Breaking News

ຄູມິ້ນ Mrs Laos World 2020 ຜູ້ສ້າງແຮງບັນດານໃຈໃຫ້ບັນດາສາວໆທີ່ຢາກປະສົບຜົນສໍາເລັດ

ແບ່ງປັນ

ຊີວິດຈິງຂອງຄົນເຮົານັ້ນບໍ່ໄດ້ສວຍງາມລາບລື່ນສະເໝີໄປ ຄົນທີ່ປະສົບຜົນສໍາເລັດ, ມີຊີວິດທີ່ດີ ແລະ ມີຊື່ສຽງ ແຟນໆຮູ້ບໍ່ວ່າເບື້ອງຫຼັງນັ້ນເຂົາເຈົ້າຕ້ອງພົບເຈີກັບອຸປະສັກຫຍັງມາແດ່? ມື້ນີ້ Kuanjai ຈະພາມາຮູ້ຈັກກັບ ຄູມິ້ນ ຜູ້ທີ່ສ້າງແຮງບັນດານໃຈໃຫ້ບັນດາສາວໆທີ່ຢາກເປັນນາງງາມ. ກວ່າຈະມາເປັນນາງງາມທີ່ມີຊື່ສຽງດັ່ງທຸກມື້ນີ້ ຄູມີ້ນຜ່ານອຸປະສັກຫຍັງແດ່…. ໄປເບິ່ງກັນເລີຍ…..

ຄູມິ້ນ ຫຼືທີ່ຮູ້ຈັກກັນດີໃນນາມ ຄູມິ້ນ ຄຸດທະວອນ ອັກຄະຣາຊ Mrs Laos World 2020 ໄດ້ໃຫ້ສໍາພາດກັບ Centerstage Laos ວ່າ: ຕົນເອງເປັນຄົນທີ່ມີຄວາມມັກຮັກໃນການປະກວດ ແລະ ມີຄວາມໄຝ່ຝັນມາແຕ່ນ້ອຍ ມື້ໜຶ່ງຕ້ອງໄດ້ຂຶ້ນເວທີປະກວດໃຫ້ໄດ້ ເມື່ອມີໂອກາດຕົນເອງຈຶ່ງຕັດສິນໃຈເຂົ້າປະກວດດ້ວຍຄວາມຫວັງວ່າຈະໄດ້ຕໍ່ແໜ່ງ….ແຕ່ແລ້ວໃນເວທີທໍາອິດຜົນທີ່ອອກມາແມ່ນຕົກຮອບ!

ແລະຫຼັງຈາກທີ່ຕົກຮອບ ກໍມີຄົນເວົ້າໃຫ້ຊໍ້າເຕີມຕ່າງໆນາໆ ແລະ ແນ່ນອນມັນເຮັດໃຫ້ເຮົາເກີດຄວາມທໍ້, ບໍ່ມີຄວາມໝັ້ນໃຈ, ຜິດຫວັງ ແລະ ບໍ່ມີແຮງທີ່ຈະໄປຕໍ່. ເຊິ່ງຕອນນັ້ນຕົນເອງກໍເກີດອຸບັດຕິເຫດແດ່ ບາດແຜກໍຍັງຊໍ້າ ແລະ ເລືອດກໍຍັງອອກຢູ່ ແຕ່ພໍໄດ້ຍິນໝູ່ບອກວ່າມີການປະກວດ ແລະ ດ້ວຍຄວາມທີ່ວ່າເຮົາມີແຮງຜັກດັນ, ມີບາດແຜຢູ່ໃນໃຈກໍເລີຍຄືດວ່າແນວໃດກໍຕ້ອງໄປໃຫ້ໄດ້ບໍ່ວ່າຈະດ້ວຍເຫດຜົນໃດ ເພາະມັນເປັນສິ່ງດຽວທີ່ຈະກອບກູ້ໜ້າຕາ ແລະ ສັກສີຂອງຄົນເອງຄືນມາໄດ້

