Breaking News

ແຈ້ງທາມລາຍຂອງຜູ້ທີ່ຕິດເຊື້ອພະຍາດໂຄວິດ-19 ກໍລະນີ 89-94

ແບ່ງປັນ

ຕາມການລາຍງານ ຂອງສູນຂ່າວສານການແພດສຸຂະສຶກສາ ໃນວັນທີ 21 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 758 ຄົນ, ຜົນກວດວິເຄາະທັງໝົດ ແມ່ນພົບຜູ້ຕິດເຊື້ອໃໝ່ 06 ຄົນ, ລາຍລະອຽດ ດັ່ງຕໍ່ໄປນີ້:

  1. ກໍລະນີຢັ້ງຢືນທີ 89:
  • ເພດຍິງ, ອາຍຸ 24 ປີ, ສັນຊາດ: ລາວ, ອາຊີບ: ເຮັດວຽກຢູ່ຮ້ານອາຫານ ຢູ່ເຂດ
    ປະທຸມທານີ, ປະເທດໄທ
  • ທີ່ຢູ່ປະຈຸບັນ: ເມືອງອຸທຸມພອນ, ແຂວງສະຫວັນນະເຂດ
  • ກ່ອນໜ້າເດີນທາງ ມາ ສປປ ລາວ ແມ່ນບໍ່ໄດ້ກວດຊອກຫາເຊື້ອພະຍາດໂຄວິດ-19
    ປະຫວັດການເຄື່ອນໄຫວ
  • ວັນທີ 19​ ເມສາ 2021​
  • ອອກຈາກສະຖານີລົດໂດຍສານໝໍຊິດ ເວລາ 19:00 ໂມງ, ມີຜູ້ໂດຍສານຮ່ວມກັນທັງໝົດ 30 ຄົນ.
  • ວັນທີ 20 ເມສາ 2021
  • ເດີນທາງມາຮອດ ແຂວງມຸກດາຫານ ເວລາ 4:00 ໂມງເຊົ້າ
  • ເວລາ 13:20 ໂມງ ມາຮອດຂົວມິດຕະພາບແຫ່ງທີ 2 ໄດ້ແຈ້ງເອກະສານເຂົ້າ ສປປ ລາວ. ຫຼັງຈາກນັ້ນຂື້ນລົດໄປສູນຈຳກັດບໍລິເວນ ທີ່ຄະນະສະເພາະກິດກຳນົດໄວ້ (ນັ່ງລົດມານຳກັນ 8 ຄົນ).
  • ຜູ້ກ່ຽວແມ່ນບໍ່ມີອາການຫຍັງ
  • ຖືກເກັບຕົວຢ່າງມາກວດຫາເຊື້ອພະຍາດໂຄວິດ-19
  • ວັນທີ 21​ ເມສາ 2021
  • ຜົນກວດວິເຄາະພົບເຊື້ອ COVID-19
  • ປະຈຸບັນ ຜູ້ກ່ຽວເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍແຂວງສະຫວັນນະເຂດ.
  • ສຳລັບກຸ່ມສໍາຜັດໃກ້ຊິດໃນເບື້ອງຕົ້ນ ມີ 28 ຄົນ,​ ພວກເຮົາໄດ້ເກັບຕົວຢ່າງມາກວດວິເຄາະ, ປະຈຸບັນ ຜົນກວດ 25 ຄົນ ແມ່ນບໍ່ພົບເຊື້ອ, ທີ່ເຫຼືອຍັງລໍຖ້າຜົນກວດ. ພ້ອມດຽວກັນນັ້ນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.

2. ກໍລະນີຢັ້ງຢຶນທີ 90:

