Breaking News

ດ່ວນ!! ພົບຜູ້ຕິດເຊື້ອໂຄວິດ-19 ໃຫມ່ໃນລາວ 1 ກໍລະນີ ເປັນນັກສຶກສາລາວ ເດີນທາງມາຈາກປະເທດລັດເຊຍ

ແບ່ງປັນ

ຕາມການລາຍງານຂອງ ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໃນວັນທີ 21 ຕຸລາ 2020 ໃຫ້ຮູ້ວ່າ: ສປປ ລາວ ພົບຜູ້ຕິດເຊື້ອພະຍາໂຄວິດ-19 ເພີ່ມອີກ 1 ຄົນ, ເປັນຄົນລັດເຊຍ ເດີນທາງມາໃນຖ້ຽວບິນ Inson ມາ ສປປ ລາວ ໃນວັນທີ 18 ຕຸລາ 2020

ຜູ້ກ່ຽວກວດພົບເຊື້ອຢູ່ລັດດເຊຍ ແລະ ໄດ້ປິ່ນປົວແລ້ວກວດເຊື້ອ COVID-19 ຢູ່ລັດດເຊຍ ຜົນເປັນລົບໃນວັນທີ 5 ຕຸລາ 2020

ຜູ້ກ່ຽວເດີນທາງອອກຈາກຣັດເຊຍໃນວັນທີ 15 ຕຸລາ 2020 ຮອດລາວວັນທີ່18, ໄດ້ແຍກປ່ຽວຢູ່ ຫຼັກ 27 ແລະ ເກັບຕົວຢ່າງມາກວດເຊື້ອCOVID ພົບເຊື້ອ(+) ໄດ້ຮັບມາປິ່ນປົວຢູ່ມິດຕະພາບໃນວັນທີ່ 20 ຕຸລາ 2020, ປະຈຸບັນອາການຢູ່ໃນຂັ້ນເບົາບາງ.

ແບ່ງປັນ