ທຸກຄົນເປັນຄືກັນບໍ? ເວລາອາບນໍ້າໃນສະພາບອາກາດທີ່ເຢັນ ແລະ ໜາວ ຈະເຮັດໃຫ້ເຮົາຂົນລຸກ ຈົນບໍ່ຢາກສໍາພັດນໍ້າອີກເລີຍ!!! ຍິ່ງໄປກວ່ານັ້ນບາງຄົນຍັງອາບນໍ່້າແບບຜິດວິທີໃນລະດູໜາວນີ້ຈົນເຮັດໃຫ້ຜິວເສຍໂດຍບໍ່ຮູ້ໂຕ, ມື້ນີ້ຂວັນໃຈຈະພາໄປເບິ່ງວ່າການອາບນໍ້າແບບຜິດວິທີເປັນແນວໃດ?ພ້ອມທັງຄໍາແນະນໍາຕ່າງໆ!!! ເຮົາໄປເບິ່ງນໍາກັນເລີຍ…
• ອາບນໍ້າອຸ່ນດົນເກີນໄປ
ການອາບນໍ້າອຸ່ນຈະຊ່ວຍໃຫ້ສະບາຍຕົວ ແຕ່ຖ້າວ່າໃຊ້ເວລາດົນເກີນໄປ ຈະສົ່ງຜົນໃຫ້ຜິວແຫ້ງ ແລະ ເກີດອາການຄັນໄດ້ ແພດຜູ້ຊ່ຽວຊານດ້ານຜິວໜັງຈຶ່ງແນະນໍາວ່າຄວນໃຊ້ເວລາອາບນໍ້າພຽງ 5-7 ນາທີ ແລະ ອຸນຫະພູມຂອງນໍ້າບໍ່ຄວນສູງກວ່າ 37 ອົງສາ ຊຶ່ງເປັນຄວາມຮ້ອນໃນລະດັບດຽວກັນກັບອຸນຫະພູມຂອງຮ່າງກາຍ ຖ້າວ່າອາບນໍ້າໃນອຸນຫະພູມທີ່ສູງເກີນໄປຈະເຮັດໃຫ້ຜິວຂາດຄວາມຊຸ່ມຊື່ນໄດ້ງ່າຍ.
• ໃຊ້ສະບູກ້ອນແທນຄີມອາບນໍ້າ
ສະບູກ້ອນຈະມີໂອກາດເຮັດໃຫ້ຜິວເປັນດ່າງ ແລະ ຕ່າງຈາກຄຣີມອາບນໍ້າທີ່ມີຄວາມເປັນກົດດ່າງເທົ່າກັບຜິວໜັງ ຈຶ່ງໄປກໍາຈັດນໍ້າມັນທໍາມະຊາດເທິງຜິວ ແລະ ເຮັດໃຫ້ຜິວແຫ້ງ ຜູ້ຊ່ຽວຊານດ້ານຜິວໜັງຈຶ່ງແນະນໍາໃຫ້ໃຊ້ຄຣີມອາບນໍ້າທີ່ມີຄວາມຊຸ່ມຊື່ນ ແລະ ຄວນທາຄຣີມບໍາລຸງຜິວຫຼັງຈາກອາບນໍ້າແລ້ວ ເພື່ອເພີ່ມຄວາມຊຸ່ມຊື່ນໃຫ້ແກ່ຜິວຂອງເຮົາ.
• ສະຜົມຫຼາຍເກີນໄປ
ໃນຊ່ວງລະດູໜາວ ແພດຜູ້ຊ່ຽວຊານດ້ານຜິວໜັງແນະນໍາວ່າບໍ່ຈໍາເປັນຕ້ອງສະຜົມທຸກມື້ກໍໄດ້ ຫຼືອາດຈະເວັ້ນສະທຸກໆ 3 ມື້ ດ້ວຍຢາສະຜົມ ແລະ ຄຣີມບໍາລຸງຜົມ ສໍາລັບໃຜມີບັນຫາເລື່ອງຄວາມມັນຂອງໜັງຫົວກໍອາດໃຊ້ຄຣີມບໍາລຸງຜົມແບບແຫ້ງ (Dry Shampoo) ແທນໄດ້.
• ລະເລີຍການໃຊ້ຄີມນວດຜົມ
ລະດູໜາວບໍ່ພຽງແຕ່ເຮັດໃຫ້ຜິວຂາດຄວາມຊຸ່ມຊື່ນເທົ່ານັ້ນ!!! ແຕ່ຍັງສາມາດດູດຄວາມຊຸ່ມຊື່ນຈາກເສັ້ນຜົມໄດ້ອີກດ້ວຍ ສະນັ້ນ, ເຮົາຕ້ອງເລືອກຢາສະຜົມ ແລະ ຄຣີມບໍາລຸງຜົມທີ່ເໝາະກັບສະພາບອາກາດໃນລະດູໜາວ ເຊິ່ງການລະເລີຍໃສ່ຄຣີມບໍາລຸງຜົມຈະສົ່ງຜົນໃຫ້ສະພາບປາຍຜົມເກີດອາການແຫ້ງເສີຍໄດ້ ເພາະເປັນສ່ວນທີ່ໄດ້ຮັບນໍ້າມັນທໍາມະຊາດນ້ອຍກວ່າຜົມສ່ວນອື່ນໆ.
• ບໍ່ໃຫ້ຄວາມສໍາຄັນກັບການເຊັດໂຕ
ຫຼັງຈາກອາບນໍ້າແລ້ວຫຼາຍຄົນຄິດແຕ່ວ່າໃຊ້ຜ້າເຊັດໂຕໃຫ້ແຫ້ງກໍພຽງພໍແລ້ວ ແຕ່ວິທີດັ່ງກ່າວ,ອາດເຮັດໃຫ້ຜິວເກີດການລະຄາຍເຄືອງໄດ້ຫາກເຊັດໂຕແຮງເກີນໄປ ເຊິ່ງວິທີທີ່ຖືກຕ້ອງຄືການໃຊ້ຜ້າເຊັດໂຕເຊັດຜິວເບົາໆໃຫ້ແຫ້ງ ແລະ ທາຄຣີມບໍາລຸງຜິວ ຫຼັງຈາກເຊັດໂຕ ເພື່ອເປັນການເກັບຄວາມຊຸ່ມຊື່ນໄວ້ກັບຜິວໃຫ້ຫຼາຍທີ່ສຸດ.