Breaking News

Wow! “ຕູນ-ກ້ອຍ” ໂຊບັດເຊີນ ພ້ອມເຜີຍຄອນເຊັບງານດອງ

ແບ່ງປັນ

ກ້ອຍ-ຕູນ ເຜີຍໂສມບັດເຊີນງານດອງແລ້ວ ເຊິ່ງອອກແບບໃຫ້ເປັນແຜ່ນສຽງສຸດຄຣາສິກ ແບບລຽບແຕ່ຫຼູອອກແນວຫວານລະມຸນ ຫຼາຍຄົນບອກວ່າເປັນບັດທີ່ມີຄວາມລົງຕົວ ແລະ ເຂົ້າກັບບັນຍາກາດຄອນເຊັບງານດອງເປັນຢ່າງດີ

ໃກ້ເຂົ້າມາແລ້ວເດີ!! ສໍາຫລັບງານແຕ່ງຂອງຄູ່ຮັກດາຣານັກແລ່ນ ຕູນ ບໍດີສະແລມ-ກ້ອຍ ຣັຊວິນ ເຊິງເປັນອີກໜຶ່ງງານທີ່ບັນດາແຟນໆຕ່າງກໍໃຫ້ຄວາມສົນໃຈ ແລະ ຖ້າຕິດຕາມຫຼາຍທີ່ສຸດ ຫຼັງຈາກທີ່ທັງຄູ່ໄດ້ວາງແຜນງານດອງໄວ້ແຕ່ຕົ້ນປີທີ່ຜ່ານມາ ແຕ່ເນື່ອງຈາກວ່າຕິດສະຖານະການໂຄວິດ-19 ທີ່ແຜ່ລະບາດ ຈຶ່ງເຮັດໃຫ້ທຸກຢ່າງໄດ້ເລື່ອນອອກໄປ.

ຈາກນັ້ນ ທັງຄູ່ກໍໄດ້ແຈ້ງຂ່າວເລື່ອນງານມຸງຄຸນມາເປັນວັນທີ 28 ພະຈິກ 2020 ແລະ ສາວກ້ອຍເອງກໍມີພາບລອງຊຸດເຈົ້າສາວອອກມາໃຫ້ເຫັນແວບໆ ເຖິງວ່າຈະມາພຽງຊຸດດຽວແຕ່ກໍສໍາຜັດໄດ້ເຖິງຄວາມອະລັງການງານສ້າງຂອງຊຸດວິວາບໍ່ແມ່ນນ້ອຍໆເລີຍເດີ!!

ຫລ້າສຸດ ຕູນ-ກ້ອຍ ກໍໄດ້ໂພສໂຊບັດເຊີນທີ່ເຮັດແລ້ວເປັນທີ່ຮຽບຮ້ອຍ ເຊິງອອກແບບເປັນແຜ່ນສຽງ ພື້ນຫຼັງເປັນສີນໍ້າເງິນ ເອີ້ນໄດ້ວ່າເຂົ້າກັບLifestyleຂອງທັງຄູ່ທີ່ສຸດເລີຍກໍວ່າໄດ້.

ສ່ວນຄອນເຊັບຂອງງານສາວກ້ອຍບອກວ່າ ອ້າຍຕູນຢາກໃຫ້ມີຄວາມສະໜຸກສະໜານ ແລະ ທີ່ວາງໄວ້ແມ່ນເປັນຄອນເຊັບສວນສະໜຸກ.

ຂໍ້ມູນຈາກ: sanook.com

ແບ່ງປັນ