Breaking News

ມາຮູ້ຈັກກັບສາວງາມ!!! ຕົວແທນຈາກແຂວງຊຽງຂວາງ ML3 ແມັກກີ້ ມະນີວັນ (ມາຮອດຈຸດນີ້ກໍຖືວ່າ ຊະນະໃຈຕົນເອງແລ້ວ)

ແບ່ງປັນ

ປັດຈຸບັນບ້ານເຮົາໄດ້ຈັດການປະກວດນາງງາມຫຼາກຫຼາຍເວທີ ເພື່ອເປີດໂອກາດໃຫ້ແມ່ຍິງລາວເຮົາໄດ້ສະແດງຄວາມຮູ້ຄວາມສາມາດຂອງຕົນ ພ້ອມທັງບອກໃຫ້ໂລກຮູ້ວ່າ ແມ່ຍິງລາວເຮົາກໍມີດີບໍ່ແພ້ຊາດໃດໃນໂລກ. ຫຼ້າສຸດເມື່ອບໍ່ດົນມານີ້ເວທີການປະກວດນາງງາມລາວ Miss Laos 2020 ກໍໄດ້ຈັດການປະກວດຂຶ້ນອີກຄັ້ງ ແລະ ໄດ້ຄັດເລືອກສາວງາມທີ່ຜ່ານເຂົ້າຮອບທັງໝົດ 40 ຄົນ ເວົ້າໄດ້ວ່າແຕ່ລະຄົນບໍ່ທໍາມະດາອີຫຼີ!!! ມື້ນີ້ຂວັນໃຈຈະພາມາສ່ອງສາວງາມອີກໜຶ່ງຄົນທີ່ເປັນຕົວແທນຈາກແຂວງຊຽງຂວາງ ນັ້ນກໍຄືສາວ ແມັກກີ້ ມະນີວັນ ຜູ້ເຂົ້າປະກວດນາງສາວລາວໝາຍເລກ ML3

ສາວ ແມັກກີ້ ມະນີວັນ ຈົບການສຶກສາຈາກ ມະຫາວິທະຍາໄລແຫ່ງຊາດ, ຄະນະວິທະຍາສາດສິ່ງແວດລ້ອມ, ພາສາອັງກິດ ວິທະຍາໄລ ເຄວີນ ແລະ ຈົບຫລັກສູດພາສາອັງກິດ ຂອງທຶນການສຶກສາມູນລະນິທິ ເອເຊຍ(ອົດສະຕາລີ່) ລະບົບ 4 ປີ ແລະ ປັດຈຸບັນເປັນພະນັກງານຢູ່ ກົມປ່າໄມ້ ໂຄງການ ອະນຸລັກຊີວະນາໆພັນ ຕາມແລວເຊື່ອມຕໍ່ (biodiversity conservation corridors project)

ຖີ່ນຖານບ້ານເກີດຂອງສາວ ແມັກກີ້ ມະນີວັນ ແມ່ນເປັນຄົນ ບ້ານ ພັກແຄະ, ເມືອງໜອງແຮດ, ແຂວງຊຽງຂວາງ ແລະ ສາວແມັກກີ້ ໄດ້ໃຫ້ສໍາພາດກັບຂວັນໃຈວ່າ ເຫດຜົນທີ່ມາປະກວດເວທີນີ້ຍ້ອນວ່າ ເປັນຄວາມຝັນ ແລະ ຢາກພິສູດຄວາມກ້າຂອງຕົນເອງ ເພາະວ່າເປັນຄົນທີ່ຢ້ານການລົ້ມເຫຼວຫລາຍ ແຕ່ປີນີ້ ໄດ້ລວບລວມຄວາມກ້າຂອງຕົນເອງ ກໍເລີຍໄດ້ຕັດສິນໃຈມາປະກວດ ແລະ ຮູ້ສຶກດີໃຈຫລາຍທີ່ໄດ້ເຂົ້າຮອບ 40 ຄົນ (ຕົນເອງມາຮອດຈຸດນີ້ກໍຖືວ່າຊະນະແລ້ວ ຊະນະໃຈໂຕເອງ) ເພາະເຊື່ອວ່າຍັງມີແມ່ຍິງອີກຫລາຍຄົນທີ່ຢາກຈະມາປະກວດໃນເວທີໃຫຍ່ອັນຊົງກຽດນີ້ແຕ່ຍັງບໍ່ມີຄວາມກ້າເທື່ອ, ພ້ອມດຽວກັນນັ້ນ ເຫດຜົນທີ່ມາເວທີນີ້ເພາະຢາກໃຊ້ເວທີນີ້ເຜີຍແຜ່ວັດທະນະທໍາອັນດີງາມຄວາມເປັນລາວໃຫ້ຊາດອື່ນໄດ້ເຫັນ ແລະ ໄດ້ຮັບຮູ້. ນອກຈາກນີ້, ຍັງຢາກສະແດງຄວາມຮູ້ ຄວາມສາມາດ ຄວາມຄິດ ຂອງຕົນເອງໃຫ້ຄົນອື່ນເຫັນ ວ່າເຮົາກໍມີສັກກາຍະພາບພຽງພໍທີ່ຈະສາມາດຢູ່ໃນເວທີນີ້ໄດ້ຄືກັນ.

