ຍີ່ປຸ່ນຖືໄດ້ວ່າເປັນປະເທດທີ່ມີຄວາມກ້າວໜ້າທາງດ້ານເຕັກໂນໂລຊີທີ່ທັນສະໄໝ ແລະ ຄົນຍີ່ປຸນກໍເປັນຄົນທີ່ມີການວາງແຜນການເຮັດວຽກ ຫຼືແບບແຜນໃນການໃຊ້ຊີວິດ ໂດຍສະເພາະແມ່ນການວາງແຜນເລື່ອງການເກັບອອມເງິນ!!! ໂດຍສະເພາະແມ່ນສາວໂສດທັງຫຼາຍ ເຮົາມາເບິ່ງນໍາກັນວ່າ Working Women ຂອງຍີ່ປຸ່ນນັ້ນເກັບເງິນເພື່ອເປົ້າໝາຍຫຍັງແດ່!!! ເຮົາໄປເບິ່ງນໍາກັນເລີຍ…

ເພື່ອເປັນທຶນໃນການແຕ່ງງານ!! ງານແຕ່ງດອງບໍ່ແມ່ນພຽນແຕ່ເປັນງານຂອງຝ່າຍໃດຝ່າຍໜຶ່ງພຽງຜູ້ດຽວ ດັ່ງນັ້ນ ການ Share ຄ່າໃຊ້ຈ່າຍຕ່າງກໍບໍ່ແມ່ນສິ່ງທີ່ໜ້າລັງກຽດສໍາຫລັບສາວໆ ຫາກຍັງເປັນອີກໜຶ່ງຄວາມພູມໃຈຂອງຜູ້ຍິງທີ່ສາມາດຊ່ວຍເຫລືອຄົນທີ່ຄົນທີ່ຕົນເອງຮັກໄດ້ ດັ່ງຄໍາເວົ້າທີ່ວ່າ “ອ້າຍອອກສອງນ້ອງອອກໜຶ່ງ”
ເພື່ອງານອາດິເລກ ສາວໂສດຽວນີ້ມີກິດຈະກໍາຍາມຫວ່າງທີ່ໜ້າສົນໃຈຫຼາກຫຼາຍແບບ ບໍ່ວ່າຈະເປັນການທ່ອງທ່ຽວ, ການຊອກຮຽນເພີ່ມເສີມທັກສະຄວາມຮູ້, ການອອກກໍາລັງກາຍ ,ການເຂົ້າສະປາເສີມຄວາມງາມ ແລະ ອີກຫຼາຍໆກິດຈະກໍາຂຶ້ນກັບຄວາມມັກຂອງແຕ່ລະຄົນ
ເພື່ອໄວ້ໃຊ້ໃນຍາມສຸກເສີນ!! ເງິນສໍາຮອງແມ່ນສິ່ງທີ່ຈໍາເປັນ ແລະ ມີຄວາມສໍາຄັນຫຼາຍ ຍ້ອນອະນາຄົດເຮົາບໍ່ສາມາດເບິ່ງເຫັນ ເພາະເຫດສຸກເສີນສາມາດເກີດຂຶຶ້ນໄດ້ກັບທຸກໆຄົນ ແລະ ທຸກເວລາ ດັ່ງຄໍາເວົ້າທີ່ວ່າ “ກັນໄວ້ດີກວ່າແກ້”
ເພື່ອມໄວ້ໃຊ້ຍາມເຖົ້າສະລາ ບັ້ນປາຍຊີວິດໃນໄວທີ່ບໍ່ສາມາດເຮັດວຽກໄດຫາເງິນໄດ້ ລາຍໄດ້ກໍຈະບໍ່ມີ!! ຖ້າບໍ່ຢາກໃຫ້ຊີວິດຫຼັງກະສຽນພົບບັນຫາ ຖ້າມີການວາງແຜນເກັບເງິນເພື່ອໄວສະລາກໍຖືວ່າເປັນເລື່ອງດີ
ເພື່ອຊື້ເຮືອນ!! ເຮືອນເປັນອີກໜຶ່ງຄວາມຝັນຂອງສາວໆຄືກັນ ອັນເປັນເຫດໃຫ້ບັນດາ Working Women ທັງຫຼາຍພາກັນຕັ້ງໜ້າຕັ້ງຕາຫາເງິນ ເພື່ອສ້າງຝັນໃຫ້ກາຍເປັນຈິງ ເຊິ່ງການຊື່ເຮືອນນັ້ນບາງເທື່ອກໍແມ່ນເພື່ອເປັນບ່ອນຢູ່ຂອງຄົນເອງ ແລະ ບາງທີກໍແມ່ນຊື້ເພື່ອໃຫ້ຄົນອື່ນເຊົ່າຕໍ່ ເພື່ອໃຫ້ເກີດລາຍໄດ້ອີກທາງນັ້ນເອງ


ຂໍ້ມູນຈາກ: taday.line.me