ເກດມະນີ ວົງປະເສີດ (ປຸ້ຍ) ນາງສາວນະຄອນຫຼວງວຽງຈັນ 2019 ທີ່ມີຄວາມສາມາດຫຼາກຫຼາຍທັງດ້ານບັນເທີງ ແລະ ການສຶກສາ, ປີຜ່ານມາ ປຸ້ຍໄດ້ຈົບການສຶກສາປະລິນຍາຕີ ແລະ ໄດ້ຮັບໃບປະກາດກຽດນິຍົມ (ໃບປະກາດແດງ) ເຊິ່ງເຮັດໃຫ້ຫຼາຍຄົນເວົ້າເປັນສຽງດຽວກັນວ່າ: “ທັງງາມທັງເກັ່ງ”.

ປັດຈຸບັນ, ປຸ້ຍ ໄດ້ຮັບໜ້າທີ່ໃໝ່ທີ່ທ້າທາຍ ຄືການເປັນກຳມະການຮ່ວມ ໃນລາຍການ The Survival Laos ເຊິ່ງເປັນທີ່ແປກຕາຫຼາຍຄົນ ເພາະຜ່ານມາສາວປຸ້ຍເປັນສາວງາມວັດທະນະທຳໃນເວທີການປະກວດນາງສາວນະຄອນຫຼວງ ເຊິ່ງມື້ນີ້ໄດ້ມາໃນແບບສາວໝັ້ນ ແຕ່ປຸ້ຍກໍເຮັດອອກມາໄດ້ດີຫຼາຍ ທັງການວາງໂຕ ແລະ ຕັດສິນໃຈ ມີຄວາມງາມແບບສຸດຂຸມ, ມີສະເໜ່ສຸດໆ.




ພ້ອມກັນນັ້ນ, ປຸ້ຍ ກໍໄດ້ໂພສໃນເຟສບຸກວ່າ: “ຝາກທຸກຄົນຕິດຕາມປຸ້ຍ ພ້ອມທັງໃຫ້ກຳລັງໃຈລີດເດີ້ ແລະ ນ້ອງໆ ໃນລາຍການ The Survival Laos EP ສຸດທ້າຍແດ່ເດີ, ຂອບໃຈທີ່ໃຫ້ປຸ້ຍເປັນສ່ວນໜຶ່ງ”.




ຮູບພາບຈາກ: Bossdercup Woraphon
ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:
+856 20 28042166
+856 20 52172698
ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine