Breaking News

Httpool ສະເຫຼີມສະຫຼອງຄວາມສຳເລັດສຳລັບການດຳເນີນທຸລະກິດໃນລາວຄົບຮອບ 1 ປີ.

ແບ່ງປັນ

Httpool Laos (ເອຈ໌ທີທີພູລ ລາວ) ແມ່ນບໍລິສັດໃນເຄືອຂອງ Aleph Holding (ອາເລັບ ໂຮນດີ້ງ), ຄູ່ຮ່ວມມືລະດັບໂລກທີ່ໃຫຍ່ທີ່ສຸດຂອງບັນດາແພຼັດຟອມຫຼັກດ້ານສື່, ເຊິ່ງໄດ້ສະເຫຼີມສະຫຼອງຄົບຮອບໜຶ່ງປີໃນເດືອນພຶດສະພານີ້. ການສ້າງຕັ້ງຫ້ອງການທ່າມກາງການແຜ່ລະບາດຂອງພະຍາດແຕ່ຍັງໄດ້ສຳເລັດ Facebook Advertising Campaign (ແຄັມເປນໂຄສະນາທາງເຟສບຸກ) ຫຼາຍກວ່າ 8.600 ແຄັມເປນ ຖືເປັນການລິເລີ່ມທີ່ໜ້າຕື່ນເຕັ້ນແລະທ້າທາຍຂອງບໍລິສັດ. ປັດຈຸບັນ Httpool ກຳລັງເຮັດໜ້າທີ່ເປັນຄູ່ຮ່ວມຄ້າດ້ານການຂາຍຢ່າງເປັນທາງການຂອງເຟສບຸກ (Facebook Authorized Sales Partner), ເພື່ອຊ່ວຍເຫຼືອບັນດາບໍລິສັດແລະແບຣນຕ່າງໆໃນການເຮັດໂຄສະນາຂອງພວກເຂົາຜ່ານແພຼັດຟອມຍັກໃຫຍ່ລະດັບໂລກດັ່ງກ່າວ.

ໃນຖານະທີ່ເປັນແພຼັດຟອມດີຈີຕ້ອນທີ່ສຳຄັນທີ່ສຸດໃນປະເທດລາວ, ເຟສບຸກໄດ້ຖືກນຳໃຊ້ປະມານ 3,4 ລ້ານຄົນ (ແຫຼ່ງຂໍ້ມູນ: https://datareportal.com/reports/digital-2021-laos?rq=laos) ເຊິ່ງເປັນຊ່ອງທາງທີ່ດີທີ່ສຸດໃຫ້ກັບທຸລະກິດພາຍໃນປະເທດສຳລັບການເຂົ້າເຖິງບັນດາຜູ້ບໍລິໂພກ, ນໍາສະເໜີແບ່ງປັນຂໍ້ສະເໜີຕ່າງໆ, ແຈ້ງໃຫ້ລູກຄ້າຊາບກ່ຽວກັບຜະລິດຕະພັນໃໝ່ແລະຍົກສູງໃຫ້ແບຣນເປັນທີ່ຮູ້ຈັກຫຼາຍຂຶ້ນ.

ການຊ່ວຍເຫຼືອຄວາມຊ່ຽວຊານແລະ ການສຶກສາ

ທີມງານຜູ້ຊ່ຽວຊານດ້ານແພຼັດຟອມເຟສບຸກຂອງ Httpool ໄດ້ສະໜອງຜົນປະໂຫຍດຂໍ້ໄດ້ປຽບດ້ານການເພີ່ມຄຸນຄ່າເຊັ່ນ: ການໃຫ້ຄໍາປຶກສາດ້ານການສ້າງແຄັມເປນໂຄສະນາ, ການແກ້ໄຂບັນຫາ, ແນວຄວາມຄິດສ້າງສັນ (Creative), ແລະ ການປະເມີນຜົນທີ່ໄດ້ຮັບ (Measurement) ພ້ອມທັງຈັດສໍາມະນາດ້ານການສຶກສາທາງອອນລາຍ, ທັງໝົດທີ່ກ່າວມາແມ່ນບໍ່ມີຄ່າໃຊ້ຈ່າຍ (Free of Charge) ເພື່ອໃຫ້ລຸກຄ້າທຸກຄົນມີຄວາມເຂົ້າໃຈຫຼາຍທີ່ສຸດໃນນໍາໃຊ້ເຟສບຸກສຳລັບການເຮັດໂຄສະນາໃຫ້ມີປະສິດທິພາບສູງສຸດ.

