Breaking News

ບອກລາຂອບຕາດໍາດ້ວຍ 6 ວິທີງ່າຍໆດັ່ງນີ້….

ແບ່ງປັນ

ສາວໆຫຼາຍໆຄົນເຄີຍເປັນບໍ່ ຕື່ນຂຶ້ນມາຂອບຕາດໍາ? ແຕ່ງໜ້າບໍ່ງາມ ແຍງແວ່ນຍາມໃດປານເປັນໝີແພນດ້າເອົາໂລດ!! ເສຍຄວາມໝັ້ນໃຈຍາມແຕ່ງໜ້າອອກໄປນອກ ຖ້າສາວໆຄົນໃດກໍາລັງພົບບັນຫານີ້ ບໍ່ຟ້າວນ້ອຍໃຈ, ຢ່າຟ້າວຜິດຫວັງ!! ລຸກຂຶ້ນມາເບິ່ງແຍງຕົວເອງ ໂດຍການຮັກສາຂອບຕາໃຫ້ເຊົາເປັນຫມີແພນດ້າໄດ້ແລ້ວ ດ້ວຍ 6 ວິທີງ່າຍໆແຕ່ເຫັນຜົນແທ້ ແລະ ສາວໆສາມາດເຮັດເອງໄດ້ທີ່ເຮືອນແບບສະບາຍ ມາປ່ຽນຂອບຕາດໍາໃຫ້ກາຍເປັນຕາງາມເດັ່ນ ດ້ວຍວິທີຕໍ່ໄປນີ້….

  1. ພອກເປືອກຕາດ້ວຍໝາກແອັບເປີ້ນ: ເອົາແອັບເປີ້ນສົດມາຟານບາງ ແລ້ວເອົາມາພອກເປືອກຕາຖີ້ມໄວ້ປະມານ 15 ນາທີ ເຮັດມື້ລະເທື່ອ ປະມານອາທິດໜຶ່ງຮັບຮອງວ່າເຫັນຜົນແທ້ ເຊິ່ງຮອຍດໍາມັນຈະຄ່ອຍໆຈາງລົງໄປຢ່າງເຫັນໄດ້ຊັດເຈນ!!
  2. ໄຂ່ຕົ້ມ: ໄຂ່ຕົ້ມສຸກປອກເປືອກອອກໃນຂະນະທີ່ໄຂ່ຍັງອຸ່ນໆຢູ່ ແມ່ນໃຫ້ເອົາຜ້າມົນນ້ອຍໆທີ່ສະອາດມາຫໍ່ໄຂ່ ແລ້ວນໍາໄປນວດບໍລິເວນໃຕ້ດວງຕາຄ່ອຍໆ ການເຮັດແບບນີ້ແມ່ນຈະຊ່ວຍໃຫ້ເລືອດມີການໄຫຼວຽນດີ ຖ້າເຮັດເປັນຈໍາຂອບຕາດໍາກໍຈະໝົດໄປ.
  3. ໝາກແຕ່ງກວາ: ວິທີນີ້ເປັນວິທີທີ່ໄດ້ຮັບຄວາມນິຍົມທີ່ສຸດ ເອົາໝາກແຕງກວາມາຊອຍເປັນອັນນ້ອຍໆບາງໆ ແລ້ວເອົາໄປແຊ່ຕູ້ເຢັນໄວ້ປະມານ 30 ນາທີ ຈາກນັ້ນເອົາມາວາງໃສ່ເປືອກຕາທັງສອງຂ້າງ ແລ້ວປະໄວ້ປະມານ 10-15 ນາທີ ພຽງເທົ່ານີ້ຂອບຕາເຮົາກໍຈະເປັ່ງປັ່ງ ແລະ ສົດຊື່ນຂຶ້ນ.
  4. ຖົງຊາ: ສາວໆຄົນໃດທີ່ມັກດື່ມນໍາຊາຢູ່ແລ້ວກໍສາມາດໃຊ້ປະໂຫຍດຕໍ່ໄດ້ເລີຍ ໂດຍນໍາເອົາຖົງຊາທີ່ຊົງແລ້ວ ໄປແຊ່ຕູ້ເຢັນບໍ່ມານ 30 ນາທີ ຈາກນັ້ນໃຫ້ເອົາມາປົກໄວ້ທີ່ເປືອກຕາ ແລະ ໃຕ້ຕາທັງສອງຂ້າງ ຖີ້ມໄວປະມານ 10-15 ນາທີ ແລ້ວເອົາຖົງຊາອອກ ເຊິ່ງເຮົາສາມາດເຮັດເປັນປະຈໍາໄດ້ ເພາະມັນຊ່ວຍຜ່ອນຄາຍ ແລະ ຂອບຕາກໍຈະເຊົາດໍາ ເຊິ່ງມັນເປັນວິທີທີ່ເໝາະສໍາຫລັບສາວໆທີ່ແພ້ງ່າຍ.
  5. ນໍ້າກ້ອນ: ເອົາຜ້າມົນນ້ອຍໆມາຫໍ່ນໍ້າກ້ອນ ແລ້ວເອົາໄປວາງທັບເປືອກຕາທັງສອງຂ້າງ ແລ້ວຄ່ອຍໆລູບໝຸນວຽນໄປບໍລິເວນຂອບຕາ ແລະ ເປືອກຕາ ເຮັດຢູ່ແບບນັ້ນປະມານ 10 ນາທີ ຂໍແນະນໍາວ່າໃຫ້ເຮັດຕອນເຊົ້າຈະເປັນການດີເດີສາວໆ ເພາະຄວາມເຢັນຈະຊ່ວຍເພີ່ມຄວາມຊຸ່ມຊື່ນໃຫ້ກັບດວງຕາ ແລະ ຫຼຸດຮອຍດໍາຂອງຜິວບໍລິເວນຮອບໆຕາໄດ້
  6. ພັກຜ່ອນໃຫ້ພຽງພໍ: ການພັກຜ່ອນເປັນສິ່ງທີ່ສໍາຄັນ ເພາະຖ້າເຮົານອນເດິກ ຫຼືນອນນ້ອຍ ຜົນທີ່ຕາມມາກໍຄືຈະເຮັດໃຫ້ຂອບຕາເປັນໝີແພນດ້າທັນທີ.
Woman Holding Cucumber Slices over Eyes

ຂໍ້ມູນຈາກ: sanook.com

ແບ່ງປັນ