Breaking News

ມາຮູ້ຈັກກັບ 8 ເລື່ອງລາວຂອງ ອະແມນດ້າ Miss Universe Thailand 2020

ແບ່ງປັນ

ໃນປັດຈຸບັນວົງການປະກວດນາງງາມໄດ້ເກີດຂຶ້ນຫຼາຍເວທີບໍ່ວ່າຈະເປັນລະດັບພາກພື້ນ ແລະ ສາກົນ!!! ເຊິ່ງເປັນເວທີທີ່ເປີດໂອກາດໃຫ້ແມ່ຍິງເຮົາໄດ້ສະແດງຄວາມຮູ້ຄວາມສາມາດລວມໄປເຖິງເຜີຍແຜ່ເລື່ອງລາວວັດທະນະທໍາໃຫ້ທຸກຄົນທົ່ວໂລກໄດ້ຮັບຮູ້ເຖິງ ວັດທະນະທໍາອັນເປັນເອກະລັກຂອງຊາດກໍຄືປະເທດຂອງຕົນເອງ ເຊິ່ງເມື່ອບໍ່ດົນມານີ້ປະເທດເພື່ອນບ້ານຂອງເຮົານັ້ນກໍຄືປະເທດໄທກໍໄດ້ຈັດການປະກວດ Miss Universe Thailand 2020 ແລະ ໄດ້ປະກາດຜົນໄປເມື່ອວັນທີ 10 ຕຸລາ 2020 ທີ່ຜ່ານມາ. ຄົນທີ່ຊະນະເລີດຄວ້າມົງໄປຄອງໄດ້ແກ່ ອະແມນດ້າ ເຊິ່ງສາວຄົນນີ້ນອກຈາກຈະມີຮູບຮ່າງໜ້າຕາທີ່ງົດງາມແລ້ວຍັງເປັນແມ່ຍິງອີກຄົນທີ່ເຕັມໄປດ້ວຍຄວາມຮູ້ຄວາມສາມາດ ລວມໄປເຖິງການຕອບຄໍາຖາມທີ່ຖືກໃຈບັນດາແຟນນາງງາມ ແລະ ຄະນະກໍາມະການ ຈົນສາມາດຄວ້າຕໍາແໜ່ງ Miss Universe Thailand 2020 ໄປຄອງ…

ມື້ນີ້ຂວັນໃຈຈະພາແຟນໆໄປຮູ້ຈັກກັບອະແມນດ້າ ຊາລິສາ ສາວງາມພູເກັດ ທີ່ສາມາດຄວ້າລາງວັນ Miss Universe Thailand 2020 ໄປຄອງສົດໆຮ້ອນໆ ວ່າຈະເປັນແນວໃດ!!! ໄປເບິ່ງນໍາກັນເລີຍ.

  1. ສາວ ອະແມນດ້າ ຊາລິສາ ອອບດໍາ ມີຊື່ເຕັມວ່າ ອາແມນດ້າ ຊາລີນ ອອບດໍາ ຊື່ຫລີ້ນ ດ້າ, ເກີດວັນທີ 26 ມິຖຸນາ 2536 ປັດຈຸບັນອາຍຸ 27 ປີ, ເປັນລູກເຄິ່ງ ໄທ-ແຄນນາດາ (ແມ່ເປັນຄົນໄທ ແລະ ພໍ່ເປັນຄົນແຄນນາດາ).
  2. ອະແມນດ້າຢືນຢັນວ່າຕົນເອງເປັນຄົນໄທແທ້ໆ ເກີດ ແລະ ໃຫຍ່ທີ່ພູເກັດ ເວົ້າ, ອ່ານ, ຟັງ ພາສາໄທໄດ້ຢ່າງຄ່ອງແຄ້ວ ຍ້ອນແມ່ບອກວ່າເປັນລູກຄົນໄທຕ້ອງເຂົ້າໃຈພາສາ.
  3. ອະແມນດ້າຮຽນມໍຕົ້ນທີ່ໂຮງຮຽນຍິງລ້ວນ ທີ່ພູເກັດ ແລະ ໄປຕໍ່ມໍປາຍດ້ວຍຄະແນນສະເລ່ຍເກຣດ 12 ທີ່ໂຮງຮຽນນານາຊາດບຣິຕິດ ທີ່ພູເກັດ.
  4. ຈາກນັ້ນບິນໄປຮຽນຕໍ່ປະລິນຍາທີ່ University of Toronto ຈົບປະລິນຍາຕີ ຄວ້າກຽດນິຍົມອັນດັບ 1 Business Administration (ປະລິນຍາຕີດ້ານການຈັດການ ແລະ ບໍລິຫານທຸລະກິດ).
  5. ອະແມນດ້າເຄີຍເຂົ້າປະກວດ Miss Thailand World ໃນປີ 2015 ຜ່ານເຂົ້າຮອບ 10 ຄົນສຸດທ້າຍ ແລະ ໄດ້ລາງວັນພິເສດນາງງາມສຸຂະພາບດີ ແລະ ນາງງາມທີ່ມີທັກສະທາງດ້ານການເດີນແບບ.
  6. ປີ 2016 ອະແມນດ້າ ຄວ້າຕໍາແຫນ່ງ Miss Grand ພູເກັດ 2016 ແລະ ເຂົ້າປະກວດ Miss Grand Thailand 2016 ແລະ ຄວ້າຕໍາແຫນ່ງ Miss Rising Star.
  7. ຈາກນັ້ນໄດ້ຄວ້າຕໍາແຫນ່ງ Miss Tourism Metropolitan International 2016 ທີ່ກໍາປູເຈຍ
  8. ອະແມນດ້າ ບອກເຖິງສຽງວິພາກວິຈານທີ່ບອກວ່າ ລາວເບິ່ງບໍ່ຄືຄົນໄທພໍທີ່ຈະເປັນຕົວແທນສາວໄທໃນເວທີ Miss Universe ວ່າ ” ຖ້າເວົ້າວ່າ ດ້າ ບໍ່ແມ່ນຄົນໄທ ດ້າກໍຮູ້ສຶກບໍ່ໂອເຄ ແລ້ວແບບນັ້ນຈະໃຫ້ດ້າຢູ່ໃນ Category ໃດ? ຖ້າດ້າຢູ່ໄທແລ້ວບໍ່ແມ່ນຄົນໄທ ແຕ່ຕອນດ້າຢູ່ເມືອງນອກ ເຂົາເຈົ້າກໍບອກວ່າດ້າເປັນຄົນອາຊີ ແລ້ວຕົວດ້າຈະຕ້ອງຢືນຢູ່ຈຸດໃດ? ຕ້ອງເປິດໃຈຍອມຮັບວ່າດ້າເປັນຄົນໄທ ເກີດ ແລະ ໃຫຍ່ທີ່ເມືອງໄທ ແລະ ແມ່ກໍເປັນຄົນໄທ”

ເລື່ອງລາວຂອງສາວງາມຄົນນີ້ບອກເລີຍວ່າບໍ່ທຳມະດາອີຫຼີ!!! ທັງງາມທັງເກັັ່ງ ແລະ ເຕັມໄປດ້ວຍຄວາມສາມາດທີ່ຫຼາກຫຼາຍ… ຈັງໃດຂວັນໃຈກໍຂໍສະແດງຄວາມຍິນດີນໍາສາວ ອະແມນດ້ານໍາເດີ້ ທີ່ສາມາດຄວ້າມົງໄປຄອງ…

ຂອບໃຈຂໍ້ມູນຈາກ: thairath.co.th

ແບ່ງປັນ