  • ເພດຊາຍ ,ອາຍຸ: 31 ປີ , ສັນຊາດ: ລາວ , ອາຊີບ: ພະນັກງານ
  • ທີ່ຢູ່ປະຈຸບັນ: ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ
    ປະຫວັດການເຄື່ອນໄຫວ
  • ວັນທີ 13 ເມສາ 2021
    ມີໝູ່ ຂີ່ຍົນຈາກສະໜາມບິນວັດໄຕ ໄປລົງຢູ່ສະໜາມບິນຫລວງນໍ້າທາ (ສາຍການບິນລາວ), ຫຼັງຈາກນັ້ນ ໄດ້ຂື້ນລົດຕູ້ໄປແຂວງບໍ່ແກ້ວ
  • ວັນທີ 15 ເມສາ 2021
    ໄດ້ພາໝູ່ ໄປຫລີ້ນເຮືອນໝູ່ ຢູ່ບ້ານຫ້ວຍມອນ ແລະ ຕອນແລງ ໄປຫລີ້ນທີ່ດອນບ້ານດ່ານຖີ່ນ
  • ວັນທີ 18 ເມສາ 2021
    ພາໝູ່ ໄປສູ່ຂວັນ ຢູ່ເຮືອນບ້ານວຽງໃໝ່ ເລີ້ມມີອາການປວດຕົນໂຕ ແລະ ຕອນຄໍ່າໄດ້ໄປຮ້ານນວດ ຢູ່ປ່າອ້ອຍ
  • ວັນທີ 19 ເມສາ 2021
    ໄປກິນເຂົ້າຢູ່ຮ້ານອາຫານໂປະແຕກ, ຕອນແລງ ໄປວຽກຢູ່ເມືອງຕົ້ນເຜີ້ງ ແລະ ໄປກິນສະເຕັກ ຢູ່ທີ່ຮ້ານກາງເມືອງ (ບໍ່ຈື່ຊື່ຮ້ານ)
  • ວັນທີ 20 ເມສາ 2021
  • ໄປກິນເຂົ້າຢູ່ຮ້ານອາຫານຈີນ, ບ້ານຫ້ວຍຊາຍໃຕ້
  • ຕອນແລງ ໄປກິນຊີ້ນດາດ ແລະ ຮູ້ສຶກປວດກ້າມຊີ້ນຫລາຍຂື້ນ, ໜາວ ແລະ ໄອ
    • ວັນທີ 21 ເມສາ 2021
  • ອາການດີຂື້ນ
  • ໄດ້ໄປເກັບຕົວຢ່າງ ຢູ່ຂົວມິດຕະພາບ ແຫ່ງທີ 4
  • ໄປອອກກໍາລັງກາຍ ຢູ່ທີ່ເດີ່ນກິລາບ້ານມົກກະຈອກ
  • ວັນທີ 22 ເມສາ 2021
  • ຜົນກວດວິເຄາະພົບເຊື້ອ COVID-19
  • ປະຈຸບັນ ຜູ້ກ່ຽວເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍແຂວງບໍ່ແກ້ວ.
    • ສຳລັບກຸ່ມສໍາຜັດໃກ້ຊິດໃນເບື້ອງຕົ້ນ ມີ 03 ຄົນ,​ ພວກເຮົາໄດ້ເກັບຕົວຢ່າງມາກວດວິເຄາະ, ປະຈຸບັນ ຍັງລໍຖ້າຜົນກວດ. ພ້ອມດຽວກັນນັ້ນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.

3. ກໍລະນີຢັ້ງຢຶນທີ 91:

  • ເພດຊາຍ, ອາຍຸ: 28 ປີ , ສັນຊາດ: ລາວ
  • ທີ່ຢູ່ປະຈຸບັນ: ບ້ານສະພານທອງເໜືອ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ
  • ເປັນກໍລະນີສຳຜັດ ກັບກໍລະນີທີ 85
  • ວັນທີ 19 ເມສາ 2021
    ເວລາ 18:30 – 21:00 ໂມງແລງ ໄປຕີດອກປີກໄກ່ ຢູ່ເດີ່ນກີລາລ້ານຊ້າງ ແລະ ກິນອາຫານຮ່ວມກັບໝູ່ 10 ຄົນ, ໃນນັ້ນມີກໍລະນີທີ 85 ຮ່ວມຢູ່ນໍາ
  • ວັນທີ 20 ເມສາ 2021
    ເວລາ 10:00 ໂມງ ໄດ້ໄປຮ້ານເຝີກັບໝູ່ 1 ຄົນ ຢູ່ຮ້ານກົກຕ້ອງ, ບ້ານສະພັງໝໍ້
  • ວັນທີ 21 ເມສາ 2021
    ເວລາ 14:00 ໂມງ ຮູ້ວ່າ ກໍລະນີ 85 ກວດພົບເຊື້ອ COVID-19 ແລະ ໄດ້ໂທຫາໝູ່ທີ່ໄດ້ໄປກີນຊຸມແຊວນໍາກັນ ໃນວັທີ 21/4/2021 ໄປກວດນໍາທີມງານແພດ ຢູ່ເດີ່ນກິລາໃນຮົ່ມບຶງຂະຫຍອງ
  • ວັນທີ 22 ເມສາ 2021
  • ຜົນກວດວິເຄາະພົບເຊື້ອ COVID-19
  • ປະຈຸບັນ ຜູ້ກ່ຽວເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍມິດຕະພາບ.
  • ສຳລັບກຸ່ມສໍາຜັດໃກ້ຊິດໃນເບື້ອງຕົ້ນ ມີ 14 ຄົນ,​ ພວກເຮົາໄດ້ເກັບຕົວຢ່າງມາກວດວິເຄາະ, ປະຈຸບັນ ຍັງລໍຖ້າຜົນກວດ. ພ້ອມດຽວກັນນັ້ນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.

