Breaking News

ແມ່ນແທ້ບໍ່? ການມີລາຍໄດ້ພຽງທາງດຽວ ຄືຄວາມສ່ຽງໜຶ່ງຂອງຊີວິດມະນຸດເງິນເດືອນ…

ແບ່ງປັນ

ທຸກຄົນອ່ານ Headline ແລ້ວຮູ້ສຶກແນວໃດ? ຄິດວ່າຖືກ ຫຼືຜິດ?

ສໍາລັບຜູ້ຂຽນແລ້ວຄິດວ່າ ຂໍ້ຄວາມທີ່ກ່າວໄວ້ນັ້ນເປັນຄວາມຈິງຫຼາຍໃນຍຸກສະໄໝນີ້ ເພາະວຽກປະຈໍາທີ່ຫຼາຍຄົນຄິດວ່າໝັ້ນຄົງ ຄວາມຈິງແລ້ວມີຄວາມສ່ຽງແຝງຢູ່ ເພາະຖ້າເຮົາມີລາຍໄດ້ທາງດຽວຈາກວຽກປະຈໍາ ຖ້າມີປັນຫາຈາກວຽກປະຈໍາຈົນຕ້ອງໄດ້ອອກຈາກວຽກ ຄ່າໃຊ້ຈ່າຍຕ່າງໆ ທີ່ເຮົາສ້າງໄວ້ ທັງຄ່າດາວເຮືອນ ດາວລົດ ຄ່າໃຊ້ຈ່າຍໃນເຮືອນ ເຮົາອາດຈະເຖິງຂັ້ນບໍ່ມີປັນຍາຈະຈ່າຍ ກໍຄືກັບການລົ້ມລະລາຍທາງການເງິນນັ້ນແຫຼະ!!!

เมื่อกำลังถูกเจ้านายกดดันให้ลาออก จะทำอย่างไรดี? - MoneyHub

ແລ້ວຈະມີວິທີແກ້ໄຂຕໍ່ກັບຄວາມສ່ຽງນີ້ແນວໃດ? ລອງມາເບິ່ງ 4 ຂໍ້ລຸ່ມນີ້ເບິ່ງ!!!

1. ຢ່າເພິ່ງພາລາຍໄດ້ຈາກວຽກປະຈໍາພຽງທາງດຽວ

ຄືທີ່ກ່າວມາຂ້າງເທິງໄວ້ເບື້ອງຕົ້ນວ່າ ການເພິ່ງພາລາຍໄດ້ທາງດຽວ ຈາກວຽກປະຈໍາຖືວ່າເປັນຄວາມສ່ຽງສູງ ເຮົາບໍ່ຄວນປະມາດດ້ວຍການຫາຍໃຈຈາກວຽກປະຈໍາພຽງຢ່າງດຽວ ສໍາລັບຄົນທີ່ຄິດແຜນສໍາຮອງໄວ້ ຄື ການເຮັດວຽກເສີມວຽກປະຈໍາໄປນໍາ ເຮັດໃຫ້ເຮົາມີລາຍໄດ້ຢ່າງຍນ້ອຍສອງທາງ ທັງຈາກວຽກປະຈໍາ ແລະ ວຽກເສີມ ຈະຊ່ວຍປົກປ້ອງເຮົາຈາກຄວາມສ່ຽງໄດ້ຫຼາຍຂຶ້ນ.

2. ຊອກຫາລາຍໄດ້ເສີມຈາກສິ່ງທີ່ມັກ

ແນ່ນອນທີ່ສຸດວ່າ ທຸກຄົນຍ່ອມມີສິ່ງທີ່ມັກ ທີ່ຢາກເຮັດ ຄົງມີໜ້ອຍຄົນທີ່ບໍ່ມີສິ່ງທີ່ມັກຫຍັງເລີຍ ສິ່ງທີ່ມັກອາດຈະໄດ້ແກ່ ວຽກຫຍິບກະເປົ໋າດ້ວຍມື ສາວໆ ບາງຄົນມັກພວກກະເປົ໋າທີ່ເຮັດດ້ວຍມືໜ້າຮັກໆ ແລະ ຕ້ອງເສຍເງິນໄປຊື້ກະເປົ໋າມາສະສົມໄວ້ຈົນເຕັມເຮືອນ ແບບນີ້ເຮົາສາມາດເຮັດເປັນອາຊີບເສີມໄດ້ເດີ້!! ດ້ວຍການນໍາໄປຂາຍທາງ Online ຫຼືພັດທະນາຕໍ່ໄປເປັນຊື້ມາຂາຍກໍໄດ້ ການເລີ່ມຈາກສິ່ງທີ່ເຮົາມັກຈະຊ່ວຍໃຫ້ເຮົາເຮັດມັນໄດ້ດົນໂດຍທີ່ບໍ່ໜ້າເບື່ອນັ້ນເອງ.

