Breaking News

ເທບທິດາເມືອງລາວ ສາວລູກນໍ້າ ແຈກອາຫານໃຫ້ກັບນ້ອງໆນັກຮຽນ

ແບ່ງປັນ

ສົມກັບສາຍາງານງາມ-ດາຣາໃຈບຸນອີ່ຫລີ ລູກນໍ້າ ທິດາລັດ ຊຸບຕາເບີ 1 ວົງການລາວເຮົາຄົນນີ້ ຖ້າເອີ່ຍຊື່ຂຶ້ນມາແລ້ວແມ່ນບໍ່ມີໃຜບໍ່ຮູ້ຈັກ ແລະ ຜົນງານໃນວົງການບັນເທິງກໍເປັນທີ່ໂດດເດັ່ນຢ່າງບໍ່ເຄີຍຕົກກະແສເລີຍ ນັບເປັນເວລາເກືອບ 10 ປີແລ້ວ ເຊິ່ງຫຼັງຈາກທີ່ໄດ້ຮັບລາງວັນຊະນະເລີດການປະກວດ Miss Laos 2011 ສາວລູກນໍ້າກໍມີງານໃນວົງການບັນເທິງໃຫ້ແຟນໄດ້ຊົມຢ່າງຕໍ່ເນື່ອງ ຊື່ສຽງຂອງລູກນໍ້າດັງໄກໄປຮອດຕ່າງແດນບໍ່ວ່າຈະເປັນການເດີນແບບ-ການສະແດງລະຄອນ ກໍແມ່ນໄດ້ຮັບກະແສຕອບຮັບຈາກແຟນຄຣັບໆຢ່າງລົ້ນເຫລືອອີ່ຫລີ່ເດີ!!

ຍັງຄົງເດີນໜ້າຊ່ວຍເຫຼືອສັງຄົມລາວມາເລື້ອຍໆ ຫຼັງຈາກທີ່ບໍ່ດົນມານີ້ສາວລູກນໍ້າໄດ້ອອກມາຊີ້ແຈ້ງວ່າ ຕົນເອງໄດ້ຖືກຄັດເລືອກເປັນໜຶ່ງໃນຜູ້ບໍລິຫານໂຄງການ ຊ່ວຍເຫຼືອຄົນທຸກຍາກ ແລະ ດ້ວຍໂອກາດໃນ ສປປ ລາວ ເຊິງບັນດາແຟນໆທັງຫຼາຍກໍພາກັນດີໃຈ ແລະ ແຫ່ກັນໃຫ້ກໍາລັງໃຈຢ່າງແໜ້ນໜາກັນເລີຍ!!

ແລະໃນຕອນແລງຂອງມື້ນີ້ ສາວລູກນໍ້າກໍໄດ້ໂພສເລື່ອງລາວການໄປເຮັດກິດຈະກໍາ ແຈກອານຫານ ແລະ ເຂົ້າຫນົມຕ່າງໆໃຫ້ກັບນ້ອງໆທີ່ໂຮງຮຽນພິເສດຜ່ານທາງ Facebook ສ່ວນຕົວວ່າ “ສຸກໃດກໍບໍ່ເທົ່າ ສຸກຈາກການເປັນຜູ້ໃຫ້…ມາແຈກອາຫານ-ເຂົ້າຫນົມ ໃຫ້ກັບນ້ອງໆໂຮງຮຽນພິເສດ (ເພີ່ນເວົ້າບໍ່ໄດ້)”. ງາມ ແລະ ເສຍສະຫຼະປານນີ້ຈະບໍ່ໃຫ້ຮັກໄດ້ແນວໃດ!! ຂວັນໃຈ ຂໍສະແດງຄວາມຊົມເຊີຍ ແລະ ນັບຖືໃນນໍ້າໃຈອັນປະເສີດຂອງສາວລູກນໍ້າຄົນນີ້ອີ່ຫລີ ຂໍໃຫ້ສາວລູກນໍ້າເປັນແບບຢ່າງ ແລະ ແວນແຍງແສງກ້າໃຫ້ກັບສັງຄົມລາວແບບນີ້ຕະຫຼອດໄປເດີ.

ຂອບໃຈຂໍ້າມູນຈາກ: Louknum Thidalat Vongsili

ແບ່ງປັນ