4. ກໍລະນີຢັ້ງຢຶນທີ 92:

  • ເພດຍິງ ,ອາຍຸ: 22 ປີ , ສັນຊາດ: ລາວ, ອາຊີບ: ຂາຍເຄື່ອງອອນລາຍ
  • ທີ່ຢູ່ປະຈຸບັນ: ບ້ານໜອງໄຮ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ
  • ກໍລະນີສຳຜັດ ກັບກໍລະນີທີ 59​
    ປະຫວັດການເຄື່ອນໄຫວ
  • ວັນທີ 15 ເມສາ 2021
  • ໝູ່ຂອງລາວໄດ້ໄປກິນລ້ຽງປີໃໝ່ ກັບກໍລະນີ 59 ຢູ່ບ້ານໂພນທັນ
    • ວັນທີ 16 ເມສາ 2021
  • ໄປຫ້ອງພັກຂອງ ໝູ່ 2 ຄົນ ທີ່ເປັນນ້ອງຮັກຂອງກໍລະນີ 59 ຢູ່ຫ້ອງແຖວຢູ່ບ້ານວຽງຈະເລີນ, ມີທັງໝົດ 3 ຄົນ
    • ວັນທີ 17 ເມສາ 2021
  • ໄປກິນເຂົ້າກິນບ້ານອ້າຍໝູ່ (ໝູ່ຂອງກໍລະນີທີ 59) ຢູ່ທ່າເດື່ອ, ກິນນໍາກັນ 4 ຄົນ
    • ວັນທີ 19 ເມສາ 2021
  • ໄປບ້ານເກີນກັບໝູ່ ໂດຍຂີ່ລົດສ່ວນຕົວ ແລ້ວກິນເຂົ້າຢູ່ບ້ານພີ່ນ້ອງ
  • ຂາກັບແວ່ກິນເຂົ້າຢູ້ຮ້ານອາຫານແຖວຫາດກ້ຽງ (ບໍ່ຈື່ຊື່ຮ້ານ)
    • ວັນທີ 20 ເມສາ 2021
  • ເລີ່ມມີອາການເຈັບຫົວ
  • ໄດ້ເຂົ້າມາກວດຢູ່ຈຸດເກັບຕົວຢ່າງ ຢູ່ບຶງຂະຫຍອງ
    • ວັນທີ 21 ເມສາ 2021
  • ຜົນກວດວິເຄາະ ພົບເຊື້ອ COVID-19
  • ປະຈຸບັນ ຜູ້ກ່ຽວເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍມິດຕະພາບ.
  • ສຳລັບກຸ່ມສໍາຜັດໃກ້ຊິດໃນເບື້ອງຕົ້ນ ມີ 06 ຄົນ,​ ພວກເຮົາໄດ້ເກັບຕົວຢ່າງມາກວດວິເຄາະ, ປະຈຸບັນ ຍັງລໍຖ້າຜົນກວດ. ພ້ອມດຽວກັນນັ້ນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.

5. ກໍລະນີຢັ້ງຢຶນທີ 93:

