Breaking News

ອິ່ງ ແກ້ວມຸກດາ ພິມພັກດີ ດາລາໄວລຸ້ນມາແຮງ

ແບ່ງປັນ

ສາວງາມທີ່ກຳລັງມາແຮງແຊງໂຄ້ງ ສາວ ອິ່ງ ແກ້ວມຸກດາ ພິມພັກດີ ອາຍຸ 22 ປີ ຄົນແຂວງຈຳປາສັກ ຈົບການສຶກສາຈາກ ມະຫາວິທະຍາໄລຈຳປາສັກ ຄະນະເສດຖະສາດ ແລະ ການຄຸ້ມຄອງ.

ສາວອິ່ງ ເຄີຍປະກວດນາງສາວລາວ 2018 ເຊິ່ງໄດ້ຮັບລາງວັນຂວັນໃຈມະຫາຊົນ ແລະ ລາງວັນຮອງອັນດັບສອງ ນາງສາວລາວ 2018 ແລະ ເປັນນາງເອກ MV ເພງ “ສາວບ້ານໃດ” ຂອງ BIGYAI ແບກຶ ທີ່ໂດ່ງດັງພໍສົມຄວນ.

ນອກຈາກນັ້ນ, ສາວອິ່ງ ຍັງມີຜົນງານໃນວົງການບັນເທີງອີກຫຼາກຫຼາຍ ເປັນຕົ້ນແມ່ນ ຖ່າຍ MV ເພງໃໝ່ ຂອງນັກຮ້ອງໄວລຸ້ນທີ່ຈະປ່ອຍອີກບໍ່ດົນ ພ້ອມກັນນັ້ນ, ອິ່ງ ຍັງໄດ້ຖ່າຍປະຕິທິນໃຫ້ກັບທະນາຄານ JDB ນຳອີກ.

ຮູບພາບຈາກ Facebook: ແກ້ວມຸກດາ ພິມພັກດີ

ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:
+856 20 28042166‭
+856 20 52172698‬
ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

ແບ່ງປັນ