ຄົນຮຸ່ນໃໝ່ຄືບຸກຄະລາກອນໜຶ່ງທີ່ສຳຄັນ ເຖິງແມ່ນວ່າພວກເຂົາຈະບໍ່ໄດ້ຜ່ານປະສົບການຫຼາຍຮ້ອຍພັນເທົ່າຄືກັບຄົນທີ່ເຮັດວຽກມາດົນແລ້ວ ແຕ່ພວກເຂົາກໍມີໄຟ ແລະ ມີຄວາມຕັ້ງໃຈບໍ່ນ້ອຍ. ສະນັ້ນ, ເຮົາຈະກະຕຸ້ນແນວໃດໃຫ້ການເຮັດວຽກຂອງພວກເຂົາມີປະສິດທິພາບ ມາເບິ່ງນຳກັນ!!!
1. ຮຽນຮູ້ຈາກຄວາມຜິດພາດ
ພະນັກງານໃໝ່ສ່ວນຫຼາຍ ບໍ່ໄດ້ຖືກກະຕຸ້ນໃຫ້ກ້າຄິດ, ກ້າຕັດສິນໃຈເລື່ອງສຳຄັນພໍປານໃດ ເພາະການເລືອກທີ່ຈະເຮັດຫຍັງອີງຕາມຜູ້ໃຫຍ່ໃນອົງກອນຈະປອດໄພກວ່າ ເຊິ່ງເຮົາຄວນເປີດໂອກາດໃຫ້ເຂົາເຈົ້າໄດ້ລອງຜິດລອງຖືກ ເພາະພວກເຂົາຈະຮຽນຮູ້ຈາກຄວາມຜິດພາດນັ້ນ ເຊິ່ງຈະເປັນປະສົບການທີ່ໃຊ້ໄດ້ໃນໄລຍະຍາວ ໂດຍທີ່ເຮົາເອງກໍຕ້ອງເບິ່ງ ແລະ ແນະນຳວ່າໂຕໃດຖືກໂຕໃດຜິດ ເພື່ອທີ່ພວກເຂົາຈະໄດ້ປັບປຸງໃຫ້ດີຂຶ້ນ.
2. ເຮັດໃຫ້ເຫັນເປັນຕົວຢ່າງ
ຕົວຢ່າງຄືສິ່ງທີ່ໃຫ້ຄົນເຫັນແລ້ວເຮັດຕາມ ຖ້າຫາກວ່າເຮົາເຮັດຕົວຢ່າງທີ່ດີໃຫ້ພວກເຂົາເບິ່ງ ພວກເຂົາກໍຈະສາມາດເຮັດມັນໄດ້ເຖິງຈະບໍ່ 100% ກໍຕາມ ເພາະພຽງແຕ່ຄຳເວົ້າຢ່າງດຽວພວກເຂົາອາດຈະບໍ່ເຂົ້າໃຈ.

3. ໃຫ້ຄວາມຊ່ວຍເຫຼືອເພື່ອຍົກລະດັບຜົນງານ
ຄົນເຮັດວຽກມັກຈະພົບກັບອຸປະສັກຕ່າງໆ ບໍ່ວ່າຈະເປັນ ອຸປະກອນການເຮັດວຽກເກົ່າ, ການເດີນທາງມາເຮັດວຽກມີຄວາມຍາກລຳບາກ ແລະ ອື່ນໆ ເຊິ່ງເຮັດໃຫ້ພະນັກງານສ່ວນໃຫຍ່ມີຜົນງານຢູ່ໃນລະດັບປານກາງທີ່ບໍ່ໂດດເດັ່ນ, ສິ່ງທີ່ສຳຄັນຄື ຕ້ອງຄົ້ນໃຫ້ພົບວ່າພະນັກງານຕ້ອງການຄວາມຊ່ວຍເຫຼືອໃນເລື່ອງໃດ ຖ້າເຮົາຕອບໂຈດສິ່ງເຫຼົ່ານັ້ນໄດ້ ຈະເຮັດໃຫ້ພວກເຂົາບໍ່ຕ້ອງກັງວົນ ແລະ ເຮັດວຽກໄດ້ຢ່າງເຕັມທີ່ຫຼາຍຂຶ້ນ.

4. ການແລກປ່ຽນຄວາມຄິດເຫັນຢ່າງກົງໄປກົງມາ
ໄລຍະທຳອິດ ພະນັກງານໃໝ່ອາດຈະຍັງບໍ່ຮູ້ວ່າຕ້ອງສະແດງຄວາມຄິດເຫັນແນວໃດ ເຊິ່ງໜ້າທີ່ຂອງຜູ້ເປັນຫົວໜ້າກໍຄືການພະຍາຍາມສອບຖາມຄວາມຕ້ອງການ ແລະ ຄວາມຄິດເຫັນເປັນໄລຍະເພື່ອຈະໄດ້ນຳມາປັບປຸງ ການເຮັດວຽກໂດຍລວມຂອງທີມໃຫ້ດີຂຶ້ນ ເຊິ່ງການແລກປ່ຽນຄວາມຄິດເຫັນແບບກົງໄປກົງມາ ຈະຊ່ວຍໃຫ້ແກ້ໄຂບັນຫາທັນທີເວລາມີບັນຫາກະທັນຫັນ.
5. ເຫັນຄຸນຄ່າຂອງພະນັກງານ
ບາງເທື່ອ ການກະຕຸ້ນດ້ວຍປັດໃຈພາຍນອກເຊັ່ນ: ເພີ່ມເງິນເດືອນ, ເລື່ອນຕຳແໜ່ງ ຫຼືສະຫວັດດີການອື່ນໆ ກໍບໍ່ໄດ້ເຮັດໃຫ້ວຽກງານຂອງເຮົາດີຂຶ້ນສະເໝີໄປ ເຮົາຕ້ອງສະແດງໃຫ້ເຫັນວ່າການຕອບແທນຂອງເຮົານັ້ນມີຄ່າກວ່າເລື່ອງເງິນເດືອນ ເພາະບາງເທື່ອການຍ້ອງຍໍພະນັກງານຢ່າງຈິງໃຈ ໃນກໍລະນີເຮັດວຽກໃນມື້ພັກ ຫຼືເຮັດວຽກເກີນໜ້າທີ່ ກໍເຮັດໃຫ້ພວກເຂົາຮູ້ວ່າ ຕົນເອງມີຄວາມສຳຄັນ ແລະ ມີຄຸນຄ່າຕໍ່ອົງກອນ.
ພະນັກງານບໍ່ວ່າຈະໃໝ່ ຫຼືເຮັດວຽກມາດົນ ກໍມີຄວາມສາມາດ ແລະ ຄວາມຕັ້ງໃຈເຊັ່ນກັນ. ສະນັ້ນ, ການບໍລິຫານຊີ້ທິດແຍງທາງໃຫ້ພວກເຂົາເປັນສິ່ງສຳຄັນ ທີ່ຈະເຮັດໃຫ້ວຽກງານມີປະສິດທິພາບ ພ້ອມທັງເພື່ອພັດທະນາອົງກອນໃຫ້ດີຂຶ້ນ.
ຂໍ້ມູນ:https://blog.jobthai.com/hr