Breaking News

ຕຸກກະຕາຂ້າມເພດ ໂຕທຳອິດຂອງໂລກ

ແບ່ງປັນ
ງານເປີດໂຕກະຕູນເພດຍິງຂ້າມເພດໂຕທໍາອິດຂອງໂລກ ໃນງານເທສະການຂອງຫຼິ້ນນິວຢອກ ທີ່ຈໍາລອງແບບມາຈາກ “ນາງສາວແຈັດ ເຈນນິ່ງ” ນັກກິດຈະກໍາຄົນດັງອາຍຸ 16 ປີ ຜູ້ລົນນະລົງເລື່ອງຄວາມຫຼາກຫຼາຍທາງເພດ ຫຼື LGBTQ ຊຶ່ງເປັນໄວໜຸ່ມຄົນທໍາອິດ ທີ່ໄດ້ຮັບເອກະສານຮັບຮອງຖານະ “ບຸກຄົນຂ້າມເພດ” ຢ່າງເປັນທາງການ. ຊຶ່ງລາວຍັງກ່າວອີກວ່າ: ໂຕກະຕູນໂຕນີ້ເປັນການບອກເລົ່າເລື່ອງດີໆຂອງການເປັນຄົນຂ້າມເພດ ແລະ ລາວເອງເປັນຄົນມັກຫຼິ້ນກະຕູນມາແຕ່ຕອນຍັງນ້ອຍແລ້ວ ເພາະມັນເປັນວິທີທີ່ດີໃນການບອກໃຫ້ພໍ່ແມ່ຮູ້ວ່າລາວເປັນຜູ້ຍິງ ເປັນການສະແດງຕົວຕົນທີ່ສະທ້ອນອອກມາ ຊຶ່ງມັນສໍາຄັນຕໍ່ການປ່ຽນແປງທາງຊີວິດ. ຊຶ່ງກະຕູນຂ້າມເພດຈະວາງຂາຍໃນຕົ້ນເດືອນ ມິຖຸນາ ໂດຍຂາຍທາງອອນໄລ໌ ແລະ ຮ້າຍຄ້າບາງຮ້ານເທົ່ານັ້ນ ໃນລາຄາ 90 ໂດລາ-100 ໂດລາ.
ແບ່ງປັນ