Breaking News

ຄະນະຊ່ຽວຊານແພດຈີນ ພ້ອມອຸປະກອນປ້ອງກັນໂຄວິດ-19 ເດີນທາງມາເຖິງນະຄອນຫຼວງວຽງຈັນແລ້ວ

ແບ່ງປັນ

ຄະນະຜູ້ຊ່ຽວຊານການແພດຈີນພ້ອມອຸປະກອນການແພດໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນແລ້ວ ໃນຕອນບ່າຍວັນທີ 4 ພຶດສະພານີ້ ເພື່ອຊ່ວຍເຫຼືອຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ຢູ່ ສປປ ລາວ.

ໃນໂອກາດກ່າວຕ້ອນຮັບຄະນະຜູ້ຊ່ຽວຊານການແພດຈີນ, ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການຊ່ວຍເຫຼືອທີ່ທັນການ ໃນການສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຂອງ ສປ ຈີນ ໃຫ້ແກ່ ສປປ ລາວ ໃນຄັ້ງນີ້ ແລະ ຄັ້ງທີ່ຜ່ານມາ ເຊິ່ງເປັນການສະແດງເຖິງຄວາມເປັນຫ່ວງເປັນໄຍ ແລະ ຄວາມເອົາໃຈໃສ່ຂອງພັກ, ລັດຖະບານ ແລະ ປະຊາຊົນຈີນ ຢ່າງສະເຫມີຕົ້ນສະເຫມີປາຍ ທີ່ມີຕໍ່ພັກ-ລັດ ແລະ ປະຊາຊົນລາວ ຕະຫຼອດມາ. ພ້ອມນີ້, ລັດຖະບານລາວ ຍັງໃຫ້ຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ການເດີນທາງມາຊ່ວຍເຫຼືອໃນຄັ້ງນີ້ ຈະສາມາດເອົາຊະນະໃນການເເຜ່ລະບາດຂອງພະຍາດໂຄວິດ-19 ຄືຄັ້ງທີ່ຜ່ານມາ ໄດ້ຢ່າງແນ່ນອນ.

ທ່ານ ຈ່ຽງຈ້າຍຕົ່ງ ເອກອັກຄະລັດຖະທູດຈີນປະຈຳລາວ ກ່າວວ່າ: ສອງປະເທດຈີນ-ລາວເປັນຄູ່ຮ່ວມຊາຕາກໍາທີ່ຮ່ວມສຸກຮ່ວມທຸກ ແລະຊ່ວຍເຫຼືອເຊິ່ງກັນແລະກັນ. ເມື່ອໄດ້ຮູ້ຂ່າວວ່າລາວກຳລັງຜະເຊີນກັບການແຜ່ລະບາດຂອງພະຍາດໂຄວິດ-19ຮອບໃໝ່ ເຊິ່ງຖືເປັນໄລຍະທີ່ຫຍຸ້ງຍາກແລະມີຄວາມສ່ຽງສູງແລ້ວ,ແຕ່ພັກ,ລັດຖະບານຈີນ,ກໍຄືຄະນະຜູ້ຊ່ຽວຊານການແພດຈີນກໍໄດ້ຕັດສິນໃຈຢ່າງເດັດຂາດມາໃຫ້ການຊ່ວຍເຫຼືອແກ່ປະຊາຊົນລາວຢ່າງຮີບດວ່ນ ແລະ ທັນການ.
ທ່ານກ່າວຕື່ມວ່າ: ໂດຍຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງຝ່າຍລາວ, ລັດຖະບານຈີນຍັງໄດ້ກຽມອຸປະກອນການແພດຕ້ານພະຍາດໂຄວິດ-19 ອີກຊຸດໜຶ່ງໃຫ້ແກ່ ສປປ ລາວມູນຄ່າ10ລ້ານຢວນ,ເຊິ່ງປະກອບມີຜ້າປິດປາກການແພດ, ຊຸດປ້ອງກັນທາງການແພດ, ເຄື່ອງກວດຫາເຊື້ອພະຍາດ, ວັດຖຸປ້ອງກັນແລະເຄື່ອງປິ່ນປົວອື່ນໆ. ອຸປະກອນເຫຼົ່ານີ້ມີຈໍານວນໜຶ່ງໄດ້ມາພ້ອມກັບຄະນະຜູ້ຊ່ຽວຊານການແພດແລ້ວ, ສ່ວນທີ່ເຫຼືອຈະມາເຖິງສປປລາວດ້ວຍຍົນເໝົາລໍາໃນໄວໆນີ້.

ຂ່າວແຈ້ງວ່າ, ຄະນະຜູ້ຊ່ຽວຊານການແພດຈີນຊຸດນີ້ປະກອບມີ 25 ທ່ານທີ່ເປັນຜູ້ຊ່ຽວຊານໃນດ້ານລະບາດວິທະຍາ, ການຂ້າເຊື້ອ, ກວດກາຈາກຫ້ອງກວດວິເຄາະ, ການຄຸ້ມຄອງການຕິດເຊື້ອ, ພະແນກມໍລະສຸມ ແລະອື່ນໆ. ຄະນະນີ້ຈະປະສານສົມທົບກັບຝ່າຍລາວເພື່ອວາງແຜນຄວບຄຸມແລະປິ່ນປົວ, ຍົກລະດັບວິຊາການແລະຄວາມສາມາດຮັບມືກັບພະຍາດຂອງແພດໝໍ ກໍຄືຄົ້ນຄວ້າແລະວິເຄາະກ່ຽວກັບການແຜ່ລະບາດ.

ຂໍ້ມຸນ: CRI

ແບ່ງປັນ