Breaking News

ອາຍຸ 94 ແລ້ວຍັງແຂງແຮງຢູ່!

ແບ່ງປັນ
ແມ່ຕູ້ ສຸດແຂງແຮງ ຝຶກກັງຟູ ມາເປັນເວລາ 90 ປີ ມາຮຽນຮູ້ກັບສູດອາຍຸຍືນຍາວ ແລະ ສຸຂະພາບທີ່ແຂງແຮງຂອງແມ່ຕູ້ຄົນຈີນຜູ້ນີ້. ແມ່ຕູ້ທວດຜູ້ນີ້ຊື່ວ່າ: ຈາງ ເຫີສຽນ ອາໄສຢູ່ໃນເຂດໜິງໄຫ່ ມົນທົນເຈີຈຽງ ລາວໄດ້ເປີດເຜີຍວ່າ: ຝຶກສິລິປະກັງຟູຕັ້ງແຕ່ອາຍຸ 4 ປີໂດຍການແນະນໍາຂອງພໍ່ ແລະ ຝຶກມາເລື້ອຍໆຈົນຮອດອາຍຸ 90 ປີ ຈົນທຸກມື້ນີ ລາວໄດ້ກາຍເປັນທີຮູ້ຈັກ ໃນສາຍາວ່າ “ແມ່ຕູ້ທວດກັງຟູ” ຊຶ່ງລາວຍັງໄດ້ບອກອີກວ່າ: ບ້ານທີ່ລາວອາໄສຢູ່ຕັ້ງແຕ່ຍັງນ້ອຍຖືກເອີ້ນວ່າ: “ບ້ານແຫ່ງສິລະປະການຕໍ່ສູ່” ເພາະຄົນໃນບ້ານຮຽນຝຶກວິຊາກັງຟູກັນໝົດທຸກຄົນ ແລະ ລາວກໍໄດ້ຮຽນສິລະປະການຕໍ່ສູ່ຂັ້ນພື້ນຖານແຕ່ຍັງນ້ອຍໆ.
ລູກຊາຍລາວບອກວ່າ: ແມ່ຂອງລາວນັ້ນຕື່ນແຕ່ເຊົ້າໆເພື່ອບໍລິຫານຮ່າງກາຍ ແລະ ແລ່ນອ້ອມຮອບບ້ານເປັນປະຈໍາ ແຖມຍັງເປັນຄົນດີນໍາອີກ ມັກຊ່ວຍເຫຼືອຜູ້ອຶ່ນແຖມແມ່ຄູ້ທວດຜູ້ນີ້ຍັງເປັນຄົນທີ່ມີອາລົມດີ, ຄິດບວກຕະຫຼອດເວລາ ຈຶ່ງເຮັດສຸຂະພາບທາງກາຍ ແລະ ຈິດໃຈແມ່ຂອງລາວແຂງແຮງເຖິງວ່າ ອາຍຸຈະຮອດ 94 ປີແລ້ວ.
ແບ່ງປັນ