ສັງຄົມທຸກມື້ນີ້ແມ່ນມີການເຕີບໃຫຍ່ຂະຫຍາຍຕົວຢ່າງໄວວາ ການແຂ່ງຂັນໃນສັງຄົມກໍສູງ ນັ້ນສະແດງໃຫ້ເຫັນເຖິງສິ່ງທີ່ປ່ຽນແປງໃນກຸ່ມຄົນກໍາລັງເກີດຂຶ້ນ ທຸກຄົນລ້ວນແຕ່ມີແນວທາງ ແລະ ມີເປົ້າໝາຍເປັນຂອງຕົວເອງ ໂດຍສະເພາະໄວໜຸ່ມໄວສ້າງຕົວທັງຫຼາຍ ທີ່ກໍາລັງທີ່ກໍາລັງຄົ້ນຄືດຊອກຫາທຸກວິທີທາງເພື່ອໃຫ້ຕົວເອງປະສົບຜົນສໍາເລັດໃນໄວອາຍຸຍັງນ້ອຍ!!. ມື້ນີ້ ຂວັນໃຈຈະມາແນະນໍາ 5 ເຄັດລັບແນວທາງໃນການພິຊິດເປົ້າໝາຍໃຫ້ໄດ້ໄວ້ຂຶ້ນ ເຊິ່ງຈະມີອີ່ຫຍັງແດ່ນັ້ນໄປອ່ານນຳກັນເລີຍ!!!!

ມີຄວາມຄືດສ້າງສັນ!! ຕ້ອງຕັ້ງຄໍາຖາມກັບຕົວເອງວ່າ ຈະເຮັດແນວໃດໃຫ້ສິ່ງທີ່ເຮົາເຮັດຢູ່ນັ້ນເປັນທີ່ໜ້າສົນໃຈ, ໂດດເດັ່ນ, ຈັບຕ້ອງໄດ້ ແລະ ມີ Style ທີ່ຊັດເຈນກວ່າຄົນອື່ນ.
ຈັດການກັບສະຖານະການທຸກຮູບແບບໄດ້!! ຮຽນຮູ້ຮັບມື, ແກ້ໄຂບັນຫາທຸກເຫດການທີ່ເກີດຂຶ້ນກັບຊີວິດ ແລະ ໜ້າທີ່ວຽກງານ ຕ້ອງຄືດສະເຫມີວ່າ “ໃນວິກິດມັນມີໂອກາດ ໃນໂອກາດຈະມີຫົນທາງ ໃນຫົນທາງຈະມີຄວາມຝັນ ແລະ ໃນຄວາມຝັນຕ້ອງເປັນຄວາມຈິງ”.
ມີຄວາມກ້າ ແລະ ໝັ້ນໃຈໃນສິ່ງທີ່ຕົວເອງເຮັດ!! ໝັ້ນໃຈວ່າສິ່ງທີ່ຕົວເອງເຮັດນັ້ນມັນຖືກຕ້ອງ ແລະ ກ້າທີ່ຈະລົງມືປະຕິບັດ ທີ່ສໍາຄັນຕ້ອງຄືດວ່າບໍ່ມີຫຍັງທີ່ເຮົາເຮັດບໍ່ໄດ້ ແຕ່ຄວາມໝັ້ນໃຈນັ້ນຕ້ອງເປັນສິ່ງທີ່ດີຕໍ່ເຮົາ ແລະ ຄົນອື່ນ ບໍ່ແມ່ນວ່າໝັ້ນໃຈໃນເລື່ອງບໍ່ດີ ແລ້ວມາບອກວ່າຕົວເອງມີຄວາມໝັ້ນໃຈອັນນັ້ນກໍບໍ່ເປັນຕາເອົາເດີ!!
ບໍ່ຕ້ອງເຮັດໃນສິ່ງທີ່ຮັກ ແຕ່ຮັກໃນສິ່ງທີ່ເຮັດ ບໍ່ຕ້ອງໄປເສຍເວລາຊອກວຽກທີ່ເຮົາຮັກ ແຕ່ໃຫ້ຮັກວຽກທີ່ເຮົາເຮັດໃຫ້ຫຼາຍໆ ແລ້ວເຮົາຈະເຫັນສັກກາຍະພາບໃນຕົວເອງ ຫຼັງຈາກນັ້ນບໍ່ວ່າເຮົາຈະເຮັດວຽກກ່ຽວກັບອັນໃດ ຈະເປັນສິ່ງທີ່ຮັກ ຫລື ບໍ່ຮັກ ກໍບໍ່ເປັນບັນຫາ ເພາະເຮົາຮັກ ແລະ ເຂົ້າໃຈຕົວເອງໄປແລ້ວ.
