10 ສິ່ງທີ່ຕ້ອງລອງເຮັດຫຼັງຈາກເລີກວຽກ…
ເຊື່ອວ່າຊ່ວງເວລາຫຼັງເລີກວຽກຂອງໃຜຫຼາຍໆຄົນກໍ່ຈະມີກິດຈະກໍາ ແລະ ກິດຈະວັດທີ່ແຕກຕ່າງກັນອອກໄປ ຂຶ້ນຢູ່ກັບນິໄສ ແລະ ໄລ໌ສະຕຣາຍຂອງແຕ່ລະຄົນ ວ່າຈະມັກແບບໃດ ມາເບິ່ງກັນເລີຍ….ວ່າຈະມີແບບໃດແນ່…
- ໃຊ້ເວລາກັບການອອກກໍາລັງກາຍ
ຄົນສ່ວນຫຼາຍຈະມັກໄດ້ຍິນກັບເລື່ອງນີ້ຫຼາຍເພາະເປັນການເບິ່ງແຍງສຸຂະພາບ ແຖມຍັງຊ່ວຍໃຫ້ຮ່າງກາຍໄດ້ຜ່ອນຄາຍຫຼັງຈາກນັ່ງເຮັດວຽກເປັນເວລາດົນ.

- ເບິ່ງຫາແຮງບັນດານໃຈ ແລະ ປະສົບການໃໝ່ໆ
ພາໂຕເອງໄປຢູ່ໃນສະພາບແວດລ້ອມໃໝ່ໆ ໄປພົບປະກັບກຸ່ມຄົນໃໝ່ໆ ເພື່ອໃຫ້ສະໝອງ ແລະ ການຮັບຮູ້ຂອງເຮົາໄດ້ຮຽນຮູ້ສິ່ງໃໝ່ໆ ນອກເໜືອຈາກສິ່ງເກົ່າໆ ທີ່ເຈີຢູ່ທຸກໆມື້.
- ອອກໄປພົບປະກັບຄົນອື່ນ
ໄອເດຍດີໆ ບາງທີກໍ່ມາຈາກການເວົ້າກັບຄົນແປກໜ້າຄືກັນ ອາດຈະບໍ່ເຖິງຂັ້ນໄປສ້າງສັນນໍາກັນກໍ່ໄດ້ຖ້າເຮົາບໍ່ແມ່ນສາຍທ່ຽວ ອາດຈະເປັນການໂທໄປລົມກັບໝູ່ສະໜິດ ຫຼັງຈາກທີ່ບໍ່ໄດ້ລົມກັນມາເປັນເວລາດົນ.

- ເວົ້າວ່າ “ບໍ່” ໃຫ້ຫຼາຍ
ຄົນທີ່ປະສົບຜົນສໍາເລັດຫຼາຍຄົນຮຽນຮູ້ທີ່ຈະເວົ້າຄໍາວ່າ “ບໍ່” ໃນການເຮັດວຽກ ແລະ ການໃຊ້ຊີວິດຕ່າງໆ ເຮົາຕ້ອງຮູ້ຕົວເອງວ່າເຮົາບໍ່ແມ່ນຄົນທີ່ຈະສາມາດເຮັດທຸກຢ່າງ ແລະ ຊ່ວຍເຫຼືອທຸກຄົນໄດ້ຕະຫຼອດເວລາ ໂດຍສະເພາະຫຼັງເລີກວຽກທີ່ຕ້ອງລອງໃຫ້ເວລາຕົວເອງຫຼາຍຂຶ້ນ.

- ໃຊ້ເວລາກັບການຢູ່ກັບທໍາມະຊາດ
ເມື່ອເຮົາຕ້ອງໃຊ້ຊີວິດຢູ່ກັບແສງສີຟ້າ ອາກາດຈາກແອຕະຫຼອດ ບໍ່ເປັນການດີກັບການໃຊ້ຊີວິດແບບນີ້ຕະຫຼອດ ສະນັ້ນ ເຮົາຕ້ອງອອກໄປສໍາຜັດອາກາດບໍລິສຸດ ແລະ ທໍາມະຊາດທີ່ຄົນລຸ້ນໃໝ່ດຽວນີ້ມັກຈະໜີໄປພັກໃຈຕາມພູເຂົາ ແລະ ທະເລ.

