Breaking News

ປະກາດ! ເຈົ້າຂອງເພສ ເຟສບຸກຕ່າງໆ ໃຫ້ເອົາໃຈໃສ່ຕໍ່ລະບຽບກົດໝາຍ

ແບ່ງປັນ

ເຈົ້າໜ້າທີ່ສະເພາະກິດຂອງກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວໄດ້ເປີດເຜີຍໃນວັນທີ 7 ກຸມພາ 2017 ນີ້ວ່າ: ມີເຟສບຸກຈໍານວນຫຼວງຫຼາຍຍັງບໍ່ທັນໄດ້ເຂົ້າມາແຈ້ງເຈດຈໍານົງ ແລະ ລົງທະບຽນຂອງຕົນເອງໃຫ້ຖືກຕ້ອງຕາມລະບຽບກົດໝາຍຢ່າງເປັນທາງການຕໍ່ລັດຖະບານລາວກໍຄືກະຊວງກ່ຽວຂ້ອງໂດຍສະເພາະໂທລະໂຄ່ງ THOLAKHONG, ລາວໂພສຕ໌ Laopost,  ABC Laos news ສຳນັກຂ່າວເອບີຊີລາວ,  ຄິດອອກ kidork.com, una studio – ຢູ່ນາສະຕູດິໂອ ແລະ ອື່ນໆ ຂະນະທີ່ເຟສບຸກດັ່ງກ່າວໄດ້ສ້າງຂຶ້ນເພື່ອຈຸດປະສົງເຜີຍແຜ່ ແລະ ນໍາສະເໜີຂໍ້ມູນຂ່າວສານຕໍ່ສັງຄົມເປັນວົງກວ້າງໃນຮູບແບບການດໍາເນີນທຸລະກິດແບບອິດສະຫຼະໂດຍບໍ່ເຄົາລົບຕາມກົດລະບຽບ ກົດໝາຍ ແລະ ບໍ່ເສຍພັນທະອາກອນໃຫ້ລັດ.
ເຈົ້າໜ້າທີ່ຈາກກະຊວງກ່ຽວຂ້ອງຍັງຊີ້ແຈ້ງວ່າ: ກົດໝາຍວ່າດ້ວຍສື່ມວນຊົນສະບັບປັບປຸງກໍານົດຢ່າງຈະແຈ້ງວ່າອົງການໃດ, ບຸກຄົນໃດ ແລະ ນິຕິບຸກຄົນມີຈຸດປະສົງຕ້ອງການສ້າງຢາກສ້າງເວບໄຊ, ເຟສບຸກ ແລະ ສື່ອອນລາຍອື່ນໆຕ້ອງໄດ້ໄປແຈ້ງລົງທະບຽນນໍາກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຕ່ກໍລະນີຖ້າຢາກສ້າງຂຶ້ນເພື່ອນໍາສະເໜີຂໍ້ມູນຂ່າວສານ ແລະ ສາລະໜ້າຮູ້ເພື່ອຈຸດປະສົງທຸລະກິດ ແລະ ເຜີຍແຜ່ຂໍ້ມູນຢ່າງເປັນທາງການຕໍ່ສັງຄົມໃນວົງກວ້າງນັ້ນຕ້ອງໄປແຈ້ງໃຫ້ກະຊວງຖະແຫລງ ວັດທະນະທໍາ ແລະ ທ່ອງທ່ຽວຮັບຊາດ.