ขายของออนไลน์ให้ได้เงิน และเหมาะกับราศี - ลงประกาศขายบ้านฟรี

3. ເມື່ອເຮົາຊອກສິ່ງທີ່ເຮັດໄດ້ແລ້ວ ຕ້ອງພະຍາຍາມພັດທະນາຕໍ່ຍອດມັນ

ເມື່ອເຮົາຊອກຫາສິ່ງທີ່ມັກໄດ້ແລ້ວ ແລະ ເຮັດເປັນລາຍໄດ້ເສີມໄດ້ແລ້ວ ເຮົາຕ້ອງຮູ້ຈັກພັດທະນາຕໍ່ຍອດໄປໄດ້ເລື້ອຍໆ ໂດຍເລີ່ມຕົ້ນເຮົາອາດຈະເຮັດເປັນລາຍໄດ້ເສີມນ້ອຍໆ ແຕ່ເຮົາຕ້ອງຄິດຕໍ່ຍອດເພີ່ມຄຸນຄ່າໃຫ້ກັບວຽກຂອງເຮົາ ເປັນທໍາມະດາໃນຊ່ວງທໍາອິດຂອງການເຮັດອາຊີບເສີມຕ້ອງຕິດຂັດແດ່ ແລະ ເຮົາອາດຈະພົບກັບອຸປະສັກເຮັດໃຫ້ເຮົາທໍ້ຖອຍ ແຕ່ຖ້າເຮົາເຮັດດີໆ ວຽກເສີມອາດຈະສ້າງລາຍໄດ້ໃຫ້ເຮົາຫຼາຍກວ່າ ຫຼືທຽບເທົ່າກັບວຽກປະຈໍາກໍໄດ້…

4. ປັບທັດສະນະຄະຕິກັບວຽກປະຈໍາໃໝ່

ບາງຄົນມີທັດສະນະຄະຕິກັບວຽກປະຈໍາບໍ່ດີໂດຍບໍ່ຮູ້ຕົວ ແລະ ຍັງບໍ່ຮູ້ວ່າສິ່ງນີ້ຄືຕົວດຶງບໍ່ໃຫ້ເຮົາກ້າວໜ້າໄປໃສໄກ ເພາະບາງຄັ້ງຄົນເຮົາກໍຈໍາກັດຂອບເຂດໃຫ້ກັບຊີວິດຂອງເຮົາຢ່າງໜ້າເສຍດາຍ ແລະ ທີ່ສໍາຄັນເຮົາບໍ່ໄດ້ຮູສຶກເສຍດາຍເລີຍ ຄວາມເປັນຈິງແລ້ວ ເຮົາສາມາດເຮັດຫຍັງໄດ້ຫຼາຍກວ່າທີ່ເຮົາຄິດ ລອງກ້າວອອກມາສໍາພັດກັບປະສົບການໃໝ່ ເມື່ອເຮົາໄດ້ສໍາພັດກັບມັນຫຼາຍຄັ້ງ ມັນກໍຈະກາຍເປັນສ່ວນໜຶ່ງຂອງຊີວິດເຮົາ!!! ແລະ ຖ້າມັນສ້າງເງິນໃຫ້ເຮົາໄດ້ ມັນກໍຈະເປັນເລື່ອງດີ ແມ່ນບໍ່ລະ?

8 อาชีพเด่น งานไหนสามารถทำที่บ้านได้ในปี 2020| DDproperty.com

ສາວໆ ລອງປັບໄປໃຊ້ກັນເບິ່ງເດີ້ ສໍາລັບຂໍ້ຄິດທັງສີ່ຂໍ້ ແລ້ວຈະຮູ້ວ່າ ການຊອກລາຍໄດ້ເສີມຈາກສິ່ງທີ່ມັກ ບວກກັບວຽກປະຈໍາມັນມ່ວນສໍ່າໃດ?

ຮຽບຮຽງໂດຍ: Kuanjai Magazine

ແບ່ງປັນ