ມື້ນີ້ Kuanjai ຈະພາມາຮູ້ຈັກກັບອີກໜຶ່ງແມ່ຍິງນັກຖຸລະກິດຂອງປະເທດໄທ ທີ່ປະສໍາຜົນສໍາເລັດໃນການສ້າງທຸລະກິດ ຈາກການສ້າງໂຮງໝໍປົວສັດໃນຫ້ອງແຖວສູ່ໂຮງໝໍປົວສັດ 700 ລ້ານບາດ ໄປອ່ານນໍາກັນເລີຍ….
ດຣ ກຣິດຕິກາ ໄຊສຸພັດທະນາກຸນ (Krittika Chaisupattakun) ເປັນຄົນໄທ ອາຍຸ 59 ປີ ເປັນ ປະທານ, ຜູ້ບໍລິຫານ ແລະ ຜູ້ກໍຕັ້ງ ໂຮງໝໍສັດທອງຫລໍ່ ຈໍາກັດ. ດຣ ກຣິດຕິກາ ຈົບປະລິນຍາຕີ ຈາກຄະນະສັດຕະວະແພດ, ມະຫາວິທະຍາໄລຈຸລາລົງກອນ ເຊິ່ງຫຼັງຈາກເຝິກງານຢູ່ໂຮງຫມໍຈຸລາລົງກອນເປັນເວລາ 2 ປີ ກໍໄດ້ປ່ຽນວຽກມາຢູ່ພະແນກພັດທະນາຜະລິດຕະພັນການຢາ ເຊິ່ງປັດຈຸບັນນີ້ເປັນບໍລິສັດ Novartis (Thailand) Co. , Ltd ແລະ ການເຮັດວຽກຢູ່ນີ້ນັ້ນເອງທີ່ເຮັດໃຫ້ ດຣ ກຣິດຕິກາ ຮູ້ຈັກການເຮັດຖຸລະກິດ, ທີ່ສໍາຄັນແມ່ນໄດ້ປະສົບການຈາກຄໍາເວົ້າຂອງຫົວໜ້າຄົນຟຣັ່ງ ວ່າ:
“ປະເທດໄທຂາດໂຮງໝໍປົວສັດທີ່ເປິດບໍລິການ 24 ຊົ່ວໂມງ ເຮັດໃຫ້ໝາ Alsatian ສຸດຮັກຂອງລາວຕາຍ” ຫຼັງຈາກມື້ນີ້ມາ ດຣ ກຣິດຕິກາ ກໍຈື່ຂຶ້ນໃຈວ່າຕ້ອງພັດທະນາວົງການສັດຕະວະແພດໃນປະເທດໄທໃຫ້ດີຂຶ້ນ ບວກກັບຄຣີກທີ່ເຮັດວຽກເສີມຢູ່ໃນຕອນນັ້ນມັນສອດຄອງກັບສະພາບດຽວກັນ ຄືສ່ວນໃຫຍ່ກໍລະນີສຸກເສີນກໍມັກມາໃນຊ່ວງຫົວຄໍ່າ ເປັນເຫດໃຫ້ຕ້ອງໄດ້ຮັກສາກັນໄປຈົນຮອດເດິກດື່ນ ກັບບ້ານທ່ຽງຄືນທຸກມື້ ຈົນ ດຣ ກຣິດຕິກາ ເລີ່ມຄືດວ່າ ເປິດໂຮງໝໍປົວສັດ 24 ຊົ່ວໂມງເລີຍລະແລ້ວ.