“ການເພີ່ມຂຶ້ນຂອງວຽກງານດ້ານດິຈິຕ້ອນ ແລະ ການພັດທະນາດ້ານຜູ້ບໍລິໂພກຢູ່ໃນປະເທດລາວແມ່ນເປັນໂອກາດທີ່ດີສຳລັບແບຣນຕ່າງໆທີ່ຈະເຕີບໃຫຍ່, ໂດຍສະເພາະຜ່ານຂະແໜງດິຈິຕ້ອນ. ການເປັນຕົວແທນຕາງໜ້າໃຫ້ແພຼັດຟອມທີ່ສໍາຄັນຄືເຟສບຸກແມ່ນໂອກາດທີ່ດີແລະກໍເປັນຄວາມຮັບຜິດຊອບທີ່ທ້າທາຍຂອງບໍລິສັດເຊັ່ນດ່ຽວກັນ,” ກ່າວໂດຍທ່ານ ຊູເຮວ ພິສະຕາວາາ (Shuhel Pistawala), ຫົວໜ້າຝ່າຍເຟສບຸກໃນຂົງເຂດອິນໂດຈີນຂອງ Httpool.

“ຖືວ່າເປັນປີທຳອິດທີ່ສຸດຍອດຫຼາຍ ແລະ ພວກເຮົາໄດ້ຮັບການຮ່ວມມືທີ່ດີເລີດຈາກບັນດາບໍລິສັດແລະບັນດາລູກຄ້າ, ພ້ອມທັງໄດ້ຮຽນຮູ້ແລກປ່ຽນກັນແລະກັນຫຼາຍຢ່າງໃນແຕ່ລະມື້ເພື່ອນໍາມາໃຊ້ປັບປຸງຜົນງານການເຮັດວຽກຂອງພວກເຮົາໃຫ້ດີຂຶ້ນຢູ່ເລື້ອຍໆ, ແລະກໍ່ຍັງຄົງສືບຕໍ່ພັດທະນາປັບປຸງເຊັ່ນນັ້ນຢ່າງຕໍ່ເນື່ອງ. ພວກເຮົາມີຄວາມຕື່ນເຕັ້ນທີ່ສຸດທີ່ຈະໄດ້ສຶບຕໍ່ນຳເອົາວິທີການເຮັດໂຄສະນາທາງເຟສບຸກມາສູ່ປະເທດລາວ ພ້ອມທັງມີຄວາມປິຕິຍິນດີຢ່າງຍິ່ງທີ່ຈະສະເໜີແບ່ງປັນ ແລະ ໃຫ້ຄໍາປຶກສາແກ່ບັນດາບໍລິສັດແລະບັນດາລູກຄ້າເພື່ອໃຫ້ສາມາດສ້າງການເຂົ້າເຖິງຂອງໂຄສະນາເຫຼົ່ານັ້ນໄດ້ດີຂຶ້ນໃນແຕ່ລະມື້. ຄວາມມຸ່ງໝັ້ນຂອງພວກເຮົາຕໍ່ການນຳເອົາຄວາມຮູ້ດ້ານດີຈີຕ້ອນມາສູ່ປະເທດລາວແມ່ນຈະຖືກສືບຕໍ່ຂະຫຍາຍຕົວໃນປີນີ້ຢ່າງແນ່ນອນ,” ກ່າວໂດຍ ທ່ານ ວັນນະເລດພິມພະຈັນ (ຕົ້ງ), ຜູ້ບໍລິຫານການຮ່ວມມືກັບລູກຄ້າ – Httpool Laos.

ທີມງານຂອງ Httpool ໃນ ສປປ ລາວ ປັດຈຸບັນໄດ້ໃຫ້ບໍລິການຫຼາຍກວ່າ 90 ແບຣນໃນອຸດສາຫະກຳຕ່າງໆບໍ່ວ່າຈະເປັນໃນດ້ານສື່, ສິນຄ້າອຸປະໂພກ-ບໍລິໂພກ, ສຸຂະພາບ, ຄວາມບັນເທີງ, ດ້ານການເງິນ, e-commerce, ການສຶກສາ ແລະ ອື່ນໆ. ສປປ ລາວ ແມ່ນມີທີມງານຜູ້ຊ່ຽວຊານສະເພາະດ້ານດິຈິຕ້ອນຫຼາຍກວ່າ 25 ທ່ານທັງໃນປະເທດ ແລະ ໃນລະດັບພາກພື້ນຈາກປະເທດອິນເດຍ, ມຽນມາ, ແລະ ກຳປູເຈຍ.

