Breaking News

ແຈ້ງການ ໂຈະ ແລະ ຖອນໃບອະນຸຍາດວາລະສານ

ແບ່ງປັນ

ປັດຈຸບັນ ສື່ອອນລາຍ ແມ່ນມີບົດບາດຫຼາຍໃນສັ່ງຄົມ ເຊິ່ງວາລະສານຫຼາຍສະບັບໄດ້ປິດໂຕລົງ ພ້ອມດຽວກັນນັ້ນ ກໍມີແຈ້ງການເຖິງ ບັນດາຫົວໜ້າ ບັນນາທິການ ວາລະສານ ກ່ຽວກັບເລື່ອງ: ການໂຈະ ແລະ ການຖອນໃບອະນຸຍາດ ວາລະສານ.

ໂດຍວາລະສານທີ່ໄດ້ໂຈະ ແລະ ຖອນໃບອະນຸຍາດມີຈຳນວນ 36 ສະບັບ, ເນື່ອງຈາກວາລະສານຈຳນວນດັ່ງກ່າວ ບໍ່ມີການເຄື່ອນໄຫວ, ຊອກຫາຕົວຕົນບໍ່ພົບ ແລະ ບໍ່ມາຕໍ່ໃບອະນຸຍາດມາ 3 ປີແລ້ວ ເຊິ່ງວາລະສານດັ່ງກ່າວຈະບໍ່ສາມາດເຄື່ອນໄຫວວຽກງານດ້ານສື່ມວນຊົນອີກຕໍ່ໄປ.

ຮູບພາບບຈາກ: Family Magazine Laos, ວາລະສານມິດຕະພາບ, ວາລະສານລູກ, ວາລະສານກ້າວໜ້າ ແລະ ວາລະສານລານຄຳ.

ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:
+856 20 28042166‭
+856 20 52172698‬
ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

ແບ່ງປັນ