Breaking News

ຈັດໄປ! 7 ເຫດຜົນທີ່ສາວໆຄວນກິນໂຢເກິດ (Yoghurt) ດີຕໍ່ໃຈ-ລໍາໄສບໍ່ປ່ວຍ

ແບ່ງປັນ

ໂຢເກິດ(Yoghurt) ກໍຈັດວ່າເປັນອີກໜຶ່ງອາຫານທີ່ໄດ້ຮັບຄວາມນິຍົມຈາກສາວໆທີ່ກໍາລັງຄຸມນໍ້າໜັກ ແຕ່ບາງທີກັບສາວໆບາງຄົນກໍອາດຈະຮູ້ສຶກວ່າບໍ່ຄ່ອຍຈະຖືກປາກປານໃດ ເພາະລົດຊາດກະເປັນປະແລ່ມ! ປະແລ່ມ! ແດ່ຈັກໜ້ອຍ ວ່າບໍ່? ແຕ່ວ່າ….ໂຢເກິດນັ້ນພັດເປັນໜຶ່ງໃນອາຫານທີ່ມີປະໂຫຍດທີ່ສຸດເດີສາວໆ ແລະ ແນ່ນອນ Kuanjai ຈະພາມາຮູ້ຈັກກັບ 7 ເຫດຜົນທີ່ດີຕໍ່ໃຈ-ລໍາໄສບໍ່ປ່ວຍ! ແລ້ວລອງພາກັນເປິດໃຈດວງນ້ອຍໆ…ໃຫ້ກວ້າງໆ….ມາກິນລອງເບິ່ງເດີ….

1 ເປັນແຫຼ່ງໂປຣຕິນຊັ້ນດີ ເຊິ່ງວ່າໂຢເກິດນັ້ນມີໂປຣຕິນຫຼາຍກວ່ານົມເຖິງ 20% ເພາະໂຢເກິດ 200 ກຣາມ ແມ່ນໃຫ້ໂປຣຕິນສູງເຖິງ 12 ກຣາມ ແລະ ໂປຣຕິນຈາກໂຢເກິດບໍ່ໄດ້ເຮັດໃຫ້ທ້ອງອືດຄືໂປຣຕິນທີ່ໄດ້ຈາກນົມອື່ນໆອີກ.

2. ເພີ່ມພູມຄຸ້ມກັນໃຫ້ຮ່າງກາຍ ສໍາຫຼັບໃຜທີ່ປ່ວຍງ່າຍແນະນໍາໃຫ້ກິນໂຢເກິດທຸກໆມື້ລອງເບິ່ງ ໂພຣໄບໂອຕິກສໃນໂຢເກິດຈະຊ່ວຍປ້ອງກັນການຕິດເຊື້ອໄດ້ ແລະ ມີຜົນວິໄຈພົບວ່າ ໂພຣໄບໂອຕິກສໃນໂຢເກິດຍັງຊ່ວຍໃຫ້ອາການເປັນຫວັດດີໄວຂຶ້ນອີກ. ນອກຈາກນີ້ ໂຢເກິດຍັງອຸດົມໄປດ້ວຍແຫ່ທາດຕ່າງໆ ເຊັ່ນວ່າ: ເມັກນີຊຽມ, ຊີຣີນຽມ ແລະ ຊິງ ທີ່ມີສ່ວນຊ່ວຍກະຕຸ້ນພູມຄຸ້ມກັນໄດ້ເປັນຢ່າງດີ.

3. ດີຕໍ່ໃຈ ໂຢເກິດອຸດົມໄປດ້ວຍໄຂມັນ HDL ທີ່ຊ່ວຍຫຼຸດໄຂມັນທີ່ບໍ່ດີ, ໄຂມັນທີ່ອຸດຕັນໃນເສັ້ນເລືອດ ແລະ ຍັງຊ່ວຍຫຼຸດຄວາມສ່ຽງທີ່ຈະເກີດໂລກຫົວໃຈໄດ້ເປັນຢ່າງດີ.