“Httpool ປຽບສະເໝືອນຫ້ອງການ Facebook ໃນປະເທດລາວ. ທີມງານຂອງ Httpool ເປັນຄູ່ຮ່ວມທຸລະກິດທີ່ໃຫ້ການຕອບສະໜອງທີ່ດີ ແລະ ອຸທິດຕົນຕໍ່ບັນດາບໍລິສັດດິຈິຕ້ອນໃນປະເທດ,” ກ່າວໂດຍ ທ່ານ ໂດນາວັນ ໄຊຣອນຜູ້ຈັດການທົ່ວໄປບໍລິສັດ ດິຈິຕ້ອນ ມັງກີ້ (Digital Monkey Agency).

“Httpool ແມ່ນຜູ້ໃຫ້ຄໍາແນະນໍາທໍາອິດທີ່ພວກເຮົາຈະໄປປຶກສາສະເໝີໃນເວລາພົບບັນຫາໃດໆກໍ່ຕາມທີ່ພວກເຮົາບໍ່ສາມາດຊອກຫາວິທີແກ້ໄຂໃຫ້ກັບລູກຄ້າຂອງພວກເຮົາໄດ້ ແລະ ພວກເຮົາກໍ່ມີຄວາມດີໃຈທີ່ຊ່ວງໄລຍະປີທີ່ຜ່ານມາແມ່ນບໍ່ພົບບັນຫາໃຫຍ່ໂຕໃດເລີຍທີ່ທັງສອງທີມພວກເຮົາຈະຫາທາງອອກບໍ່ໄດ້ ຖືວ່າເປັນການເຮັດວຽກທີ່ໜ້າພໍໃຈສໍາລັບພວກເຮົາຫຼາຍ ແລະ ພວກເຮົາຫວັງຢ່າງຍິ່ງວ່າຈະໄດ້ຮຽນຮູ້ເພີ່ມຕື່ມຈາກທີມ Httpool ແລະ ແພຼັດຟອມເຟສບຸກເຊັ່ນກັນ,” ກ່າວໂດຍ ທ່ານ ເຈດຕະນາ ວຽງສາລີ (ໂບ້)ຜູ້ບໍລິຫານບໍລິສັດ ບິສຈິຕອລ (BIZGITAL Agency)

“ບັນດາທີມງານຜູ້ຊ່ຽວຊານຂອງ Httpool ມີຄວາມເປັນມືອາຊີບ ແລະ ມີຄວາມຫ້າວຫັນສູງໃນການແກ້ໄຂບັນຫາ ແລະ ຄົ້ນຄວ້າຫາທາງອອກດ້ວຍຜົນງານທີ່ໜ້າປະທັບໃຈ. ປະກອບກັບບຸກຄະລິກທີ່ເປັນມິດ ແລະ ເຂົ້າຫາໄດ້ງ່າຍ, ພວກເຮົາຮູ້ສຶກສະບາຍໃຈທຸກຄັ້ງທີ່ຈະຂໍຄວາມຊ່ວຍເຫຼືອຈາກທາງເພິ່ນ ແລະ ພວກເຮົາກໍ່ໝັ້ນໃຈວ່າບັນດາບໍລິສັດແລະລູກຄ້າອື່ນໆກໍ່ມີຄວາມຮູ້ສຶກດຽວກັນ,” ກ່າວໂດຍ ທ່ານ ເກດສະດາ ກຸລາບຸດ (ແຄັດດີ້), ຜູ້ຈັດການດ້ານສື່ໂຄສະນາ, ບໍລິສັດ ເບຍລາວ ຈໍາກັດ.

“Httpool ໄດ້ໃຫ້ການຊ່ວຍເຫຼືອທີ່ເປັນປະໂຫຍດສູງ ແລະ ສະໜອງຂໍ້ມູນພ້ອມແລກປ່ຽນຄວາມຮູ້ເພື່ອປັບປຸງແຜນການໂຄສະນາຂອງພວກເຮົາ,” ກ່າວໂດຍ ທ່ານນາງ ລັດສະໝີ ທໍາມະວົງ (ນົກ)ຜູ້ຈັດການດ້ານການຕະຫຼາດບໍລິສັດ ສະຕາ ໂທລະຄົມ ຈຳກັດ (ຢູນເທວຢູ ມັນນີ).

