Breaking News

ນາທີນີ້ມີໃຜແນ່ທີ່ຍັງບໍ່ຮູ້ຈັກຈີຈີ້?

ແບ່ງປັນ

ຂວັນໃຈພາມາສ່ອງ ຄວາມງາມ ແລະ ໜ້າຮັກພ້ອມ Lifestyle ຂອງ ຈີຈີ້ ສີວິໄລ ຈີຈີ້ ຫຼືພອຍໄພລິນ ເລີ່ມເປັນເນັດໄອດໍ້ ແລະ ເປັນທີ່ຮູ້ຈັກມາຕັ້ງແຕ່ອາຍຸ 12 ປີ ຈົນຕອນນີ້ອາຍຸ25ປີແລ້ວ ແລະ ຖານແຟນຄຣັບຍິ່ງເພີ່ມຂຶ້ນ

ຕອນນີ້ ບໍ່ວ່າຈີຈີ້ຈະໂພສຮູບ ຫຼື ເຄື່ອນໄຫວຫຍັງກໍດຶງດູດຄວາມສົນໃຈຈາກຊາວເນັດຢ່າງຫຼວງຫຼາຍ ດ້ວຍຄວາມງາມ, ໜ້າຮັກ ແລະ Lifestyle ການແຕ່ງໂຕຂອງຈີຈີ້ນັ້ນເອງ

ທຸກຮູບທີ່ໂພສລົງຍອດໄລ້ຍອດແຊບໍ່ຕໍ່າກວ່າພັນ ທັງເຟສບຸກ ແລະ ໄອຈີ ຕອນນີ້ຍອດຜູ້ຕິດຕາມໃນເຟສບຸກມີເຖິງ 4 ແສນກວ່າຄົນ ສ່ວນໄອຈີ 6 ແສນກວ່າຄົນ. ແຟນຄຣັບຂອງຈີຈີ້ບໍ່ແມ່ນສະເພາະແຕ່ຄົນລາວຍັງມີຈາກປະເທດເພື່ອນບ້ານ ທັງໜ້າຮັກ ແລະ ງາມ ຂະໜາດນນີ້ໃຜເຫັນກໍຕ້ອງລະລາຍເປັນທໍາມະດາ

ເຮັດໃຫ້ໜຸ່ມໆໃຈບາງເປັນແຖວກັນເລີຍເຮົາຈະເຫັນຮູບຂອງຈີຈີ້ເກືອບທຸກຮູບຈະເປັນສະໄຕລໜ້ານິ້ງ ແຕ່ຄວາມເປັນຈິງຖ້າໃຜຕິດຕາມຈະຮູ້ວ່າຈີຈີ້ເປັນຄົນເວົ້າເກັ່ງຕະຫຼົກເຮຮາເຫັນງາມໆແບບນີ້ບອກເລີຍວ່າຈີຈີ້ບໍ່ໄດ້ຂາຍຄວາມງາມແຕ່ຢ່າງດຽວ ຈີຈີ້ເປັນສາວເກັ່ງຄົນໜຶ່ງເຊິ່ງຈົບຈາກນານາຊາດ ແລະ ຈົບ Fashion Marketing ຈາກປະເທດອັງກິດ ປັດຈຸບັນກໍມີແບຣນເສື້ອຜ້າເປັນຂອງຕົນເອງ.

ແບ່ງປັນ