Breaking News

6 ໝາກໄມ້ທີ່ມີວິຕາມິນບໍາລຸງຜິວໃຫ້ຂາວໃສ

ແບ່ງປັນ

ຜິວງາມໃຜໆກໍຢາກມີ ຜິວດີໃຜໆກໍຢາກໄດ້ ປັດຈຸບັນນີ້ການບໍາລຸງຜິວກໍມີຫຼາກຫຼາຍວິທີທີ່ແຕກຕ່າງກັນໄປ ມື້ນີ້ຂວັນໃຈຂໍເອົາໃຈສາວໆທີ່ມັກຂາວມັກງາມ ໂດຍການມາແນະນໍາອີກວິທີໜຶ່ງ ໃນການບໍາລຸງຜິວ ເຊິ່ງເປັນວິທີງ່າຍໆທີ່ສາວໆທຸກຄົນສາມາດເຮັດໄດ້ທຸກມື້ ແລະ ທຸກເວລາເລີຍກໍວ່າໄດ້ ນັ້ນກໍຄື….ການກິນໝາກໄມ້ທີ່ມີວິຕາມິນບໍາລຸງຜິວ ເຊິ່ງວິຕາມິນຕ່າງໆໃນໝາກໄມ້ນັ້ນແມ່ນສາມາດເຮັດໃຫ້ຜິວຂອງສາວໆນັ້ນຂາວໃສແບບທໍາມະຊາດ ແລະ ຜິວກໍຍັງແຂງແຮງອີກດ້ວຍ!! ເຊິ່ງຈະມີໝາກອີ່ຫຍັງແດ່ເຮົາໄປເບິ່ງກັນເລີຍ!!

ໝາກແອບເປີ້ນ: ແອບເປີ້ນທຸກສາຍພັນແມ່ນປະກອບມີວິຕາມິນຊີເປັນຫຼັກ ເຊິ່ງຈະຊ່ວຍໃນເລື່ອງຂອງການຮັກສາການເຊື່ອມສະພາບຂອງ, ຊ່ວຍປົກປ້ອງຜິວຈາກແສງແດດ. ນອກຈາກວິຕາມິນຊີແລ້ວ ແອບເປີ້ນຍັງມີວິຕາມີນບີ 1 , ວິຕາມິນບີ 3, ແລະ ວິຕາມິນບີ 5 ທີ່ຊ່ວຍເພີ່ມພູມຕ້ານທາງໃຫ້ແກ່ຜິວເຮັດໃຫ້ຜິວອ່ອນກວ່າໄວ, ຊ່ວຍໃຫ້ຜິວນຽນໜຸມຊຸມຊື່ນ ແລະ ຂາວສົດໃສຂຶ້ນ

ໝາກສົ້ມ: ເປັນໝາກໄມ້ທີ່ມີວິຕາມິນຊີສູງທີ່ສຸດ ເຊິ່ງແນ່ນອນວ່າວິຕາມິນຊີແມ່ນຈະຊ່ວຍໃນເລື່ອງຂອງການຫຼຸດ ແລະ ປົກປ້ອງການເກີດຮ່ອງຮອຍທີ່ໃບໜ້າໄດ້ດີທີ່ສຸດ ແຖມຍັງຊ່ວຍໃຫ້ໜ້າເປັ່ງປັ່ງຂຶ້ນອີກ ຍັງບໍ່ພໍ!! ໝາກສົ້ມຍັງມີຄຸນສົມບັດໃນການຊ່ວຍສ້າງຄໍລາເຈນ, ມີສານຕໍ່ຕ້ານອານຸມູນອິດສະຫຼະຢ່າງຫລວງຫຼາຍທີ່ຊ່ວຍເຮັດໃຫ້ໜ້າອ່ອນກວ່າໄວໄດ້ເປັນຢ່າງດີ ແລະ ສົ້ມຍັງມີວິຕາມິນບີເຊິ່ງໂດ່ດເດັ່ນໃນການສ້ອມແຊມເຊວຜິວ ແຖມຍັງປົກປ້ອງຄວາມມີນໍ້າມີນວນຂອງຜິວໄດ້ເປັນຢ່າງດີ

