Breaking News

ມາຮູ້ຈັກກັບ 11 ສິ່ງຕໍ່ໄປນີ້…ທີ່ທຸກຄົນໃນຊ່ວງອາຍຸ 30ປີ “ຄວນເລີ່ມເຮັດໄດ້ແລ້ວ”!!!

ແບ່ງປັນ

ຍິ່ງອາຍຸຫຼາຍຂື້ນ ກໍຍິ່ງປ່ຽນແປງພຶດຕິກຳ ແລະ ນິໃສໄດ້ຍາກຂຶ້ນ ແຕ່ຍັງບໍ່ສາຍເກີນໄປສຳລັບຄົນໄວອາຍຸ 30ປີ ຍັງມີເວລາພຽງພໍທີ່ຈະສ້າງພຶດຕິກຳໃໝ່ໆ ທີ່ດີຕໍ່ຕົວເອງອີກຫຼາຍຢ່າງ, ເພື່ອໃຫ້ໄດ້ແນວຄິດທີ່ວ່າ “ແລ້ວຂ້ອຍຈະເຮັດແນວໃດ ຈະປ່ຽນແປງຕົວເອງແນວໃດດີ?” ດັ່ງນັ້ນໃນມື້ນີ້ມີ 11 ຄຳຕອບ ທີ່ພຽງແຕ່ອ່ານແລ້ວຈະເຮັດໃຫ້ມີກຳລັງໃຈ ແລະ ຢາກປ່ຽນແປງໄປໃນທາງທີ່ດີຂຶ້ນ ເຊິ່ງຄຳຕອບເຫຼົ່ານີ້ໄດ້ມາຈາກການສຳຫຼວດຂອງຄົນທົ່ວໂລກທີ່ໄດ້ມາແຊຣເລື່ອງລາວຂອງຕົວເອງຜ່ານເວັບໄຊ້ Quora

  1. ຍິ້ມ ແລະ ມ່ວນໄປກັບເລື່ອງຂອງຕົວເອງ

ຈົ່ງຍິ້ມໃຫ້ກັບເລື່ອງຂອງຕົວເອງ ຫົວໃຫ້ກັບຊີວິດທີ່ຜ່ານມາ ຫົວໃຫ້ກັບທຸກເລື່ອງທັງດີ ແລະ ບໍ່ດີ, ເພາະການເຮັດໃຫ້ເລື່ອງທີ່ຍາກຂອງຕົວເອງກາຍເປັນເລື່ອງງ່າຍ ກາຍເປັນເລື່ອງທີ່ໜ້າຫົວຂວັນ ອາດເປັນສິ່ງສຳຄັນຕໍ່ສຸຂະພາບ ແລະ ຄວາມສຸກໂດຍລວມໃນຊີວິດ ໄດ້ມີການວິໄຈມາແລ້ວວ່າ ຄົນທີ່ສາມາດຍິ້ມ ແລະ ຫົວຂວັນຕົວເອງໄດ້ນັ້ນ ມັກຈະມີຄວາມສົດໃສກວ່າຄົນອື່ນໆ

2. ສົນໃຈຄຸນຄ່າຂອງຄອບຄົວ ແລະ ມິດຕະພາບ

ໃນໄວອາຍຸຊ່ວງເລກຫຼັກ 2 ຍັງອາດຈະວຸ້ນໆກັບການຮຽນ ແລະ ການຕັ້ງໃຈເຮັດວຽກເພື່ອສ້າງເນື້ອສ້າງໂຕ ຈົນອາດເບິ່ງຂ້າມຄອບຄົວ ແລະ ໝູ່ເພື່ອນ ແຕ່ເຖິງຊ່ວງໄວ 30 ຈຶ່ງເປັນຊ່ວງເວລາອັນເໝາະສົມໃນການກັບໄປສານສຳພັນກັບພວກເຂົາ ແລະ ນຶກເຖິງວັນເວລາດີໆ ທີ່ເຄີຍມີຮ່ວມກັນ Robert Walker ໄດ້ກ່າວໄວ້ວ່າ “ຫາກສາມາດສານຕໍ່ຄວາມສຳພັນຫຼັງຫ່າງຫາຍຈາກພວກເຂົາໄປດົນໄດ້ ເຈົ້າອາດຈະໄດ້ພົບວ່າພວກເຂົາມີຫຍັງທີ່ຄ້າຍກັນຫຼາຍກວ່າທີ່ຄິດ” 

