Breaking News

ໂທລະສັບມືຖືເທຣນໃໝ່ ທີ່ຄົນທັນສະໄໝເລືອກໃຊ້!

ແບ່ງປັນ

ຫຼ້າສຸດ Samsung ໄດ້ເປີດໂຕນ້ອງໃໝ່ຢ່າງ Samsung Galaxy S22 ເຊິ່ງມີທັງໝົດ 3ລຸ້ນຄື S22, S22+ ແລະ S22 Ultra

ເວົ້າໄດ້ວ່າລຸ້ນຫຼ້າສຸດນີ້ໄດ້ແຫກທຸກຂີດຈໍາກັດຂອງໂທລະສັບມືຖືລະດັບ Flagship ທັງດ້ານການປະມວນຜົນ ການອອກແບບ ແລະ ປະສິດທິພາບຂອງກ້ອງ ແລະ ເປັນຄັ້ງທໍາອິດຂອງຕະກູນ S ທີ່ມີບິກ S Pen ຢູ່ໃນໂຕເຄື່ອງເດັ່ນທີ່ສຸດຂອງລຸ້ນນີ້ແມ່ນກ້ອງ ມາພ້ອມກ້ອງຫຼັງຈໍານວນ 4 ຕົວ ໄດ້ມີການປັບປຸງເຕັກນິກການປະມວນຜົນຂອງ PD/AF ເຮັດໃຫ້ຮູບຖ່າຍ ແລະ ວິດີໂອ ໄດ້ຜົນງານລະດັບມືອາຊີບ

ເຕັກໂນໂລຊີກ້ອງຄົມຊັດ ປະສານກັບ AI ທີ່ໃຫ້ຄຸນນະພາບລະດັບຮູບເງົາທີ່ບໍ່ພຽງແຕ່ສາມາດຖ່າຍຮູບກາງຄືນໃນໂໝດ Nightography ໃຫ້ເປັນເລື່ອງງ່າຍ ແຕ່ຍັງເຮັດໃຫ້ການຖ່າຍຮູບບຸກຄົນໃນໂໝດ Portrait ມີຄວາມໂດດເດັ່ນ ແລະ ການຖ່າຍວິດີໂອໃນໂໝດ Cinematic ໄດ້ຄຸນນະພາບອອກມາໃນລະດັບຮູບເງົາເລີຍ

ໜ້າຈໍແບບ Dynamic AMOLED ທີ່ແຈ້ງກວ່າເກົ່າ ແຕ່ປະຫຍັດພະລັງງານຫຼາຍຂຶ້ນ ມາພ້ອມລະບົບ Super fast Charge ທີ່ຊ່ວຍໃຫ້ສາກແບັດຂຶ້ນໄວທັນໃຈສາມາດຫຼຸດ Refresh Rate ໄດ້ລະອຽດຍິ່ງຂຶ້ນຈະຊ່ວຍໃຫ້ປະຫຍັດພະລັງງານໄດ້ດີກວ່າເກົ່າອີກດ້ວຍ

ພ້ອມເປີດໃຫ້ຈອງໄດ້ແລ້ວມື້ນີ້!!!

ແບ່ງປັນ