ສະຕໍເບີຣີ: ເປັນອີກໜຶ່ງໃນໝາກໄມ້ທີ່ມີວິຕາມິນຊີ ແລະ ສານຕ້ານອະນຸມູນອິດສະຫຼະສູງ ຈຶ່ງຊ່ວຍໃນການຫຼຸດຮ່ອງຮອຍ ແລະ ກະຊັບຜິວໜ້າ ນອກຈາກນັ້ນ ສະຕໍເບີຣີ ກໍຍັງມີວິຕາມິນເອ ຈຶ່ງໂດດເດັ່ນໃນການປັບການເສື່ອມສະພາບຂອງຜິວ ແລະ ເຮັດໃຫ້ຜິວເບິ່ງອ່ອນກວ່າໄວ ຍັງບໍ່ພໍ!! ສະຕໍເບີຣີ ຍັງມີຟອສ໌ຟໍຣັສ໌ ແລະ ເຄວຊ້ຽມທີ່ຊ່ວຍບໍາລຸງເຊວເມັດເລືອດແດງໃນຮ່າງອີກດ້ວຍ.

ໝາກເລັ່ນ: ເປັນທີ່ຮູ້ຈັກກັນດີໃນຕະກຸນໝາກໄມ້ທີ່ກິນແລ້ວຂາວ ໝາກເລັ່ນມີວິຕາມິນຊີ ແລະໄລໂຄປີນສູງທີ່ສຸດ ເຊິ່ງເຮັດໃຫ້ໝາກເລັ່ນມີຄວາມສາມາດໃນການປ້ອງກັນຄວາມເສື່ອມສະພາບຂອງຜິວໄດ້ຢ່າງດີໝາກເລັ່ນຍັງມີສານຕ້ານອານຸມູນອິດສະຫຼະທີ່ຊ່ວຍສະລໍການເກີດຮ່ອງຮອຍ, ຊ່ວຍຄົງຄວາມມີນໍ້າມີນວນເຮັດໃຫ້ຜິວບໍ່ແຫ້ງ ແລະ ຖ້າຊອຍໝາກເລັ່ນເປັນຕ່ອນບາງໆແລ້ວເອົາມາພອກໜ້າກໍຈະຊ່ວຍໃຫ້ໃບໜ້າສົດໃສໄກສິວ.

ອະໂວຄາໂດ: ເປັນໜຶ່ງໃນໝາກໄມ້ທີ່ມີກົດວິຕາມິນຊີ ແລະ ກົດທີ່ເປັນປະໂຫຍດແກ່ຮ່າງກາຍ ອະໂວຄາໂດ ມີວິຕາມີນເອ, ວິຕາມິນບີ 1, ວິຕາມິນບີ 2 ແລະ ວິຕາມິນຊີ ເຊິ່ງວິຕາມິນພວກນີ້ຈະເຮັດໜ້າທີ່ຮັກສາສະພາບຂອງຜິວໜ້າໃຫ້ຂາວສົດໃສ ນອກນັ້ນອະໂວຄາໂດ ຍັງມີກົດໄຂມັນຊັ້ນດີທີ່ເປັນໃນການປ້ອງກັນບໍ່ໃຫ້ຜິດແຫ້ງແຕກລາຍ

ໝາກນາວ: ປະກອບໄປດ້ວຍແຫ່ທາດ ແລະ ວິຕາມິນທີ່ມີປະໂຫຍດຕໍ່ຮ່າງກາຍ ເຊັ່ນ ວິຕາມິນເອ, ວິຕາມິນຊີ, ຟອສ໌ຟໍຣັສ໌, ແຄວຊຽມ, ກົດຊິຕຣິກ ແລະ ກົດມາລິກ ເຊິ່ງກົດທັງໝົດນີ້ຊ່ວຍເຮັດໃຫ້ຜິວໃສ, ຊ່ວຍຜັດເຊວຜິວທີ່ເສື່ອມສະພາບອອກໄປ, ຊ່ວຍກໍາຈັດສານຜິດອອກຈາກຮ່າງກາຍ ແລະ ນໍ້າໝາກນາວຍັງຊ່ວຍຮັກສາສິວ, ຝ້າ, ຫຼຸດອາການອຸດຕັນຂອງຮູຂອງຂົນ ແລະ ຄວາມມັນຂອງຜິວໜ້າໄດ້.

ຂອບໃຈຂໍມູນຈາກ: fruitfits.com

ແບ່ງປັນ