ຢຸ້ຍ ຫຼື ຢຸ້ຍ ສັນທະນີ Miss Supranational Laos 2018 ນາງງາມທີ່ມີຄວາມ strong ລະດັບ 10 ເຕັມ 10 ແທ້ໆ ບໍ່ວ່າຈະເປັນວຽກງານດ້ານວົງການບັນເທິງ ຫຼືການສ້າງແຮງຈຸງໃຈ ລວມໄປເຖິ່ງເລື່ອງລາວຕ່າງໆມາອັບເດດໃຫ້ແຟນໆໄດ້ຕິດຕາມກົດໄລກົດໃຈໃຫ້ຕະຫຼອດ ເຊິ່ງຫລ້າສຸດຢຸ້ຍກໍອອກມາໂພສ໌ຂໍ້ຄວາມທາງເຟສ໌ບຸກສ່ວນຕົວ ເພື່ອເປັນການໃຫ້ກໍາລັງໃຈ ແລະ ປຸກພະລັງໃຫ້ກັບຄົນທີ່ມີເປົ້າໝາຍໃນຊີວິດໄດ້ລຸກສູ້ເພື່ອໄປໃຫ້ຮອດຝັງຝັນ ແຖມຍັງຖີ້ມທ້າຍດ້ວຍຄໍາຄົມເດັດໆອີກດ້ວຍ ບອກເລີຍວ່າຖ້າສາວໆຄົນໃດບໍ່ໄດ້ອ່ານຖືວ່າພາດ…..ມີຫຍັງແດ່ນັ້ນໄປອ່ານໄດ້ເລີຍ….
“ໂພດນີ້ບໍ່ໄດ້ໂພດອວດລວຍ ວ່າໂຊເກັ່ງສິຊື້ລົດໃຫມ່!!! ແຕ່ເປັນການໂພດເພື່ອໃຫ້ກຳລັງໃຈ ປຸກພະລັງໃນໂຕເອງຕ້ອງມີເປົ້າຫມາຍ ຕ້ອງສູ້ຊົນ ຕ້ອງຜ່ານມັນໄປໃຫ້ໄດ້ ສິທຸກສິຍາກສິເມື່ອຍກະຕ້ອງຜ່ານ. ກ່ອນຈະສຸກສະບາຍກະຕ້ອງໄດ້ທຸກ ກ່ອນຈະເປັນນາຍຄົນທີ່ສົມໃຫ້ຄົນນັບຖືກະຕ້ອງເປັນຕົວຢ່າງພາເຮັດພາສ້າງ, ບໍ່ແມ່ນມືບໍ່ພາຍເອົາຕີນລານຳ້ໃຫ້ເພິ່ນພາຍເຮືອເມື່ອຍຜູ້ດຽວໂຕເອງກິນແຮງສະເຫວີຍສຸກ, ໃຊ້ແຕ່ປາກສັ່ງງານເຂົາບໍ່ຈັບບໍ່ບາຍບໍ່ເຮັດບໍ່ສ້າງຍັງມາຫາແຕ່ແນວຕິ.ລົງມືເອງທຸກຢ່າງຈັ່ງຮູ້ໄດ້ບັນຫາຂໍ້ຫຍຸ້ງຍາກຂໍ້ສະດວກ(ປະຫຍັດເງິນພ້ອມເຂົ້າໃຈເນາະ)ຢຸ້ຍ ສູ້ເດີອີ່ຂີ້ດື້ ທ້າຍປີ2020-ຕົ້ນປີ2021 ບໍ່ໄດ້ກະບະ ກະສິເອົາຮຸ່ນໃດ ບໍ່ໄຫວອີ່ໂຕນລົດ ແມ່ເສືອສາວດາວຢົ້ວ Jaguar ປານຕຸກໆກະບໍ່ປານ ແຕ່ກະສົມຊື້ມາລາຄາແພງໃຊ້ໃຫ້ມັນຄຸ້ມ ບໍ່ແມ່ນສິເອົາມາຂີ່ຂັບອວດຄົນເຮັດໂຕໂກ້ຫຼູ ໄຮໂຊກະໂປ໊ະແຕກ ຫາປະໂຫຍດບໍ່ໄດ້.(ໃຫ້ສົມກູຊື້ມາ89,###$ ປານນັ້ນໄດ້ລາຄາພິເສດ ຈາກ98,000$ ສົງໃສແພງພິເສດ555555
ຖືກເຊວສາວສວຍຈົກຕາ ຂາຍກິນກະຂາດທືນສິໃຊ້ມັນຈົນກວ່າສິຂັບບໍ່ໄປ ເຫຼືອໃຈແຮງ”
ແຖມຍັງໄດ້ຖີ້ມທ້າຍດ້ວຍແຮັດແທັກທີ່ວ່າ
“#ມີຫນີ້ຊີວິດຈຶ່ງມີສີສັນ
#ມີແຮງພັກດັນຊີວິດຈຶ່ງມີລົດຊາດ
#ຫາຜົວລວຍມັນງ່າຍ ແຕ່ຊິຫາຜົນດີທີ່ຮັກແຕ່ເຮົານັ້ນມັນຍາກ ສະນັ້ນລວຍດ້ວຍຕົວເອງດີທີ່ສຸດ
#ຜົວດີກັບເຮົາຫາໄດ້ກະເອົາຫາບໍ່ໄດ້ກະບໍ່ເອົາມາໃຊ້ຊາດໃຊ້ກໍາ
#ໂຕຄົນດຽວລໍາພັງສູ້ຄົນດຽວລໍາພັງ
#ເປັນໄດ້ແຕ່ທີ່ເພິ່ງເຂົາເຮົາເພິ່ງໂຕເອງ
#ເຫັນແຕ່ຕອນxູໃຊ້ເງິນກະເວົ້າໃຫ້xູແນວນັ້ນແນວນີ້ມາເບິ່ງຕອນxູຫາເງິນແດ່ວ່າທຸກສໍ່າໃດ”


ຂອບໃຈ: FB Yui Santhany