຂົາຈົນປະສົບຜົນສຳເລັດ ພວກເຂົາສຳນຶກບຸນຄຸນຕໍ່ສິ່ງທີ່ມີ ແລະ ເຫັນຄຸນຄ່າຕໍ່ທຸກໆການສະໜັບສະໜູນ ທີ່ເຮັດໃຫ້ພວກເຂົາໄດ້ມາຮອດຈຸດນີ້.

9 ເຮັດວຽກໜັກຢ່າງຕໍ່ເນື່ອງ

ບໍ່ມີໃຜປະສົບຜົນສຳເລັດໄດ້ ໂດຍທີ່ບໍ່ເຄີຍເຮັດວຽກໜັກຢ່າງຕໍ່ເນື່ອງ ນີ້ອາດຈະເປັນສິ່ງທີ່ເຮົາທຸກຄົນເຂົ້າໃຈດີຢູ່ແລ້ວ ແຕ່ເປັນທີ່ຮູ້ໆກັນຢູ່ວ່າ: “ເວົ້າງ່າຍ ແຕ່ລົງມືເຮັດມັນຍາກ”.

10 ບໍ່ເສຍເວລາໃຫ້ກັບເລື່ອງໄຮ້ສາລະ

ຜູ້ຍິງທີ່ປະສົບຄວາມສຳເລັດ ມັກຈະເກັ່ງໃນເລື່ອງຂອງການແຍກແຍະສິ່ງໃດທີ່ມີຄຸນຄ່າ ແລະ ສິ່ງໃດໄຮ້ສາລະ ຫຼືບໍ່ມີຄ່າພໍທີ່ຈະເສຍເວລາໄປກັບມັນ.​

ຂໍ້ມູນ:​ https://board.postjung.com/1171481

ແບ່ງປັນ