3. ບັນທຶກເລື່ອງລາວໃນຊີວິດ

Mark Crawley  ກ່າວວ່າ: “ບັນທຶກເລື່ອງລາວໃນຊີວິດໄວ້ ເພາະຈະຮູ້ສຶກຕື່ນເຕັ້ນ ແລະເພີດເພີນກັບມັນເມື່ອໄດ້ກັບມາອ່ານອີກຄັ້ງ” ແຖມສະໄໝນີ້ບໍ່ຈຳເປັນຈະຕ້ອງຂຽນບັນທຶກເປັນປື້ມໜາໆຄືແຕ່ກ່ອນແລ້ວ ທຸກສິ່ງທຸກຢ່າງລ້ວນງ່າຍໄປໝົດ ພຽງແຕ່ອັບໂຫລດຮູບໄວ້ ພ້ອມແຄັບຊັ່ນດີໆ ເກັບໄວ້ໃນໂຊຊ່ຽວມີເດຍ ເພື່ອແຈ້ງເຕືອນຄວາມຊົງຈຳເທົ່ານີ້ກໍພຽງພໍແລ້ວ

4. ເລີ່ມເບິ່ງແຍງຕົວເອງ

ສິ່ງສຳຄັນຄືການອອກກຳລັງກາຍ ການກິນອາຫານໃຫ້ເໝາະສົມ ແລະ ພັກຜ່ອນໃຫ້ພຽງພໍ ເພາະອາຍຸເລີ່ມເຂົ້າສູ່ເລກ 3ແລ້ວ ຕ້ອງຮູ້ຈັກເບິ່ງແຍງຕົວເອງ ເພາະຖ້າສຸຂະພາບດີ ຊີວິດກໍດີ ການບໍ່ມີພະຍາດຖືເປັນໂຊກອັນປະເສີດ

5. ທ້ອນເງິນ

ຮູ້ຈັກທ້ອນ ແລະ ເຊົາໃຊ້ຈ່າຍແບບຟຸມເຟືອຍຄືແຕ່ກ່ອນ  David Leon ໄດ້ບອກວ່າ: “ຈົ່ງໃຊ້ຢ່າງປະຢັດໃຫ້ເປັນນິດໃສ ຂ້ອຍຮູ້ຈັກຫຼາຍຄົນທີ່ຕ້ອງຫາເຊົ້າກິນຄໍ່າໃນໄວ 50ປີ ເພາະພວກເຂົາໃຊ້ຈ່າຍຢ່າງຟຸມເຟືອຍໃນຊ່ວງອາຍຸ 30ປີ”

6. ລົງມືເຮັດຕາມເປົ້າໝາຍທີ່ຕັ້ງໄວ້

ຈົນຕອນນີ້ເຈົ້າອາດຍັງຝັນເພີ້ລະເມີເຖິງເລື່ອງການສ້າງຄອບຄົວ ຊື້ບ້ານ ຊື້ລົດ ຫຼື ຮຽນຕໍ່ໃນລະດັບທີ່ສູງຂຶ້ນ ໂອກາດນີ້ແລະທີ່ຄວນຈະລົງມືເຮັດຕາມຝັນ ເພື່ອບັນລຸເປົ້າໝາຍທີ່ຕັ້ງໄວ້ໄດ້ແລ້ວ

“ການພັກສິ່ງຕ່າງໄວ້ກ່ອນເປັນເລື່ອງງ່າຍ” Bill Karwin ກ່າວ ແຕ່ໃນຄວາມເປັນຈິງ “ເມື່ອເຈົ້າເລີ່ມກ້າວເຂົ້າສູ່ໄວ 30ປີແລ້ວ ເວລາອາດຈະໄວຂຶ້ນ ແລະ ໄວຂຶ້ນເລື້ອຍໆ ດັ່ງນັ້ນຕ້ອງເຮັດຝັນໃຫ້ສຳເລັດໄດ້ແລ້ວ”

7. ຮຽນຮູ້ຈາກສິ່ງຜິດພາດ

ອາດເຮັດເລື່ອງຜິດພາດມາຫຼາຍໃນຊ່ວງອາຍຸຫຼັກ 2 ແຕ່ນັ້ນກໍບໍ່ເປັນຫຍັງ ຫາກວ່າເຈົ້າໄດ້ເຕີບໃຫ່ຍຈາກມັນດ້ວຍການຍອມຮັບສິ່ງທີ່ຕາມມາຈາກການກະທຳ ແລະ ໄດ້ຮຽນຮູ້ວ່າເປັນຫຍັງຕົວເອງຈຶ່ງຜິດພາດ ແລະ ໃນທ້າຍທີ່ສຸດ “ທຸກຢ່າງໃນຊີວິດ ຄືຫົນທາງສູ່ການຮຽນຮູ້ແລະພັດທະນາຕົວເອງ”