ແລະ ໃນທີ່ສຸດ ດຣ ກຣິດຕິກາ ຕັດສິນໃຈເປີດໂຮງໝໍປົວສັດລ້ຽງຕະຫຼອດ 24 ຊົ່ວໂມງຂຶ້ນມາ ໃນປີ 1994 ທີ່ທອງຫລໍ່ 9 ແລະ ຕັ້ງຊື່ວ່າ ໂຮງໝໍປົວສັດທອງຫລໍ່. ເຊິ່ງໄດ້ຮັບການຮ່ວມມື້ຈາກສາມີ, ຮຸ້ນເອື້ອຍ-ອ້າຍ ແລະ ອາຈານ ທີ່ເຄີຍເຮັດວຽກນໍາກັນມາເປັນຫຸ້ນສ່ວນ. ເຊິ່ງເລີ່ມຕົ້ນເປິດໂຮງໝໍສັດທໍາອິດໃນຫ້ອງແຖວ 3 ຫ້ອງ 5 ຊັ້ນ ທີ່ເຊັ້ງຕໍ່ຢູ່ໃນຊອຍທາງຫລໍ່ 9 ໃນເວລານັ້ນກໍຖືວ່າເປັນໂຮງໝໍສັດແຫ່ງທໍາອິດທີ່ເປິດ 24 ຊົວໂມງ ໃນຍຸກທີ່ຄຣີກນິກປົວສັດເປິດຮອດພຽງແຕ່ 8 ໂມງແລງ ແລະ ເກືອບຈະບໍ່ມີຄຣີກນິກໃດໃຫ້ບໍລິການ admin ຫຼືເອົາສັດໄປພັກຜ່ອນຫຼັງຈາກການຮັກສາ, ດັ່ງນັ້ນ ເຈົ້າຂອງສັດລ້ຽງຫຼາຍຄົນຈຶ່ງທີ່ຈະໃຊ້ບໍລິການໂຮງໝໍແຫ່ງນີ້.
ປະຈຸບັນ ໂຮງໝໍທອງຫລໍ່ ຖືວ່າປະສົບຜົນສໍາເລັດຢ່າງຫຼວງຫຼາຍ ແລະ ໄດ້ຂະຫຍາຍສາຂາເຖິງ 15 ສາຂາທົ່ວປະເທດ ແລະ ທັດສະນະທີ່ສໍາຄັນທີ່ເຮັດໃຫ້ໂຮງໝໍແຫ່ງນີ້ປະສົບຜົນສໍາເລັດນັ້ນ ດຣ ກຣິດຕິກາ ໄດ້ກວ່າໄວ້ວ່າ: ມີ 3 ທັດສະນະທີ່ສໍາຄັນຄື:
- ການຮັກສາຕ້ອງມີປະສິດທິພາບ ເພາະວ່າຄ່າບໍລິການໂຮງຫມໍຕົນເອງນັ້ນສູງ ເຮັດໃຫ້ຄົນທີ່ມາໃຊ້ບໍລິການຍ້ອມມີຄວາມຄາດຫວັງສູງ ເພາະສັດລ້ຽງທີ່ເຂົາເຈົ້າຮັກກໍປຽບດັ່ງຄອບຄົວຂອງເຂົາເຈົ້າ, ດັ່ງນັ້ນ ເມື່ອຊີວິດສັດລ້ຽງມີຄ່າຕໍ່ພວກເຂົາ ບໍ່ວ່າຈະເສຍເງິນຮັກສາແພງເທົ່າໃດ ເຂົາເຈົ້າກໍຍິນດີທີ່ຈະຈ່າຍ.
- ການສົ່ງສັດຕະວະແພດໄປຮຽນຕໍ່ ບໍ່ວ່າຈະເປັນປະລິນຍາໂທ ຫຼືປະລິນຍາເອກ ເພື່ອເພີ່ມຄວາມຮູ້ ແລະ ຄວາມຊໍານານ ໃນການຮັກສາສະເພາະທາງ ເພາະຖ້າສັດຕະວະແພດເກັ່ ກໍຈະຊ່ວຍເພີ່ມຄຸນນະພາບໃຫ້ກັບໂຮງໝໍນັ້ນເອງ.
- ການບໍລິການ “ລໍາບາກທີ່ສຸດກໍຄືເລື່ອງຄົນ ແລະ ພູມໃຈທີ່ສຸດກໍຄືເລື່ອງຄົນ” ເພາະການບໍລິຫານໂຮງຫມໍສັດແມ່ນເປັນວຽກທີ່ໜັກໜ່ວງ ເນື່ອງຈາກຕ້ອງໄດ້ໃຊ້ວິຊາອາຊີບຮັກສາສັດໃຫ້ເຊົາປ່ວຍ ແລ້ວຍັງຕ້ອງໄດ້ບໍລິການເຈົ້າຂອງສັດລ້ຽງໃຫ້ມີຄວາມພື້ງພໍໃຈ


ຂໍ້ມູນຈາກ:
- https://thonglorpet.com/aboutus
- https://forbesthailand.com/people/asean-biz/
- https://www.prachachat.net/marketing/news-91097
- https://www.thairath.co.th/…/market-business/1912957
- https://forbesthailand.com/people