Breaking News

ທຶນການສຶກສາສໍາລັບຄົນມີຝັນຢາກສຶກສາຢູ້ Hungary

ແບ່ງປັນ

ມື້ນີ້ຂວັນໃຈ ມາແບ່ງປັນຂໍ້ມູນ ຄວາມຮູ້ສໍາລັບໄວໜຸ່ມຍຸກໃຫມ່ຜູ້ມີຄວາມຝັນຢາກໄປສຶກສາຕ່າງປະເທດ ກັບການຂໍທຶນປະເທດລາວ ສູ່ການຮຽນປະເທດ Hungary ເຊິ່ງເປັນອີກ 1 ປະເທດ ຍອດນິຍົມຂອງນັກສຶກສາລາວ ມີໃຫ້ເລືອກຫຼາຍສາຂາການຮຽນຮູ້ ແອັດມິນມາອັບເດດເພຈ ທີ່ຄວນກົດຕິດຕາມໄວ້ ມີທຸກການອັບເດດທັນເຫດການ ມີການແຊປະສົບການ ຂອງຄົນທີ່ປະສົບຄວາມສໍາເລັດ

1 The Laos-Hungary Alumni Club
ເປັນເພຈທີ່ຈະຊ່ວຍໃຫ້ຜູ້ສົນໃຈຢາກສະໝັກທຶນຮຽນຕໍ່ Hungary ໄດ້ຮັບຮູ້ຂໍ້ມູນຕ່າງໆກ່ຽວກັບທຶນຫຼາຍຂຶ້ນ, ມີການອັບເດດເວລາການເປີດຮັບສະໝັກ, ວິທີການກະກຽມກ່ອນສະໝັກທຶນ ແລະ ຍັງມີການແຊປະສົບການການໃຊ້ຊີວິດທີ່ Hungary ຈາກບັນດາອະດີດນັກສຶກສາທີ່ຮວມໂຕກັນ ໂດຍຕັ້ງເປັນ Club house ເພື່ອສົນທະນາແລກປ່ຽນ ພ້ອມທັງເປີດໂອກາດໃຫ້ຜູ້ສົນໃຈໄດ້ຕິດຕໍ່ກັບລູ້ນເອື້ອຍອ້າຍໄດ້ງ່າຍຂຶ້ນ ມີການແບ່ງປັນຄວາມຮູ້ໃນ Clubhouse ຢູ່ເລື້ອຍໆ https://www.facebook.com/LaoHunAlumni

2 Lao Students Association in Hungary
ອີກເພຈໜຶ່ງທີ່ຈະໃຫ້ຄວາມຮູ້ກ່ຽວກັບທຶນຮຽນຕໍ່ປະເທດ Hungary ໂດຍສະເພາະແມ່ນທຶນ Stipendium Hungaricum ຈະບອກທັງເຄັດລັບ ແລະ ຂັ້ນຕອນດີໆໃນການສະໝັກເອົາທຶນ ອັບເດດເວລາເປີດສະໝັກ ນອກນັ້ນຍັງມີການ ພົບປະອະດີດນັກສຶກສາທີ່ຈົບຈາກ Hungary ຕິດຕາມໄວ້ຈະໄດ້ປະໂຫຍດ ແລະ ຄວາມຮູ້ແບບເນັ້ນໆແນ່ນອນhttps://www.facebook.com/LSAH2014

ແບ່ງປັນ