Breaking News

ລັດດາພອນ Miss Crystal Angel International 2019 ນາງງາມໃຈບຸນຮ່ວມບໍລິຈາກ ແລະ ຊ່ວຍເຫຼືອສັງຄົມ

ແບ່ງປັນ

ລັດດາພອນ ຫຼືລັດ ນາງງາມທີ່ສ້າງປະຫວັດສາດໃຫ້ກັບປະເທດລາວ ກັບການຄວ້າມຸງກຸດຈາກນາງງາມໂລກ ເປັນມຸງກຸດທໍາອິດຂອງລາວໃນການປະກວດ Miss Crystal Angel International 2019 ໃນເວທີ ຕ້ານ ແລະ ສະກັດກັ້ນຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ທີ່ຈັດຂຶ້ນໃນປະເທດມຽນມາ

ສາວລັດ ເປັນອີກໜຶ່ງສາວງາມທີ່ງາມທັງກາຍ ແລະ ງາມທັງໃຈອິຫລີ, ຖ້າໃຜທີ່ຕິດຕາມສາວລັດຄົນນີ້ ກໍຈະຮູ້ດີວ່າຊ່ວງນີ້ແມ່ນລັດຈະເດີນໜ້າຊ່ວຍເຫຼືອສັງຄົມແບບຖີ່ໆກັນເລີຍ! ໂດຍຫຼ້າສຸດ ມື້ວານນີ້ (29 ຕຸລາ) ສາວລັດ ກໍໄດ້ໄປບໍລິຈາກເລືອດເພື່ອເປັນການຊ່ວຍເຫຼືອ, ຕໍ່ຊີວິດໃຫ້ຄົນອື່ນ ແລະ ກໍໄດ້ໂພສເຟສບຸກສ່ວນຕົວເປັນຄໍາເວົ້າສັ້ນໆແຕ່ມີຄວາມໝາຍວ່າ “ມີຄວາມສຸກ ທຸກເທື່ອທີ່ໄດ້ແບ່ງປັນ”

ນອກຈາກ ຈະບໍລິຈາກເລືອດມື້ວານນີ້ແລ້ວ ມາມື້ນີ້ (30 ຕຸລາ) ສາວລັດ ກໍໄດ້ຮ່ວມບໍລິຈາກສົມທົບທຶນສ່ວນຕົວຊ່ວຍເຫຼືອພີ່ນ້ອງຊາວເຊໂປນຜູ້ປະສົບໄພນໍ້າຖວມນໍາອີກ ໂດຍເຈົ້າໂຕກໍໄດ້ອັບເດດທາງເຟສສ່ວນຕົວວ່າ “ສົມທົບທຶນສ່ວນຕົວ ບໍລິຈາກເຂົ້າສານ 100 ຖົງໃຫ້ແກ່ປະຊາຊົນເມືອງເຊໂປນ ຂໍໃຫ້ທຸກຄົນຜ່ານພົ້ນວິກິດຄັ້ງນີ້ໄປດ້ວຍດີ ມື້ອື່ນພົບກັນ ສະຫວັນນະເຂດ ເມືອງເຊໂປນ”

ຂໍ້ມູນຈາກ: Khamkom Sonejai ແລະ FB Laddaphone Psv

ແບ່ງປັນ