Breaking News

ບຸນທາດຫຼວງປີນີ້ຈັດພຽງ 3 ມື້ ແຕ່ລະມື້ມີພິທີ…..

ແບ່ງປັນ

ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເລື່ອງ: ທິດຊີ້ນໍາກ່ຽວກັບການຈັດງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2020 ສະບັບເລກທີ 1132/ຫສນຍ ລົງວັນທີ 15 ຕຸລາ 2020

ບຸນທາດຫຼວງປີນີ້ຈັດພຽງ 3 ມື້ເທົ່ານັ້ນ! ເຊິ່ງເພີ່ນຖືເອົາບຸນປະເພນີເປັນຫຼັກສຳຄັນ ໂດຍເລີ່ມແຕ່ ວັນທີ 29-31 ຕຸລາ 2020. ເນື່ອງຈາກວ່າເປັນການຄວບຄຸ່ມ-ປ້ອງການ ການແຜ່ລະບາດຂອງພະຍາດໂຄວິດ-19 ນັ້ນເອງ.

ເຊິ່ງປີນີ້ໃນມື້ງານ ແມ່ນຈະກໍານົດໃຫ້ບັນດາແມ່ຄ້າຊາວຂາຍຂາຍໄດ້ສະເພາະອາຫານ ແລະ ເຄື່ອງດື່ມ ທີ່ບໍ່ມີທາດເຫຼົ້າ ,ດອກໄມ້ ແລະ ທູບ-ທຽນ ເພື່ອບູຊາເທົ່ານັ້ນ. ສ່ວນວ່າຕະຫຼາດນັດວາງສະແດງສິນຄ້າ- ການຂາຍເຄື່ອງດື່ມທີ່ມີທາດເຫຼົ້າ- ງານບັນເທີງຕ່າງໆແມ່ນຈະບໍ່ໃຫ້ມີ.

ກຳນົດຈັດງານ ມື້ທໍາອິດ ວັນທີ 29 ຕຸລາ 2020 ເຮັດພິທີຄອບໄຫວ່ ແລະ ແຫ່ປະສາດເຜິ້ງ, ມື້ທີ 2 ແມ່ນ 30 ຕຸລາ 2020 ແມ່ນແຫ່ລູກຄີ ແລະ ແຂ່ງຂັນຕີຄີ ແລະ ມື້ສຸດທ້າຍ ວັນທີ 31 ຕຸລາ 2020 ແມ່ນຈະໄດ້ຈັດພິທີຕັກບາດ ແລະ ວຽນທຽນ ເຊິ່ງວ່າການຕັກບາດແມ່ນຈັດຢູ່ສະເພາະແຕ່ເດີ່ນສະໜາມຫຼວງ ໂດຍຈະຈັດວາງບາດຄູບາໃຫ້ມີໄລຍະຫ່າງທີ່ເໝາະສົມ.

ຂໍ້ມູນຈາກ: Muan.la

ແບ່ງປັນ