8. ເລີ່ມຫັນມາອ່ານໜັງສື

ບຸກຄົນທີ່ປະສົບຄວາມສຳເລັດເຊັ່ນ Bill Gates ແລະ Oprah Winfrey ລ້ວນເປັນຄົນທີ່ມັກ ແລະ ຮັກໃນການອ່ານ, Dylin Redling ໄດ້ສະເໜີວີທີການເລີ່ມນິໃສການອ່ານນີ້ດ້ວຍການ ອ່ານໜັງສືໃຫ້ໄດ້ຢ່າງໜ້ອຍ 30ນາທີ/ມື້ ແຕ່ບໍ່ແມ່ນອ່ານພວກບລ໋ອກ ຫຼື ໂພສຕາມໂຊຊ່ຽວມີເດຍເດີ້ ແຕ່ເປັນໜັງສຶແທ້ໆ ບໍ່ວ່າຈະເປັນນິຍາຍ ຫຼື ສາລະຄະດີ ເພາະວ່າຍິ່ງອ່ານ ຍິ່ງຈະໄດ້ຄວາມຮູ້ ແລະ ເຂົ້າໃຈມຸມມອງຕ່າງໆ ລວມເຖິງເຮັດໃຫ້ເກີດຄວາມໄຝ່ຮູ້ ແລະ ຄວາມຄິດສ້າງສັນອີກດ້ວຍ

9. ເລີ່ມເຝິກເຮັດສະມາທິ

“ຄົນເຮົາບໍ່ວ່າຈະຊີວິດດີຂະໜາດໃດ ຢ່າງໃດກໍຕ້ອງມີມື້ພົບກັບຄວາມຄຽດ” Redling ກ່າວວ່າ “ວິທີທີ່ດີທີ່ສຸດກັບການຮັບມືກັບຄວາມຄຽດ ຄືການເຮັດໃຫ້ຈິດໃຈສະຫງົບ ເຊິ່ງເັຮດໄດ້ດ້ວຍກັບການເັຮດສະມາທິທຸກມື້” ຊຶ່ງກໍມີງານວິໃຈເຊັ່ນກັນວ່າ ການເຝິກເຮັດສະມາທິຢ່າງສະໝໍ່າສະເໝີນັ້ນຊ່ວຍຫຼຸດຄວາມຄຽດ ຊ່ວຍໃຫ້ຄວາມຈຳດີ ແລະ ມີສະມາທິຫຼາຍຂຶ້ນ

10. ເປີດຮັບໂອກາດ

Karl Pillemer ກ່າວວ່າ “ຄວນເປີດຮັບໂອກາດໃໝ່ໆ ໃນໜ້າທີ່ການງານສະເໝີ ແລະ ຕອບ ຕົກລົງ ໃຫ້ຫຼາຍທີ່ສຸດເທົ່າທີ່ຈະເປັນໄປໄດ້ ການບໍ່ເປີດຮັບສິ່ງໃໝ່ໃນຊີວິດການເຮັດວຽກ ຖືເປັນສິ່ງທີ່ຫຼາຍຄົນມັກຈະຕ້ອງມາເສຍໃຈພາຍຫຼັງສະເໝີ”

11. ກຳນົດແນວຄິດຄວາມເຊື່ອທີ່ຕົນເອງຍຶດຖືໃຫ້ຊັດເຈນ

Lundberg ກ່າວວ່າ “ສິ່ງສຳຄັນອັນດັບທຳອິດຂອງໄວນີ້ກໍຄື ການມີເປົ້າໝາຍທີ່ຊັດເຈນ ໂດຍອາດເລີ່ມຈາກການລິສແນວຄິດ ຄວາມເຊື່ອທີ່ໃຫ້ຄວາມສຳຄັນຫຼາຍທີ່ສຸດມາ 3ຂໍ້” ຈາກນັ້ນຈຶ່ງຄ່ອຍນຳມາກຳໜົດເປົ້າໝາຍຊີວິດໃນຕົວເອງ ເພື່ອເປັນການສ້າງແຮງຈູງໃຈໃນການພັດທະນາຕົວເອງ

ເປັນແນວໃດແດ່ ໄດ້ຮູ້ວິທີຄິດ ວິທີສ້າງພຶດຕິກຳໃໝ່ໆທີ່ດີແລ້ວ ແຟນໆກໍລອງເອົາໄປປັບໃຊ້ກັບຊີວິດເບິ່ງເດີ້ ຮັບຮອງບໍ່ມີຫຍັງເສຍຫາຍ ແລະ ຈະມີແຕ່ສິ່ງດີໆເຂົ້າມາໃນຊ່ວງອາຍຸ 30ນີ້ແນ່ນອນ!!!

ທີ່ມາ: Business insider

(ຂໍຂອບໃຈສຳລັບຮູບພາບ)

ແບ່ງປັນ