ເຊື່ອມໂຍງ ແລະ ພັດທະນາລະບົບນິເວດດິຈິຕ້ອນພາຍໃນປະເທດ:

Httpool ເປັນບໍລິສັດໜຶ່ງທີ່ມີຜົນງານພົ້ນເດັ່ນລະດັບໂລກຕະຫຼອດໄລຍະເວລາ 20 ປີ ຂອງການດຳເນີນທຸລະກິດ. ບໍລິສັດມຸ່ງໝັ້ນທີ່ຈະເຊື່ອມໂຍງລະບົບນິເວດທາງດິຈິຕ້ອນໂດຍເຮັດໜ້າທີ່ເປັນຕົວເຊື່ອມຕໍ່ລະຫວ່າງຜູ້ເຮັດໂຄສະນາແລະແພຼັດຟອມທາງດິຈິຕ້ອນ.

ດ້ວຍຜົນງານທີ່ພົ້ນເດັ່ນແຕ່ປີ 2020 ເປັນຕົ້ນມາ, ທີມງານຂອງ Httpool ລາວ ໄດ້ມຸ່ງໝັ້ນສືບຕໍ່ເຮັດວຽກຢ່າງໜັກເພື່ອຊຸກຍູ້ພັກດັນທຸລະກິດແລະໃຫ້ຄວາມຮູ້ແກ່ລຸກຄ້າທຸກໆທ່ານເພື່ອໃຫ້ສາມາດໄດ້ຮັບຜົນປະໂຫຍດແລະໂອກາດສູງສຸດໃນການນໍາໃຊ້ເຟສບຸກເພື່ອເຮັດການໂຄສະນາ.

ສອບຖາມຂໍ້ມູນເພີ່ມຕື່ມ, ກະລຸນາຕິດຕໍ່:

ທ່ານນາງ ຣູຊາ ບາເລກາ (Rucha Bhalekar) | ຜູ້ຈັດການດ້ານການຕະຫຼາດ, APAC| [email protected]

ກ່ຽວກັບ Httpool

Httpool ແມ່ນບໍລິສັດໃນເຄືອຂອງ Aleph Holding, ເຊິ່ງເປັນຕົວແທນໃຫ້ແກ່ແພຼັດຟອມທາງດ້ານສື່ດິຈິຕ້ອນແຖວໜ້າໃນພູມິພາກເອີຣົບ ແລະ ອາຊີ. Httpool ໄດ້ມີສ່ວນຊ່ວຍໃນການເຕີບໃຫຍ່ແລະຂັບເຄື່ອນຜົນສໍາເລັດທາງທຸລະກິດໃຫ້ກັບຜູ້ເຮັດໂຄສະນາແບບດັ້ງເດີມ ແລະ ແບບສາກົນໃນຫຼາຍກວ່າ 30 ປະເທດ. ດ້ວຍການນໍາໃຊ້ນະວັດຕະກໍາທາງເຕັກໂນໂລຊີ,

ວິທີແກ້ໄຂຜົນການດໍາເນີນງານ, ທີມງານສະເພາະທີ່ມີຄວາມຊໍານິຊໍານານ ແລະ ຄວາມຮູ້ທີ່ກວ້າງຂວາງກ່ຽວກັບປະເທດຕ່າງໆ, Httpool ໄດ້ຊ່ວຍໃຫ້ຜູ້ເຮັດໂຄສະນາສາມາດເຊື່ອມຕໍ່ກັບກຸ່ມເປົ້າໝາຍຂອງພວກເຂົາເຈົ້າດ້ວຍວິທີທີ່ມີປະສິດຕິພາບສູງສຸດ, ພ້ອມທັງສ້າງຜົນຕອບແທນຈາກການລົງທຶນໂຄສະນາໃຫ້ສູງທີ່ສຸດຢ່າງຕໍ່ເນື່ອງ. ບັນດາແພຼັດຟອມດ້ານສື່ເຊັ່ນ: Facebook, Spotify, Twitter, LinkedIn, Snapchat, Warner Music, Outbrain, ແລະ Brainly ໄດ້ແຕ່ງຕັ້ງໃຫ້ Httpool ເປັນຄູ່ຮ່ວມຄ້າດ້ານການຂາຍໂຄສະນາແບບເອັກສ໌ຄລູຊີບສຳລັບປະເທດຕ່າງໆໃນທະວີບເອີຣົບ ແລະ ອາຊີ. Httpool ມີສຳນັກງານໃຫຍ່ຕັ້ງຢູ່ປະເທດອັງກິດ ແລະມີຫ້ອງການຢູ່ທົ່ວເອີຣົບກາງ (Central Europe), ກຸ່ມປະເທດ the Nordics, Baltics and Balkans, Russia & CIS and Asia-Pacific. Aleph ເປັນຕົວແທນໃຫ້ແກ່ແພຼັດຟອມຍັກໃຫຍ່ລະດັບໂລກຫຼາຍກວ່າ 20 ແພຼັດຟອມໃນຫຼາຍກວ່າ 50 ປະເທດທົ່ວໂລກ.

www.httpool.com

Httpool Laos celebrates a momentous milestone, our first year in business!