ນອກຈາກນີ້, ສາວແມັກກີ້ຍັງໄດ້ໃຫ້ສໍາພາດກັບຂວັນໃຈອີກວ່າ: (ຖ້າຕົນເອງໄດ້ຕໍາແໜ່ງນາງສາວລາວປີນີ້ ແມ່ນຈະຊ່ວຍພັດທະນາສັງຄົມໄປຕາມແນວທາງພັກລັດ ກໍຄື ຊ່ວຍໃນການລົງປະຕິບັດກິດຈະກໍາຕ່າງໆທີ່ເປັນການຊ່ວຍເຫລືອສັງຄົມ ແລະ ບັນຫາຫລັກທີ່ຕົນເອງຈະພັດທະນາກໍຄືບັນຫາດ້ານການສຶກສາ ໂດຍຈະເປັນອີກໜຶ່ງສຽງທີ່ຊ່ວຍເຜີຍແຜ່ໃຫ້ເດັກນ້ອຍ-ປະຊາຊົນໃຫ້ຮູ້ເຖິງຜົນກະທົບຂອງການກືກໜັງສື ນັ້ນກໍຄືປຸກລະດົມບໍ່ໃຫ້ມີການອອກໂຮງຮຽນ ແລະ ແຕ່ງດອງແຕ່ອາຍຸຍັງນ້ອຍ, ອີກບັນຫາທີ່ສັງຄົມກໍາລັງປະເຊີນຢູ່ໃນປັດຈຸບັນນີ້ແມ່ນບັນຫາການແຜ່ລະບາດຂອງໂຄວິດ-19 ໃນບັນຫານີ້ຕົນເອງຈະຊ່ວຍເຜີຍແຜ່ການປ້ອງກັນກັບພະຍາດໂຄວິດ ກໍຄືວິທີໃສ່ຜ້າປິດປາດ ລ້າງມືດ້ວຍເຈວລ້າງມືກ່ອນສຳຜັດ ແລະ ຫລັງສຳຜັດກັບສິ່ງຂອງຕ່າງໆ ລະດົມໃຫ້ປະຊາຊົນບໍ່ໄປບ່ອນເຂດທີ່ມີຄົນແອອັດ ແລະ ບັນຫາໄພນໍ້າຖ້ວມ ນ້ອງຈະເປັນອີກສຽງໃນການປຸກລະດົມສົມທົບທຶນຊ່ວຍເຫລືອ ໃຫ້ປະຊາຊົນຮູ້ຈັກການຮັບມືກັບບັນຫາ ແລະ ເຜີຍແຜ່ສາເຫດຂອງໄພນໍ້າຖ້ວມພ້ອມທັງສົ່ງເສີມຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ກໍຄືໃຫ້ປະຊາຊົນຮູ້ຈັກວີທີການທໍາມາຫາກີນ ໂດຍຖືກວິທີ ບໍ່ຕັດໄມ້ທໍາລາຍປ່າຊະຊາຍ ໃຫ້ຄືກັບຄໍາເວົ້າທີ່ວ່າ: “ປ່າໄມ້ອຸດົມສົມບູນ ຊີວິດການເປັນຢູ່ດີຂຶ້ນ”).

ในภาพอาจจะมี 1 คน, กำลังยืน และข้อความ

ຈັງໃດຂວັນໃຈກໍຂໍເປັນກຳລັງໃຈໃຫ້ສາວງາມຄົນນີ້ເດີ້!!! ແລະ ທຸກສາມາດສົ່ງກຳລັງໃຈໃຫ້ສາວງາມທັງໝົດ 40 ໄດ້ເດີ້…

ແບ່ງປັນ