Breaking News

ດີໃຈນໍາ ນ້ອງ ນູນູ່ ຄ້ວາລາງວັນຊະນະເລີດ ເວທີ Kids & Young Model Contest 2020

ແບ່ງປັນ

ສໍາເລັດໄປແລ້ວສໍາລັບການປະກວດ Kids & Young Model Contest 2020 (ໄວໝຸ່ມ) ໃນວັນທີ 18 ຕຸລາ 2020 ທີ່ໄດ້ຈັດຂຶ້ນທີ່ສູນການຄ້າ ລາວ-ໄອເຕັກ ແລະ ຜູ້ຊະນະເລີດປີນີ້ກໍຄື ນ້ອງ ນູນູ່ ຈິນນາລີ ອິນທະປັນຍາ ພ້ອມກັບລາງວັນພິເສດ Best Model ເຊິ່ງບອກໄດ້ເລີຍວ່ານ້ອງນູນູ່ນັ້ນ ແມ່ນຄວາມສາມາດ ແລະ ບຸກຄະລິກກະພາບທີ່ໂດດເດັ່ນ ຈົນເປັນທີ່ຕ້ອງຕາ, ຖືກໃຈກໍາມະການ ແລະ ສື່ມວນຊົນທັງຫຼາຍນັ້ນເອງ ເອີ້ນນວ່າເປັນສາວນ້ອຍທີ່ມີຄວາມໝັ້ນ, ກ້າສະແດງອອກ ແລະ ຄູ່ຄວນກັບລາງວັນທີ່ໄດ້ຮັບອີ່ຫລີ.

ສາວ ນູນູ່ ຈິນນາລີ ອາຍຸ 17 ປີ ຮຽນຢູ່ຊັ້ນ ມ 7 ໂຮງຮຽນ ທີ່ມໍປາຍ ໂນນສະຫວ່າງ. ເຊິ່ງນ້ອງນູນູ່ໄດ້ໃຫ້ສໍາພາດວ່າ ຮູ້ສຶກທັບປະໃຈ ແລະ ດີໃຈຫຼາຍທີ່ໄດ້ຮັບລາງວັນນີ້ ເພາະມັນຄືຄວາມຝັນຂອງນ້ອງ ແລະ ການປະກວດຄັ້ງນີ້ນ້ອງໄດ້ທຸມເທເອົາໃຈໃສຢ່າງເຕັມທີ່ ເພື່ອຈະເອົາຊະນະໃຈກໍາມະການ ແລະ ທ່ານຜູ້ຊົມ ທີ່ສໍາຄັນຄືນ້ອງຢາກເອົາຊະນະໃຈຕົວເອງ.

ສໍາຫຼັບເວທີນີ້ເປັນເວທີ ທີ 2 ທີ່ນ້ອງໄດ້ປະກວດ ແລະ ນ້ອງສາມາດເຮັດໄດ້ ລາງວັນຊະນະເລີດ ມັນຄືຄວາມພາກພູມໃຈສໍາຫຼັບຜູ້ຍິງທີ່ມີຄວາມຝັນໃນເວທີນາງງາມຢູ່ແລ້ວ ເພາະນອກຈາກລາງວັນເທິງເວທີ ນ້ອງຍັງໄດ້ມິດຕະພາບທີ່ດີຈາກໝູ່ເພື່ອນ, ໄດ້ພົບສັງຄົມໃໝ່ຫຼາຍຂຶ້ນ ມັນເປັນຮຽນຮູ້ ແລະ ເກັບກ່ຽວເອົາປະສົບການຈາກການປະກວດໃນຄັ້ງນີ້ ໂດຍສະເພາະການຮຽນຮູ້ກ່ຽວກັບການປັບປຸງບຸກຄະລິກກະພາບໃຫ້ດີຂຶ້ນ ບໍ່ວ່າຈະເປັນການວາງຕົວຜູ້ກັບຜູ້ໃຫຍ່ ຫຼືໝູ່ຄູ່ທີ່ເຂົ້າຮ່ວມການປະກວດນໍາກັນ.

ຖ້າມີການຈັດງານປະກວດໃນເວທີອື່ນໆ ກໍຄຶດວ່ານ້ອງຈະໄປປະກວດອີກແນ່ນອນເລີຍ ເພື່ອເປັນການສານຝັນໃຫ້ໄດ້ໄປຮອດຝັ່ງຝັນທີ່ໃຫຍ່ກວ່າເກົ່າ ແລະ ພັດທະນາຕົວເອງໄປເລື້ອຍໆ. ສ່ວນອານາຄົດນ້ອງຢາກໄປສຶກສາຕໍ່ຢູ່ທີ່ສະຖາບັນທະນາຄານ ຢາກເຮັດວຽກເປັນສາວທະນາຄານ ຄວບຄູ່ກັບການເປັນນາງງາມຢູ່ໃນວົງການບັນເທິງ ທັງສອງສິ່ງນີ້ຄືຄວາມຝັນຂອງນ້ອງ.

ເຊິ່ງຕອນນີ້ນ້ອງໄດ້ຢູ່ສັງກັດ Centerstage Laos ຄວາມສາມາດພິດເສດຂອງນ້ອງແມ່ນ ຟ້ອນ, ເປັນພິທີກອນ, ຖ່າຍຮູບໂຄສະນາສິນຄ້າທຸກປະເພດ ສາມາດຕິດຕໍ່ ແລະ ຕິດຕາມຜົນງານໄດ້ທີ່ FB Chinnaly Inthapunya

ຂອບໃຈຂໍ້ມູນຈາກ: Sport Update

ແບ່ງປັນ