- ຕັດຂາດຈາກອິນເຕີເນັດ
ຖ້າບໍ່ຕິດປັນຫາຫຍັງຫຼາຍ ການຕັດຂາດຈາກໂຊຊຽວກໍເປັນເລື່ອງທີ່ດີ ເພື່ອເຮົາຈະໄດ້ໃຊ້ເວລາໄປກັບການຮຽນຮູ້ໃນມຸມມອງອື່ນໆເຊັ່ນ ການອ່ານໜັງສື, ໄປພິພິຕະພັນເປັນຕົ້ນ.

- ສ້າງກິດຈະວັດໃໝ່ໆໃນຕອນແລງ
ເຮົາມີກິດຈະວັດໃນຕອນເຊົ້າແລ້ວໃນການກິນເຂົ້າ ນັ່ງສະມາທິຕ່າງໆ ເຮົາອາດຈະຈັດກິດຈະວັດຕອນແລງເພື່ອເຮັດໃນທຸກໆມື້ໃຫ້ເປັນນິໄສເຊັ່ນ ຟັງ Podcast ກ່ອນນອນ, ອ່ານໜັງສືປະມານ 30 ໜ້າ, ອອກກໍາລັງກາຍຕອນແລງປະມານ 30 ນາທີ.

- ພັກຜ່ອນຢ່າງຈິງຈັງ
ຄົນດັງຫຼາຍຄົນໃຊ້ເວລາພັກຜ່ອນໃນການ “ພັກ” ຢ່າງຈິງຈັງ ບໍ່ວ່າຈະເປັນການໄປທ່ຽວ ຫຼື ເຮັດຫຍັງກໍ່ຕາມທີ່ເຮັດໃຫ້ເຂົາໄດ້ຜ່ອນຄາຍຄວາມຄຽດຈາກວຽກງານທີ່ເຮັດຢູ່ທຸກມື້.
- ລົງທຶນກັບການຮຽນຮູ້
ການລົງທຶນຢ່າງໜຶ່ງທີ່ຄຸ້ມຄ່າຄືການລົງທຶນກັບການຮຽນຮູ້ ແລະ ການພັດທະນາຕົວເອງ ຄົນທີ່ປະສົບຜົນສໍາເລັດຫຼາຍຄົນເລືອກທີ່ຈະຮຽນອອນລາຍ ຫຼື ເຂົ້າຄາສຮຽນຕ່າງໆ ເພື່ອພັດທະນາທັກສະໃນຊ່ວງວັນພັກ.

- ຫັນມາເບິ່ງແຍງຕົວເອງ ແລະ ຫາວິທີລົດຄວາມຄຽດ
ວຽກຂອງບາງຄົນມີຄວາມຕຶງຄຽດຫຼາຍເພາະຕ້ອງຢູ່ກັບສະຖານະການກົດດັັນຕະຫຼອດເວລາ ຫຼື ເຮັດວຽກກັບຄົນຫຼາຍໆ ໄດ້ຮັບຄໍາຕໍານິ ຫຼື ຄໍາເວົ້າທີ່ບໍ່ຄ່ອຍດີມາຕະຫຼອດ ມັນກໍ່ຈະບັນທອນຄວາມຮູ້ສຶກ ແລະ ກໍາລັງໃຈຂອງເຮົາໄດ້ ສະນັ້ນ ການໃຊ້ເວລາຫຼັງເລີກວຽກໃນການຟື້ນຟູຕົວເອງຈຶ່ງສໍາຄັນຫຼາຍ ອາດຈະເຮັດໄດ້ງ່າຍໆ ດ້ວຍການນັ່ງສະມາທິ ຫຼິ້ນໂຢຄະ ກໍານົດລົມຫາຍໃຈເປັນຕົ້ນ.