  • ເພດຊາຍ, ອາຍຸ: 25 ປີ , ສັນຊາດ:​ ລາວ, ອາຊີບ: ປະຊາຊົນ
  • ທີ່ຢູ່ປະຈຸບັນ: ບ້ານບຶງຂະຫຍອງ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ
  • ກໍລະນີສຳຜັດກັບກໍລະນີທີ 58
    ປະຫວັດການເຄື່ອນໄຫວ
  • ວັນທີ 13 ເມສາ 2021
  • ຜູ້ກ່ຽວ ແລະ ແຟນ ແມ່ນໄດ້ແຍກກັນໄປຫຼີ້ນ
  • ຜູ້ກ່ຽວໄປເມືອງວັງວຽງ, ແຂວງວຽງຈັນ
  • ສ່ວນແຟນຜູ້ກ່ຽວແມ່ນໄດ້ກັບບ້ານຫາດດອນຄູນ, ເມືອງບໍລິຄັນ, ແຂວງບໍລິຄຳໄຊ.
    • ວັນທີ 13-16 ເມສາ 2021
  • ຜູ້ກ່ຽວຢູ່ເມືອງວັງວຽງ (ລົດຕູ້ໂດຍສານ) ປະມານ 15 ຄົນ, ຊ່ວງທີ່ຫຼີ້ນຢູ່ເມືອງວັງວຽງ ໄດ້ໄປເຮືອນໝູ່ ຢູ່ບ້ານເມືອງສອງ 6-7 ຄົນ, ເລາະຫຼີ້ນນໍ້າຊ່ອງ ກັບໝູ່ ແລະ ຄອບຄົວ
  • ວັນທີ 17 ເມສາ 2021
  • ຜູ້ກ່ຽວໄດ້ກັບມານະຄອນຫຼວງວຽງຈັນ (ຂີ່ລົດນ້າສາວ ລົງຄີວເມສາຍເໜືອຕໍ່ລົດຕະຫຼາດເຊົ້າຫາບ້ານຂອງຕົນ)
  • ວັນທີ 17-20 ເມສາ 2021
  • ເວລາ 7:00 ໂມງເຊົ້າ ແຟນຜູ້ກ່ຽວເດີນທາງກັບມາແຕ່ ແຂວງບໍລິຄໍາໄຊ (ຂີ່ລົດເມໃຫ່ຍ ປະມານ 20-30 ຄົນ) ເມືອງເກົ່າ-ວຽງຈັນ.
  • ເວລາ 11:00-19:00 ໂມງ ໄດ້ອອກໄປວຽກ ຢູ່ໄອເຕັກ ຟິດເນັດເວີ (ມີຄົນໃຊ້ບໍລີການປະມານ 15 ຄົນ)
  • ເວລາ 19:30 ໂມງ ໄປຫ້ອງແຖວແຟນ ທີ່ກັບມາແຕ່ແຂວງບໍລິຄຳໄຊ ເຊົ່າຫ້ອງແຖວຢູ່ບ້ານທາດຫຼວງໃຕ້, ເມືອງໄຊເສດຖາ ແລະ ໄດ້ລົມໝູ່ ແລະ ກິນຕໍາ ໃນບໍລິເວນຫ້ອງແຖວປະມານ 08 ຄົນ
    • ວັນທີ 21 ເມສາ 2021
    ຮູ້ສືກເຈັບຄໍ, ເຈັບຫົວ ແລະ ເຈັບທ້ອງ (ແຟນໄດ້ແວ່ຮ້ານຂາຍຢາຢູ່ທາດຫຼວງ). ຜູ້ກ່ຽວ ແລະ ແຟນໄດ້ໄປເກັບຕົວຢ່າງຢູ່ຈຸດເດີນກິລາໃນຮົ່ມບຶງຂະຍອງ (ທີມງານໄດ້ເກັບແຕ່ຜູ້ກ່ຽວ ສ່ວນແຟນແມ່ນບໍ່ໄດ້ເກັບຕົວຢ່າງ)
    • ວັນທີ 22 ເມສາ 2021
  • ຜົນກວດອອກມາພົບເຊື້ອ COVID-19
  • ປະຈຸບັນ ຜູ້ກ່ຽວເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍມິດຕະພາບ.
    • ສຳລັບກຸ່ມສໍາຜັດໃກ້ຊິດໃນເບື້ອງຕົ້ນ ມີ 14 ຄົນ,​ ພວກເຮົາໄດ້ເກັບຕົວຢ່າງມາກວດວິເຄາະ, ປະຈຸບັນ ຍັງລໍຖ້າຜົນກວດ. ພ້ອມດຽວກັນນັ້ນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.