ພົບບັນຫາຕ້ອງບໍ່ທໍ້ຖອຍ ຄົນປະສົບຜົນສໍາເລັດຕ້ອງບໍ່ຍອມແພ້ຕໍ່ທຸກບັນຫາທີ່ເຂົ້າມາ ແລະ ຕ້ອງພ້ອມທີ່ຈະສູ້ກັບທຸກບັນຫາທຸກເວລາ ເພາະໂອກາດໃນຊີວິດບໍ່ໄດ້ມີມາງ່າຍໆ ແລະ ຄົນທີ່ຊະນະບໍ່ໄດ້ໝາຍຄວາມວ່າຕ້ອງເກັ່ງກາດ ຫລືມີພຽງຄວາມສະຫຼາດສະເຫມີໄປ ແຕ່ມັນມາຈາກຄວາມພະຍາຍາມບໍ່ຍອມແພ້ງ່າຍໆຕັ້ງຫາກ.
ນອກຈາກ 5 ເຄັດລັບທີ່ບອກໄປແລ້ວ ຂວັນໃຈກໍຍັງມີອີກ 4 ຂັ້ນຕອນໃນການພິຊິດເປົ້າໝາຍມາແຖມຕື່ມໃຫ້ອີກດ້ວຍ ໃຫ້ບັນດາໄວສ້າງຕົວທັງຫຼາຍໄດ້ກະຈ່າງແຈ້ງ ແລະ ໄດ້ຮັບໝາກຜົນທີ່ດີທີ່ສຸດ
- ຕັ້ງເປົ້າໝາຍໃຫ້ຊັດເຈນ ວ່າເຮົາຈະເຮັດຫຍັງ? ໄດ້ຫຍັງແດ່ຈາກມັນ?
- ວາງແຜນໃຫ້ໜັກແໜ້ນ ຕັ້ງເປົ້າໝາຍໄວ້ແລ້ວກໍຕ້ອງມາວາງແຜນວ່າຕ້ອງເຮັດແນວໃດ ຢ່າເອົາແຕ່ຕັ້ງເປົ້າໝາຍໄວ້ລອຍໆ ຕ້ອງຮູ້ລົງມືປະຕິບັດ.
- ລົງມືປະຕິບັດຢ່າງຕໍ່ເນື່ອງ ເມື່ອວາງແຜນແລ້ວເຮົາຕ້ອງລົງມືປະຕິບັດໃຫ້ຕໍ່ເນື່ອງ ເນັ້ນວ່າຕໍ່ເນື່ອງ ບໍ່ແມ່ນວ່າຢາກເຮັດກໍເຮັດ ບໍ່ຢາກເຮັດກໍແລ້ວໄປ ຖ້າເປັນແບບນັ້ນຕັ້ງເປົ້າໝາຍຈັກເທື່ອກໍໄປບໍ່ຮອດແນ່ນອນ.
- ທົບທວນ ເຝິກຝົນ ແລະ ແກ້ໄຂ ຕໍ່ຍອດສິ່ງທີ່ເຮົາເຮັດໃຫ້ດີຂຶ້ນກວ່າເກົ່າ ເພີ່ມປະສິດທິພາບເພີ່ມຂອບເຂດ ຮູ້ເພີ່ມ ແລະ ຮູ້ຫຼຸດ ເພື່ອໃຫ້ວຽກງານດີຂຶ້ນເລື່ອຍໆຈະເປັນການດີ.

ນອກຈາກເຄັດລັບ ແລະ ການພິຊິດເປົ້າໝາຍທີ່ໄດ້ຂຽນມານັ້ນ ອີກເລື່ອງໜຶ່ງທີ່ຢາກບອກຄື “ຄວາມສໍາເລັດບໍ່ແມ່ນການກ໋ອບປີ້ ແຕ່ມັນຄືການຮຽນຮູ້ເສັ້ນທາງທີ່ແຕກຕ່າງຂອງຕົວເອງ ແລ້ວເຮັດທຸກຢ່າງໃຫ້ເຕັມທີ່” ນັ້ນເອງ.
ຂໍ້ມູນຈາກ: aommoney.com