Breaking News

ກະແສທີ່ມາແຮງໃນຕອນນີ້ ກໍລະນີຜູ້ຕິດເຊື້ອພະຍາດໂຄວິດ-19 ອອກມາຂໍໂທດຕໍ່ສັງຄົມ

ແບ່ງປັນ

ກໍລັງເປັນກະແສທີ່ມາແຮງນະຕອນນີ້!!! ກໍລະນີຜູ້ຕິດເຊື້ອ 59 ສາວ ຕຶນ່າ ກໍໄດ້ອອກມາຊີ້ແຈງ ແລະ ຂໍໂທດຕໍ່ສັງຄົມກັບເລື່ອງທີ່ເກີດຂຶ້ນ ໂດຍໂພສຜ່ານເຟສບຸກສ່ວນໂຕວ່າ:

ກ່ອນອື່ນໝົດຕິນ່າຕ້ອງຂໍໂທດມາຍັງພໍ່ແມ່ອ້າຍເອື້ອຍນ້ອງປະຊາຊົນທຸກຄົນທີ່ໄດ້ເຮັດໃຫ້ສັງຄົມເກີດຄວາມວຸ້ນວາຍ ແລະ ມີຜົນກະທົບຫລາຍໆຢ່າງແບບນີ້…. ແລະ ຕິນ່າເອງກໍ່ຢາກຂໍຂອບໃຈສຳລັບຫລາຍໆຄົນທີ່ໄດ້ໃຫ້ຄຳແນະນຳ ແລະ ການແກ້ໄຂເພື່ອເປັນທາງອອກໃຫ້ເລື່ອງດັ່ງກ່າວທີ່ເກີດຂື້ນ….

ສະນັ້ນໃນຕອນນີ້ແມ່ນຕິນ່າເອງໄດ້ແຈ້ງທາງໜ່ວຍສະເພາະກິດກ່ຽວກັບສະຖານທີ່ໆເອື້ອຍຮັກອາໄສຢູ່ ແລະ ສະຖານທີ່ປັດຈຸບັນເປັນທີ່ຮຽບຮ້ອຍແລ້ວ…..ຂໍ້ມູນກ່ຽວກັບນາງພາວະດີ ວິພາກອນ ບ້ານນາເຫລັກ ເມືອງສາລະວັນ ແຂວງສາລະວັນ ເຊິ່ງລາວໄດ້ໄປຫລີ້ນຢູ່ສະຫວັນນະເຂດ ແລະ ພົບເຈີະກັບຄົນໄທເຊິ່ງປັດຈຸບັນໄດ້ປິ່ນປົວຕົວເອງທີ່ໂຮງຫມໍຫນອງຄາຍ ປະເທດໄທ1. ບໍ່ໄດ້ຮູ້ຈັກກັບຄົນໄທເປັນການສ່ວນຕົວ2. ຖືກຕົວະວ່າເຂົາມາຢູ່ລາວດົນແລ້ວ3. ພາຍໃນເດືອນ04/2021ເປັນຕົ້ນມາຕິນ່າຢູ່ແຕ່ວຽງຈັນບໍ່ໄດ້ອອກໄປສະຫວັນນະເຂດ ຫລື ແຂວງອື່ນໆ4. ຄົນທີ່ຕິດເຊື້ອບາງຄົນແມ່ນຕິດພ້ອມກັນກັບຕິນ່າເພາະຫລີ້ນຢູ່ກຸ່ມດຽວກັນກັບຄົນໄທ5. ບໍ່ແມ່ນເຈົ້າຂອງຮ້ານອາຫານຟັນນີ້896. ວັນທີ08/04/21 ບໍ່ໄດ້ໄປຮ້ານຟັນນີ້897. ຄົນໃນຄິບເຕັ້ນຢູ່ຄາລາໂອກະບໍ່ແມ່ນຂ້າພະເຈົ້າ8. ຮູບໃນກ້ອງວົງຈອນປິດກອດກັບຜູ້ຊາຍບໍ່ແມ່ນຂ້າພະເຈົ້າ9. ຄົນໃນຄິບທີ່ມີຄິບຫລຸດບໍ່ແມ່ນຂ້າພະເຈົ້າສະຖານທີ່ດັ່ງກ່າວແມ່ນຂ້າພະເຈົ້າໄດ້ແຈ້ງໃຫ້ຄະນະສະເພາະກິດຮັບຮູ້ກ່ອນແລ້ວຈຶ່ງມາໂພສລົງ ສະນັ້ນຕິນ່າເອງກໍ່ຂໍໂທດ ແລະ ຂໍອະໄພມາຍັງພໍ່ແມ່ປະຊາຊົນທຸກໆຄົນທີ່ເຮັດໃຫ້ເກີດເຫດການແບບນີ້ເກີດຂື້ນ…🙏🏻🙏🏻🙏🏻🙏🏻😔😔

ແບ່ງປັນ