Laos: Httpool, an Aleph Holding company, the largest global partner of major media platforms, celebrated its first anniversary in Laos this month. Setting up an office amidst the pandemic to execute over 8.600 plus campaigns on Facebook has been an exciting start. Httpool is currently acting as Facebook Authorized Sales Partner, supporting agencies and brands with their advertising efforts on the global giant platform.

As the most important digital platform in Laos, Facebook is used by approximately 3,4 million people (source: https://datareportal.com/reports/digital-2021-laos?rq=laos). It is also the best channel for local businesses to reach out to consumers, share offers, informing them of new products, and raise brand awareness.

Support, Expertise, and Education

Httpool’s Facebook platform expert teams provide value-added advantages like campaign consultation, troubleshooting, creative, media and measurement best practices, and education webinars free of cost to all partner advertisers working with us to use the platform most efficiently.

“The digital rising and consumer development in Laos leaves a great opportunity for brands to grow, especially through the digital segment. Representing an essential platform like Facebook is a great opportunity, but also a great responsibility,” states Shuhel Pistawala, Httpool Facebook Lead for Indo-China.

“Our first year was fantastic and great cooperation with agencies and clients, we have learned a lot from each other every single day to improve our performances, and we are still doing so. We are super excited to keep bringing the latest Facebook advertising solutions to Laos and also happy to share consultancy offerings to agencies and clients to reach better every day.  Our commitment towards bringing digital literacy within the country will continue to grow in 2021,” states Vannaleth Phimphachanh (Tong), Client Partner Lead – Httpool Laos.

Httpool’s team in Laos is currently serving more than 90 brands across various industries like media, healthcare, CPG, entertainment, finance, e-commerce, education, and more. The market is being serviced and supported by 25 + dedicated digital specialists based locally and regionally in India, Myanmar, and Cambodia.

“Httpool is like a Facebook office in Laos. Httpool team is a very responsive and devoted business partner for any digital agency in the country,” states Donavan Siron, General Manager, Digital Monkey Agency.

“Httpool is always our first-hand support that we will reach out to if there are any issues that we cannot find out the solutions for our clients. And we are happy that during the previous year there are no big issues that both teams couldn’t find out the solutions to. So far so good for us and hope to learn more from the Httpool team and Facebook platform as well,” states Jettana Viengsaly (Bo), Chief Executive Officer, BIZGITAL Agency

“Httpool experts are truly professional and proactive in handling issues and sorting out solutions with impressive results. With their friendly and approachable personality, we are super comfortable to ask for support, and we are sure other agencies and partners should feel the same,” states Ketsada Koulabouth (Catdy), Media Manager, Lao Brewery Co., Ltd.           

“Httpool is very supportive and has been providing such informative education program to improve our advertising plan,” states Latsamy Thammavong (Nok), Marketing Manager, Star Telecom (Unitel, U Money)

Connecting and nurturing the local ecosystem:

A company with a strong global track record of 20 years, Httpool aims at connecting the digital ecosystem, serving as the link between advertisers and digital platforms.

With a strong sendoff from the year 2020, Httpool’s  Laos team is determined to continue working hard, supporting, and educating all advertisers in the country to help them make the most of the Facebook opportunity.

…………………… (END) ……………………

For any media query, please contact Rucha Bhalekar | Marketing Manager, APAC| [email protected]

About Httpool

Httpool is an Aleph Holding company, representing leading digital media platforms across

Europe and Asia. It supports their growth and drives business results for traditional and

native advertisers across more than 30 markets. Based on their innovative set of technology

and performance solutions, seasoned vertical teams, and extensive market know-how,

Httpool enables advertisers to connect with their audiences in the most effective ways,

consistently maximizing their ROIs. Leading media platforms such as Facebook, Spotify, Twitter, LinkedIn, Snapchat, Warner Music, Outbrain, and Brainly appointed Httpool as their exclusive

ad sales partner across selected European and Asian markets. Httpool is headquartered in the

UK with offices spanning across Central Europe, the Nordics, Baltics and Balkans, Russia & CIS and Asia-Pacific. Aleph brands exclusively represent over 20 major global platforms in more

than 50 markets worldwide.

www.httpool.com

ແບ່ງປັນ