Breaking News

ແມ່ຕູ້ລິນ ຊີວິດບັ້ນປາຍຄືສຽງເພງ ແລະ ຫມານ້ອຍ

ແບ່ງປັນ

ແມ່ຕູ້ລິນ ເປັນທີ່ຮູ້ຈັກກັນດີໃນສັງຄົມໃນສາຍາ “ແມ່ຕູ້ຊະລາກັບໝານ້ອຍ” ແມ່ຕູ້ລິນມັກດີດກິຕ້າຮ້ອງເພງລົງຊ່ອງໃນ You Tube ແລະ ມີຄົນຕິດຕາມແມ່ຕູ້ລິນຈຳນວນຫຼາຍ.

ກ່ອນທີ່ແມ່ຕູ້ລິນຈະດີດກິຕ້າຮ້ອງເພງ ແມ່ຕູ້ຫຼິນເກີດອຸບັດຕິເຫດເຮັດໃຫ້ໃບໜ້າບິດບ້ຽວ, ໝໍບອກໃຫ້ແມ່ຕູ້ເວົ້າຫຼາຍໆ, ລູກຫລານແມ່ຕູ້ບອກໃຫ້ແມ່ຕູ້ຮ້ອງເພງ ແລະ ມີລູກຊາຍຊື້ກິຕ້າມາໃຫ້ຮຽນ ແມ່ຕູ້ມັກຮ້ອງເພງ ແລະ ພໍມີພື້ນຖານແດ່ກໍເລີຍຫຼິ້ນເປັນປະຈຳ, ຫຼັງຈາກນັ້ນກໍເລີ່ມຫຼີ້ນແລ້ວໂພສວິດີໂອລົງ You Tube ແລະ ມີຄົນຕິດຕາມເພີ່ມຂຶ້ນທຸກມື້ ແລະ ມີໝານ້ອຍມາປະກອບສ່ວນນຳ ຈົນກາຍເປັນ “ແມ່ຕູ້ຊະລາກັບໝານ້ອຍ”.

ປັດຈຸບັນ, ແມ່ຕູ້ລິນ ອາຍຸ 70 ປີ ແລ້ວ ແມ່ຕູ້ລິນໃຊ້ຊີວິດຢູ່ກັບສຽງເພງ ແລະ ໝານ້ອຍ. ແມ່ຕູ້ໄດ້ເວົ້າວ່າຢາກໃຫ້ຊີວິດມີຄວາມສຸກຢູ່ກັບສຽງເພງ ແລະ ໝານ້ອຍ.

ຮູບພາບຈາກ: https://www.google.com/url?

ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:
+856 20 28042166‭
+856 20 52172698‬
ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

ແບ່ງປັນ