ຖາມວ່າຜ່ານຈຸດນັ້ນມາໄດ້ແນວໃດ? ກໍຄືຄູມິ້ນໄດ້ປຶກສາກັບໝູ່ຄົນໜຶ່ງ ແລ້ວກໍເລີ່ມຈາກໂຕເຮົາແດ່ ວ່າໂອເຄ! ເຮົາຕ້ອງເຮັດໃຫ້ຄົນທີ່ເຄີຍເວົ້າໃຫ້ເຮົາໄດ້ເຫັນຄວາມເຖິງສໍາເລັດຂອງເຮົາໃນມື້ໜຶ່ງ ເຊິ່ງໝູ່ກໍໄດ້ແນະນໍາວ່າມີກອງປະກວດໜຶ່ງຈະໄປບໍ່? ແລ້ວຄູມິ້ນກໍຕັດສິນໃຈໄປແບບບໍລີລໍເລີຍ ແລະ ນັ້ນກໍເປັນການປະກວດຄັ້ງທີ 2 ດ້ວຍຄວາມມຸ້ງໝັ້ນຕັ້ງໃຈ ແລະ ພະຍາຍາມຫຼາຍກວ່າເກົ່າ ເພາະເຮົາກໍໄດ້ຮູ້ຈຸດດ້ວຍຂອງໂຕເຮົາແລ້ວ ດັ່ງນັ້ນ ເຮົາຈະຕ້ອງເຮັດທຸກວິທີທາງເພື່ອປະສົບຜົນສໍາເລັດໃຫ້ໄດ້ ແລະ ສຸດທ້າຍ ກໍປະກວດໄດ້ທີ 2 ຮ້ອງອັນດັບ 1 ນາງສາວອາພອນລາວ ປີ 2007.

ແລະນັ້ນກໍເປັນຈຸດປ່ຽນຂອງຊີວິດຄູມິ້ນ ເພາະຫຼັງຈາກປະກວດແລ້ວປຸບ ງານຕ່າງໃນວົງການບັນເທີງກໍເຂົ້າມາ ບໍ່ວ່າຈະເປັນງານເດີນແບບ, ງານພິທິກອນ, ຖ່າຍໂຄສະນາ, presenter, ຖ່າຍແບບປະຕິທິນ, ຖ່າຍວາລະສານ ແລະ ທຸກໆຢ່າງໃນວົງການບັນເທີງແມ່ນເຮັດມາໝົດແລ້ວ ເຊິ່ງນັ້ນເປັນສິ່ງທີ່ເຮັດໃຫ້ເຮົາໄດ້ພັດທະນາຂຶ້ນໄປເລື້ອຍໆ.

ຍ້ອນວ່າຍັງຢາກພັດທະນາຕົນເອງອີກ ຄູມິ້ນກໍໄດ້ເຂົ້າປະກວດ ນາງສາວນະຄອນຫຼວງ ປີ 2012 ເຊິ່ງເວທີນີ້ກໍແມ່ນປະສໍາຜົນສໍາເລັດຕາມຄາດໝາຍ ຄູມິ້ນໄດ້ທີ 2 ຮອງອັນດັບ 1 ມາອີກ.

ສຸດທ້າຍ ຄູມິ້ນຍັງໄດ້ຝາກເຖິງນ້ອງໆທີ່ມັກຮັກໃນການປະກວດນາງງາມ ໃຫ້ນ້ອງໆເຊື່ອໃນຕົວເອງ, ມີຄວາມໝັ້ນໃຈໃນຕົນເອງກ່ອນ ວ່າເຮົາຈະຕ້ອງປະສໍາຜົນສໍາເລັດ ແລ້ວໄປໃຫ້ຮູ້, ຕັ້ງຈຸດປະສົງ, ວາງເປົ້າໝາຍໃຫ້ຖືກຕ້ອງ ໄປຮຽນຮູ້ໃຫ້ເຮົາເກີດຄວາມໝັ້ນໃຈ, ເກີດຄວາມຊໍານິຊໍານານ, ເຝິກຊ້ອມຫຼາຍໆ, ເຮັດບໍ່ຢຸດ ແລະ ຢ່າຟ້າວປ່ຽນເປົ້າໝາຍຖ້າຍັງບໍ່ສໍາເລັດ ແຕ່ໃຫ້ປ່ຽນວິທີການສູ້ຕໍ່ໄປຈົນກວ່າຈະສໍາເລັດ. “ຄູມິ້ນຂໍເປັນກໍາລັງໃຈໃຫ້ ແລະ ຄູມິ້ນເຊື່ອວ່າຟ້າຫຼັງຝົນງົດງາມສະເໝີ”

ຂໍ້ມູນຈາກ: Centerstage Laos

ແບ່ງປັນ