ຖ້າບໍ່ປະຕິບັດຕາມເງື່ອນໄຂດັ່ງກ່າວນັ້ນຖືວ່າຂັດຕໍ່ລະບຽບກົດໝາຍນັ້ນໆເນື່ອງຈາກວ່າການນໍາສະເໜີຂໍ້ມູນຂ່າວສານບາງຄັ້ງທີ່ເຕະຕ້ອງ, ຕໍານິປ້ອຍດ່າ ມິນປະໝາດຜູ້ອື່ນເຮັດໃຫ້ຜູ້ອື່ນເສຍຫາຍ ຫຼື ເສຍກຽດສັກສີ, ສ້າງເຟສບຸກປອມຂຶ້ນມາຍຸຢົງສົ່ງເສີມໃຫ້ຄົນຜິດກັນ ບໍ່ເຂົ້າໃຈກັນ ແລະ ສ້າງຄວາມແຕກແຍກ, ເອົາຮູບໂປ້ ແລະ ສິ່ງບໍ່ປາຖະໜາຂຶ້ນເຟສບຸກ, ສ່ວຍໃຊ້ອໍານາດລັັກຫາເງິນ ຫຼອກລວງເອົາຊັບສິນຄົນອື່ນ, ການຄ້າມະນຸດ, ຟອກເງິນ, ກໍ່ການຮ້າຍ ແລະ ອື່ນໆນັ້ນຜູ້ເສຍຫາຍ ແລະ ຜູ້ໄດ້ຮັບຜົນກະທົບສາມາດຟ້ອງ ແລະ ຈັບມາລົງໂທດໄດ້ທັນທີ. ຍົກຕົວຢ່າງເຟສບຸກຂອງ ABC Laos news ສຳນັກຂ່າວເອບີຊີລາວພົບວ່າມີຄວາມຜິດຮ້າຍແຮງທີ່ສຸດ ໃນກໍລະນີລອກຮຽນແບບ ແລະ ລະເມີດຕໍ່ກົດໝາຍສື່ຂອງ ສປປ ລາວເພາະວ່າພັກ-ລັດຖະບານອຸນະຍາດໃຫ້ພຽງສໍານັກຂ່າວແຫ່ງດຽວເທົ່ານັ້ນຄືສໍານັກຂ່າວສານປະເທດລາວຮັບການສ້າງຕັ້ງຖືກຕ້ອງຕາມກົດໝາຍຢ່າງເປັນທາງການໃນ ສປປ ລາວ ແລະ ບໍ່ມີສໍານັກຂ່າວອື່ນໆອີກພາຍໃນປະເທດ ຖ້າໃສ່ຊື່ອື່ນໂດຍບໍ່ກ່ຽວຂ້ອງກັບສໍານັກຂ່າວສານຈະບໍ່ເປັນຫຍັງເຊັ່ນ: ໜັງສືພິມປະຊາຊົນ, ໜັງສືພິມເສດຖະກິດສັງຄົມ, ໜັງສືພິມເສດຖະກິດ-ການຄ້າ, ໜັງສືພິມປ້ອງກັນຄວາມສະຫງົບ ແລະ ອື່ນໆ.
ໃນກໍລະນີ ຫາກອົງກອນໃດ, ບຸກຄົນໃດ ແລະ ນິຕິບຸກຄົນໃດບໍ່ປະຕິບັດຕາມກົດລະບຽບ ແລະ ກົດໝາຍບ້ານເມືອງຢ່າງເຄັ່ງຄັດ ຖ້າຜິດມາຖືວ່າຮັບຜິດຊອບຕົວເອງ ແລະ ບໍ່ຕ້ອງຈົ່ມບໍ່ຕ້ອງເວົ້າອີກເພາະເຈົ້າໜ້າທີ່ສະເພາະກິດພວມຂຶ້ນບັນຊີ ແລະ ຕິດຕາມຢ່າງໃກ້ຊິດ. ສະນັ້ນເມື່ອຮູ້ສືກໂຕວ່າຂາດຕົກບົກຜ່ອງ ແລະ ຍັງບໍ່ຖືກຕ້ອງສອດຄ່ອງກັບລະບຽບກົດໝາຍຄວນແກ້ໄຂຕາມຄວາມເປັນຈິງ.

ຂໍ້ມູນຈາກ: ຂ່າວສານປະເທດລາວ. ໂດຍ: ຮັກຊາດ

ແບ່ງປັນ