4. ອຸດົມໄປດ້ວຍວິຕາມິນ ແລະ ແຫ່ທາດ ໂຢເກິດ ມີທັງວິຕາມິນບີ 2 ແລະ ບີ 12 ທີ່ຊ່ວຍບໍາລຸງປະສາດ ແລະ ຜິວພັນ ອີກທັງຍັງມີຟອສຟໍຣັສ ແລະ ແຄວຊຽມທີ່ສູງທີ່ສຸດ ໂດຍໃນໂຢເກິດ 8 ອອນ ຈະມີແຄວຊຽມເຖິງ 450 ມິນລີກຣາມ ເຊິ່ງຈະຊ່ວຍເສີມສ້າງກະດູກ ແລະ ແຂ້ວໃຫ້ແຂງແຮງ.

5. ລໍາໄສບໍ່ປ່ວຍ ດີຕໍ່ລະບົບຍ່ອຍອາຫານ ແລະ ລະບົບຂັບຖ່າຍ ເພາະໃນໂຢເກິດມີແບັກທີເລຍທີ່ດີທີ່ສຸດ ທີ່ມີສ່ວນຊ່ວຍໃນການຍ່ອຍອາຫານ ແລະ ຮັກສາອາການເບັງທ້ອງ, ຊ່ວຍຂັບຖ່າຍໄດ້ຢ່າງສະດວກ ນອກຈາກນັ້ນຍັງຊ່ວຍບັນເທົາອາການຖອກທ້ອງໄດ້ນໍາອີກ ແລະ ອີກອັນໜຶ່ງທີ່ສໍາຄັນຄື ເຮັດໃຫ້ ໜ້າໃສ ອັນນີ້ເປັນຜົນມາຈາກການທີ່ເຮົາຂັບຖ່າຍສະດວກ, ບໍ່ເບັງທ້ອງ ກໍຄືບໍ່ມີສານຜິດຕົກຄ້າງ ໜ້າກໍຈະໃສ ແລະ ບໍ່ມີສິວກວນໃຈອີກ.

6. ນ້ອງສາວແຂງແຮງ ແຖມອີກໜຶ່ງຂໍ້ສໍາຫຼັບສາວໆ ຈຸລິນຊີໃນໂຢເກິດ ຈະຊ່ວຍປ້ອງກັນການຕິດເຊື້ອໃນຊ່ອງຄອດ ແລະ ໂພຣໄບໂອຕິກສ ຍັງມີປະສິດທິພາບໃນການຂ້າເຊື້ອລາ ເຮັດໃຫ້ນ້ອງສາວຂອງສາວໆບໍ່ມີກິ່ນບໍ່ພືງປະສົງ ແລະ ຍັງຊ່ວຍຮັກສາຊ່ອງຄອດອັກເສບອີກດ້ວຍ.

7. ເລືອກໂຢເກິດຜິດຊີວິດປ່ຽນ ທັງນີ້ທັງນັ້ນກໍຕ້ອງເລືອກໂຢເກິດໃຫ້ດີ ສໍາຫຼັບໂຢດກິດໄຂມັນ 0% ກໍຈະມີນໍ້າຕານປະມານ 5-8 ກຣາມ ສ່ວນໂຢເກິດລົດທໍາມະຊາດຈະມີນໍ້າຕານຢູ່ 14-18 ກຣາມ ແລະ ຜູ້ທີ່ຊະນະກໍຄືໂຢເກິດໝາກໄມ້ ປະລິມານນໍ້າຕານມີ 18-24 ກຣາມ ຂຶ້ນໄປ. ເຫັນແບບນີ້ກໍຄືຈະຮູ້ແລ້ວແມ່ນບໍ່? ວ່າເຮົາຄວນເລືອກກິນແບບໃດ.

ຂໍ້ມູນຈາກ: https://today.line.me/th/v2/article

ແບ່ງປັນ