Breaking News

Fashion ທີ່ສາວໆຕ້ອງມັກ!! ກັບງານເປີດໂຕຄໍເລັກຊັ້ນໃຫມ່ຂອງແບຣນ MINISTRY OF SILK

ແບ່ງປັນ

ໃນວັນທີ 09 ຕຸລາ 2020 ຜ່ານມາ ທີ່ຮ້ານ MINISTRY OF SILK ນໍ້າພຸ ນະຄອນຫລວງວຽງຈັນ.
MINISTRY OF SILK ແບຣນເສື້ອຜ້າລະດັບສາກົນທຳອິດຂອງປະເທດລາວທີ່ໄດ້ຈົດທະບຽນການຄ້າພາຍໃຕ້ກົດຫມາຍປົກປ້ອງຊັບສິນທາງປັນຍາຂອງປະເທດອັງກິດໄດ້ຈັດງານເປີດຕົວຄໍເລັກຊັ້ນໃຫມ່ ທີ່ມີຊື່ວ່າ ນິວ ນອມ ເຊິ່ງຄໍເລັກຊັ້ນໃຫມ່ນີ້ໄດ້ຮັບການອອກແບບໂດຍ 2 ນັກອອກແບບຮຸ້ນໃໝ່ມາແຮງນັ້ນກໍຄື ນາງ ມະນີວອນ ວັນສະຫວັດ ແລະ ກີ້ ເພຍຄຳໂງ່ນ ຜູ້ທີ່ມີຄວາມໂດດເດັ່ນຈາກໂຄງການສົ່ງເສີມນັກອອກແບບຫນຸ່ມນ້ອຍຂອງລາວ.

ຄໍເລັກຊັ້ນໃຫມ່ນີ້ໄດ້ຮັບການອອກແບບໃຫ້ເຂົ້າກັບວິຖີຊີວິດໃຫມ່ຂອງເຮົາ ພາຍຫລັງໄດ້ຖືກກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ19, ເຊິ່ງໄດ້ເນັ້ນໃສ່ຄວາມຮຽບງ່າຍ ສວມໃສ່ສະບາຍ ແລະ ລາຄາບໍ່ແພງ ແຕ່ຍັງຄົງຮັກສາຄວາມເປັນເອກະລັກຂອງແບຣນ MINISTRY OF SILK ເຊິ່ງເນັ້ນເລື່ອງຄວາມຫລູຫລາ ແລະ ສະຫງ່າງາມ.

ການເປີດຕົວຄໍເລັກຊັ້ນໃຫ່ມໃນຄັ້ງນີ້ ແມ່ນເພື່ອຊຸກຍູ້ວົງການແຟຊັ້ນຂອງລາວໃຫ້ຜ່ານຜ່າວິກິດໃນປັດຈຸບັນ ພ້ອມທັງສ້າງວຽກເຮັດ ແລະ ລາຍຮັບໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງກັບການຜະລິດ ແລະ ເພື່ອສືບຕໍ່ສົ່ງເສີມພັດທະນາວົງການແຟຊັ້ນໃນ ສປປ ລາວ.

ມື້ນີ້ມາເອົາໃຈສາວໆຂວັນໃຈ ແອັດຈະພາໄປສ່ອງແຟຊັ່ນຂອງຄົນລາວເຮົາເອງ ແລະ ໃນງານນີ້ບອກໄດ້ເລີຍວ່າມີແຕ່ຊຸດເລີດໆປັງໆ!!! ເຮົາໄປເບິ່ງນໍາກັນເລີຍ…


ແບ່ງປັນ