Breaking News

ແຟຊັ້ນນໍາສະໄຫມທີ່ຄົງໄວ້ເອກະລັກຄວາມເປັນລາວ

ແບ່ງປັນ

ເຖິງເທຣນ ແຟຊັ້ນຈະປ່ຽນໄປຕາມຍຸກຕາມສະໄໝເທົ່າໃດແຕ່ສິ່ງໜຶ່ງທີ່ສາຍແຟຊັ້ນ ແມ່ຍິງລາວຍັງຄົງອະນຸລັກໄວ້ ແລະ ປັບໃຫ້ທັນເທຣນຕະຫຼອດເວລາຄື ຜ້າຈາກຫັດຖະກໍາງານຝີມື ດີໄຊເນີ້ຈຶ່ງໄດ້ຄິດຜະລິດຂອງດີປະເທດລາວ ຄັດສັນອອກມາເປັນທັງເສື້ອຜ້າ, ກະເປົ໋າ, ປັບໃຫ້ເຂົ້າເທຣນທີ່ທັນສະໄໝ, ມີລົດສະນິຍົມ, ມີຄວາມສະມາສ ແລະ ມີສະໄຕລ ປະຍຸກໃຫ້ເຂົ້າກັນກັບຜ້າຫັດຖະກໍາງານຝີມືລາວບ້ານເຮົາ ຂວັນໃຈຄັດມາແລ້ວມີຫຍັງແນ່ໄດ້ເບິ່ງກັນເລີຍ

1 NAREE Collection

 ຜະລິດຕະພັນໂດດເດັ່ນຂອງແບຣນຄືກະເປົ໋າ ຄອນເຊັບຄືມີຄວາມສະມາສ ໃຊ້ໄດ້ກັບທຸກໂອກາດ ນອກຈາກກະເປົ໋າກໍມີເສື້ອຜ້າ ທີ່ຖືຄອນເຊັບຮັກໂລກເປັນມິດຕໍ່ສິ່ງແວດລ້ອມ ຜ້າແມ່ນເຮັດຈາກໄໝໃຍກ້ວຍເປັນການເພີ່ມຄຸນຄ່າໃຫ້ກັບວັດຖຸຸດິບໄຮ້ຄ່າ ທັງນີ້ຍັງເປັນການສົ່ງເສີມສູນແມ່ຍິງພິການໃຫ້ມີລາຍໄດ້ອີກດ້ວຍ.

2 PAILIN

 ດີໄຊເນີ້ລຸ້ນໃໝ່ທີ່ອອກແບບແບຣນເສື້ອຜ້າ ເປັນງານແຟຊັ່ນລຸ້ນໃໝ່ ມີສະໄຕລທັນສະໄໝນໍາເທຣນ ເປັນແນວEveryday look

3 KHANG

ແບຣນນີ້ມີທັງເສື້ອຜ້າ, ແພບ່ຽງ, ກະເປົ໋າ ແລະ ອື່ນໆ ຜະລິດຕະພັນທຸກຢ່າງແມ່ນຈະອະນຸລັກຄວາມເປັນລາວແຕ່ມີການປະສົມປະສານໃຫ້ມີຄວາມທັນສະໄໝ ລວດລາຍແມ່ນສື່ເຖິງຄວາມເປັນລາວ, ວິຖີຊີວິດຂອງຊົນເຜົ່າ.

4 Tom collection

 Collection ໃໝ່ຂອງແບຣນນີ້ຄືກະເປົ໋າເປັນຄອນເຊັບ Working women lifestyle everyday every style ແລະ ແບຣນນີ້ເຂົາຍັງມີເສື້ອຜ້າ ທີ່ເຮັດຈາກຜ້າຝ້າຍລາວເພື່ອສົ່ງເສີມຫັດຖະກໍາລາວ.

5 Yaimaii

ແບຣນນ້ອງໃໝ່ຢ່າງ Yaimaii ເປັນແບຣນເສື້ອຜ້າ ທີ່ຖືຄອນເຊັບເປັນມິດຕໍ່ທໍາມະຊາດ ແລະ ສິ່ງແວດລ້ອມ ເປັນການນໍາເອົາຜ້າຝ້າຍລາວຈາກສີມືຂອງຄົນລາວມາປະຍຸກໃຫ້ມີຄວາມທັນສະໄໝ ແລະ ງົດງາມຫຼາຍ ສາມາດໃສ່ໄດ້ໃນ Everyday look

ແບ່ງປັນ