6. ກໍລະນີຢັ້ງຢຶນທີ 94:

  • ເພດຊາຍ, ອາຍຸ: 18 ປີ, ສັນຊາດ: ລາວ, ອາຊີບ: ຫວ່າງງານ
  • ທີ່ຢູ່ປະຈຸບັນ: ບ້ານທາດຫຼວງ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ
    ປະຫວັດການເຄື່ອນໄຫວ
  • ວັນທີ 6-7 ເມສາ 2021
  • ໄປກີນອາຫານຢູ່ບ້ານພີ່ນ້ອງ ບ້ານສີສະຫວາດ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ໄປນຳກັນທັງໝົດ 03 ຄົນ
  • ວັນທີ 13 ເມສາ 2021
  • ເວລາ 12:00 ໂມງ ໄປງານລ້ຽງວັນເກີດໝູ່ ທີ່ຈັດຢູ່ຮ້ານຄາຣາໂອເກະ Diamond, ຂີ່ລົດນຳກັນທັງໝົດ 05 ຄົນ ແລະ ໄດ້ກິນຢູ່ຮ້ານດັ່ງກ່າວນໍາກັນປະມານ 14 ຄົນ
  • ວັນທີ 14 ເມສາ 2021
  • ຂີ່ລົດຈັກໄປນຳກັນທັງໝົດ 02 ຄົນ ໄປເຮືອນໝູ່ຢູ່ບ້ານໜອງບົວທອງ, ເມືອງສີໂຄດຕະບອງ ແລະ ກິນຊຸມນຳກັນປະມານທັງໝົດ 15 ຄົນ
  • ວັນທີ 16 ເມສາ 2021
  • ໄປເຮືອນພີ່ນ້ອງຢູ່ບ້ານສີສະຫວາດ
  • ວັນທີ 19 ເມສາ 2021
  • ເວລາ 20:30 ໂມງ ໄປຮ້ານຄາຣາໂອເກະ 8118 ໄປນຳໝູ່ທັງໝົດ 6 ຄົນ ຂີ່ລົດໃຫ່ຍນຳກັນ ແລະ ໄດ້ກິນຊຸມຢູ່ຮ້ານດັ່ງກ່າວ ໃນຫ້ອງທັງໝົດປະມານ 20 ຄົນ
  • ວັນທີ 21 ເດືອນເມສາ 2021
  • ໄດ້ໄປກວດຕົວຢ່າງຢູ່ເດີ່ນກິລາໃນຮົ່ມບືງຂະຫຍອງ
  • ວັນທີ 22 ເດືອນເມສາ 2021
  • ຜົນກວດອອກມາພົບເຊື້ອ COVID-19
  • ປະຈຸບັນ ຜູ້ກ່ຽວເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍມິດຕະພາບ.
  • ສຳລັບກຸ່ມສໍາຜັດໃກ້ຊິດໃນເບື້ອງຕົ້ນ ມີ 60 ຄົນ,​ ພວກເຮົາໄດ້ເກັບຕົວຢ່າງມາກວດວິເຄາະ, ປະຈຸບັນ ຍັງລໍຖ້າຜົນກວດ. ພ້ອມດຽວກັນນັ້ນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.

❖ ສັງລວມການເກັບຕົວຢ່າງກວດວິເຄາະ ນັບແຕ່ເດືອນມັງກອນ 2020 ຮອດປະຈຸບັນ ມີທັງໝົດ 150,159 ຕົວຢ່າງ, ໃນນັ້ນ ກວດພົບເຊື້ອສະສົມ 94 ຄົນ

ການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ ​
• ປະຈຸບັນ, ຄົນເຈັບຕິດເຊື້ອໂຄວິດ-19 ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ແຂວງກຳນົດໄວ້ ຈຳນວນ 45 ຄົນ (ໃໝ່ 06),​ ໃນນັ້ນ:

  • ຢູ່ນະຄອນຫຼວງວຽງຈັນ 35 ຄົນ (ໃໝ່ 4)
  • ແຂວງຈຳປາສັກ 3 ຄົນ
  • ແຂວງສາລະວັນ 1​ ຄົນ
  • ແຂວງສະຫວັນນະເຂດ 3 ຄົນ (ໃໝ່ 1)
  • ແຂວງຄຳມ່ວນ 1 ຄົນ
  • ແຂວງບໍລິຄຳໄຊ 1 ຄົນ (ສູນປິ່ນປົວຫຼັກ 6)
  • ແຂວງບໍ່ແກ້ວ 1 ຄົນ (ໃໝ່ 1)
  • ທຸກຄົນ ແມ່ນມີສຸຂະພາບຮ່າງກາຍ ຈິດໃຈສົມບຸນ ແລະ ແຂງແຮງດີ.

ແບ່ງປັນ