Breaking News

ຕຸກ The Wow ສາຍາ “ເອົາຂາຍ່າງບໍ່ໄດ້ເອົາແຂ້ວຍ່າງ”

ແບ່ງປັນ

ມາລາວອນ ຫຼືຕຸກ The Wow ນັກສະແດງ, ນາງແບບ ແລະ ພິທີກອນ. ຜ່ານມາ ຕຸກເຄີຍຖືກ Bully ໃນລາຍການ The Wow Laos ໂດຍທີ່ຕຸກເຂົ້າປະກວດ The Wow Laos ໃນປີ 2016 ເຊິ່ງໃນໄລຍະປະກວດ ຕຸກເອງຖືກ Bully ເລື່ອງໜ້າຕາຈາກຫຼາຍຄົນ ທີ່ເວົ້າວ່າຕຸກບໍ່ງາມ ຈົນມີສາຍາ “ເອົາຂາຍ່າງບໍ່ໄດ້ເອົາແຂ້ວຍ່າງ” ເຊິ່ງຄຳດູຖູກຕ່າງໆເຮັດໃຫ້ຕຸກເສຍກຳລັງໃຈຫຼາຍ, ແຕ່ຕຸກກໍບໍ່ຍອມແພ້ ດຶງເອົາຄວາມສາມາດຂອງຕົນເອງອອກມາສະແດງໃຫ້ເຫັນ ຈົນກາຍເປັນ ຕຸກ The Wow.

ສິ່ງທີ່ແມ່ຍິງຄົນນີ້ມີ ຄືຄວາມຕັ້ງໃຈ, ຄວາມຈິງໃຈ ແລະ ຄວາມສູ້ຊົນ. ຍັງເຄີຍເວົ້າກັບລາຍການໜຶ່ງວ່າ: “ຖ້າເຮົາເຫັນແຕ່ຄວາມງາມຂອງຄົນຫຼາຍກວ່າຄວາມສາມາດ ແລ້ວຄົນທີ່ບໍ່ງາມມີຄວາມສາມາດຈະຢືນຢູ່ຈຸດໃດຂອງສັງຄົມ” ພ້ອມກັນນັ້ນ ຕຸກ ຍັງໄດ້ເວົ້າອີກວ່າ:​”ຂໍຂອບໃຈຄຳດູຖູກທີ່ເຮັດໃຫ້ຕຸກມີມື້ນີ້ ແລະ ຂໍໃຫ້ທຸກຄົນເອົາຄຳດູຖູກມາເປັນກຳລັງໃຈ ເພື່ອພັດທະນາຕົນເອງໃຫ້ດີຂຶ້ນ.” ເຊິ່ງຄຳເວົ້ານີ້ເຮັດໃຫ້ຫຼາຍຄົນເກີດມີພະລັງບວກ ແລະ ຊົມເຊີຍກັບຄວາມຄິດຂອງຕຸກ.

ປັດຈຸບັນ ຕຸກ The Wow ກາຍເປັນກຳລັງໃຈຂອງຫຼາຍຄົນ ເພາະຕຸກສາມາດລົບລ້າງຄຳດູຖູກ, ເຢາະເຢີ້ຍ ແລະ ສຽດສີ ຂອງຄົນອື່ນທີ່ເຮັດໃຫ້ຄວາມຄິດດ້ານລົບ ຫັນມາສ້າງພະລັງບວກ ແລະ ຕັ້ງໃຈເຮັດໜ້າທີ່ຂອງຕົນເອງ.

ຮູບພາບຈາກເຟສບຸກ:​ Took TheWow Malavone Singthongpadith

ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:
+856 20 28042166‭
+856 20 52172698‬
ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

ແບ່ງປັນ