Breaking News

ທ່ຽວບຸນນະມັດສະການ ຜາສາດຫີນວັດພູຈໍາປາສັກ

ແບ່ງປັນ

ໃນມື້ນີ້ ທີມງານ ຂວັນໃຈ ຈະຂໍນໍາເອົາປະຫວັດຂອງ ຜາສາດຫີນວັດພູຈໍາປາສັກມາເລົ່າສູ່ຟັງ ຫຼາຍຄົນກໍອາດຈະເຄີຍໄປທ່ຽວມາແລ້ວເນາະ ເຊິ່ງໃນເດືອນນີ້ກໍແມ່ນບຸນນະມັດສະການ ຜາສາດຫີນວັດພູຈໍາປາສັກ ເຊິ່ງປີນີ້ໄດ້ຈັດຂຶ້ນໃນລະຫວ່າງວັນທີ 8-11 ກຸມພາ 2017 ນີ້ ແລະ ມື້ນີ້ກໍເປັນມື້ທໍາອິດຂອງງານບຸນນັ້ນເອງ

ຜາສາດຫີນວັດພູ ຕັ້ງຢູ່ຝັ່ງຂວາ(ຝັ່ງຕາເວັນຕົກ) ຂອງແມ່ນໍ້າຂອງ ຫ່າງຈາກຕົວເມືອງປາເຊໄປປະມານ 40 ກິໂລແມັດ ເປັນປູຊະນິຍະສະຖານອັນສໍາຄັນ ແລະ ເປັນສະຖານປັດຕະຍະກໍາກ່ອນຍຸກອັງກໍວັດ ໃນໄລຍະສະຕະວັດທີ 7-12 ຜາສາດຫີນວັດພູໄດ້ສ່ອງແສງໃຫ້ເຫັນເຖິງຄວາມຈະເລີນຮຸ່ງເຮືອງທາງດ້ານວັດທະນະທໍາໃນສະໄໝກ່ອນ, ເປັນສະຖານທີ່ທ່ອງທ່ຽວທີ່ມີຄວາມສວຍສົດງົດງາມ ແລະ ໜ້າອັດສະຈັນໃຈຫຼາຍເຊິ່ງໄດ້ຖືກຮັບຮອງເປັນມໍລະດົກໂລກ ຈາກອົງການຢູເນສໂກ

ອີງຕາມການຄົ້ນຄວ້າເມື່ອບໍ່ດົນນານມານີ້ ໄດ້ສະແດງໃຫ້ເຫັນວ່າ: ກຸ່ມສະຖານບູຮານວັດພູ ແມ່ນຈຸດໃຈກາງຂອງພື້ນທີ່ ທາງວັດທະນະທໍາ ໃນຂົງເຂດທົ່ງພຽງຈໍາປາສັກ ໂດຍເອົາຈອມພູເກົ້າ ເປັນຈຸດສຸມ ແລ້ວຂະຫຍາຍອອກໄປເຖິງດ້ານຕາເວັນຕົກຂອງສາຍພູເກົ້າ ແລະ ທິດຕາເວັນອອກຂອງຝັ່ງແມ່ນໍ້າຂອງ ເຊິ່ງປະກອບມີວັດວາອາຣາມ, ອ່າງເກັບນໍ້າ (ໜອງສະບູຮານ), ຮ່ອງລະບາຍນໍ້າ, ແຫຼ່ງຕັດຫີນ, ແຫຼ່ງທີ່ຕັ້ງຂອງຊຸມຊົນ, ຖະໜົນບູຮານ ທີ່ເຊື່ອມຕໍ່ໄປຍັງອັງກໍວັດ ລວມທັງຮ່ອງຮອຍເມືອງບູຮານ ອັນມີຊື່ວ່າເມືອງເສດຖາປຸຣະ ໃນຍຸກເລີ່ມຕົ້ນຂອງອານາຈັກຂະແມ (ເຊິ່ງຕໍ່ມາໄດ້ກາຍເປັນເມືອງບູຮານ), ຜາສາດຫີນວັດພູກວມເອົາເນື້ອທີ່ປະມານ 400 ເຮັກຕາ, ຢູ່ທາງຝັ່ງຂວາ (ຕາເວັນຕົກ) ຂອງແມ່ນໍ້າຂອງ. ນອກນັ້ນກໍ່ຍັງມີແຫຼ່ງທີ່ຕັ້ງຂອງຊຸມຊົນແຫ່ງທີ 2 ໃນຍຸກສະໄໝອັງກໍວັດ ຢູ່ທາງທິດໃຕ້ຂອງຜາສາດຫີນວັດພູ

ໃນພື້ນທີ່ມໍລະດົກທາງດ້ານວັດທະນະທໍາຈໍາປາສັກ ຍັງມີສະຖານທີ່ບູຮານຄະດີອື່ນໆອີກເຊັ່ນ: ໂຮງນາງສີດາ, ໂຮງທ້າວເຕົ່າ ແລະ ວັດໂຕະໂໝະ ທີ່ຕັ້ງຢູ່ທາງຕາ ເວັນອອກ ເບື້ອງຝັ່ງແມ່ນໍ້າຂອງ ແລະ ໃນເດືອນສາມເພັງ(ເດືອນລາວ) ຂອງທຸກໆປີ ປະຊາຊົນທົ່ວທຸກສາລະທິດໄດ້ພາກັນເດີນທາງມາກາບໄຫວ້ສັກກາລະບູຊາໃນງານບຸນນະມັດສະການຜາສາດຫີນວັດພູແຫ່ງນີ້

ສໍາລັບການສະເຫຼີມສະຫລອງບຸນດັ່ງກ່າວຄາດວ່າຈະເລີ່ມຄົບງັນຕາມປະເພນີໃນວັນທີ 8 ກຸມພາ ແລະ ວັນທີ 9 ກຸມພາຈະເປັນການເປີດງານບຸນວັດພູຢ່າງເປັນທາງການ ໃນນັ້ນຈະມີການແຫ່ປ້າຍມໍລະດົກ, ແຫ່ຂະບວນ ທີ່ເປັນ ເອກກະລັກ ຂອງແຕ່ລະເມືອງ ເຊິ່ງຈະມີຄະນະນໍາຈາກສູນກາງ, ແຂວງ ແລະ ເມືອງເຂົ້າຮ່ວມ. ຕະຫລອດໄລຍະການສະຫລອງນັ້ນຈະມີກິດຈະກໍາຕ່າງໆເຊັ່ນ: ວາງສະແດງ ສິນຄ້າ, ຄ້າຂາຍ-ສິນຄ້າພື້ນເມືອງ, ການແຂ່ງຂັນກິລາມວນຊົນ, ການສະແດງສິລະປະວັນນະຄະດີ, ລໍາເລື່ອງ, ປາລັດຕື້ ແລະ ອື່ນໆ ຖ້າທ່ານໃດບໍ່ມີແຜນໄປທ່ຽວໃສລອງໄປທ່ຽວງານບຸນນະມັດສະການ ຜາສາດຫີນວັດພູຈໍາປາສັກ ລອງເບິ່ງເດີ້

ແບ່ງປັນ