Breaking News

ອົງການ UNICEF ສຸມໃສ່ 7 ແຜນງານໃຫຍ່ (ມີຄຼິບ)

ແບ່ງປັນ

ຕ້ອນຮັບຢ່າງອົບອຸ່ນ! ຣາຊີນີປະເທດແບນຊິກຢ້ຽມຢາມ ສປປ ລາວ

ພະຣາຊີນີ ມາທິນເດີ ແຫ່ງປະເທດແບນຊິກ ປະທານກິດຕິມະສັກຄະນະກໍາມະການແຫ່ງຊາດ ສໍາລັບອົງການອຸຍນີເຊັບຂອງປະເທດແບນຊິກ ພ້ອມດ້ວຍຄະນະ ໄດ້ເດີນ ທາງຢ້ຽມຢາມ ສປປ ລາວ ແຕ່ວັນທີ 20-23 ກຸມພາ 2017 ໃນຂອບການຮ່ວມມືຂອງອົງການ ອຸຍ ນິເຊັບ ໃນໂອກາດນີ້ ທ່ານນາງ ບົວຈັນ ສີຫານາດ ຮອງປະທານສູນກາງສະຫະພັນແມ່ຍິງລາວ ແລະ ທ່ານ ນາງ ຮົງເວຍ ກາວ ຜູ້ຕ່າງໜ້າ ອຸຍນິເຊັບ ປະຈຳ ສປປ ລາວ ໄດ້ນຳພາຄະນະ ພະລາຊີນີ ແຫ່ງ ປະເທດແບນຊິກເຂົ້າຢ້ຽມຂໍ່ານັບ ທ່ານ ພັນຄໍາ ວິພາວັນ ຮອງປະທານປະເທດ, ເຂົ້າພົບປະທ່ານ ນາງ ຄຳເພົາ ເອີນທະວັນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ທ່ານ ນາງ ອິນລາວັນ ແກ້ວ ບຸນພັນ ປະທານສູນກາງສະຫະພັນແມ່ຍິງລາວ ການພົບປະໃນຄັ້ງນີ້ ທັງສອງຝ່າຍ ແມ່ນໄດ້ປຶກສາ ຫາລືກ່ຽວກັບ ແຜນການຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການອຸຍນິເຊບ ໂດຍສະເພາະການສະໜັບສະໜູນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VIII ຂອງລັດ ຖະບານ ໂດຍສະເພາະການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ, ເພື່ອກ້າວໄປສູ່ການຫຼຸດພົ້ນອອກຈາກສະຖານະພາບຂອງປະເທດດ້ອຍພັດທະນາ
ນອກຈາກນີ້, ການຢ້ຽມຢາມຂອງພະຣາຊິນີ ມາທິນເດີ ໃນຄັ້ງນີ້ ແມ່ນເປັນຄັ້ງທຳອິດຂອງລາຊະ ວົງແບນຊິກ. ເຊິ່ງສົມເດັດພະລາຊິນີ ກໍສະແດງຄວາມຂອບອົກຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຂອງ ສປປ ລາວ ແລະ ຕີລາຄາສູງ ຕໍ່ກັບການຮ່ວມມື ລະຫວ່າງ ອົງການອຸຍນິເຊບ ແລະ ສປປ ລາວ ຕະຫຼອດໄລຍະທີຜ່ານມາ, ອົງການອຸຍນິເຊບ ໄດ້ຈັດຕັ້ງປະຕິບັດແຜນງານສົກປີ 2012-2016 ເປັນມູນຄ່າລວມເຖິງ 49 ລ້ານກ່ວາໂດລາສະຫະລັດ ແລະ ສຳລັບສົກປີ 2017-2021 ລວມເປັນມູນຄ່າ 70,5 ລ້ານໂດລາສະຫະລັດ ໂດຍຈະສຸມໃສ່ 7 ແຜນງານໃຫຍ່ ຄື: ການປົກປ້ອງທາງດ້ານສັງຄົມ, ການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດ, ດ້ານການສຶກສາ, ດ້ານສາທາລະນະສຸກ ແລະ ດ້ານນ້ຳສະອາດ, ດ້ານໂພຊະນາການ, ສະຖາບັນການສຶກສາ ແລະ ນະໂຍບາຍ ແລະ ຄວາມຍຸຕິທຳ.
ໃນການຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ພະຣາຊິນີ ມາທິນເດີ ຈະໄດ້ເດີນທາງໄປຢ້ຽມຢາມ ແລະ ຕິດຕາມໂຄງການ ທີ່ໄດ້ຈັດຕັ້ງປະຕິບັດ ລະຫວ່າງ ສປປ ລາວ ແລະ ອົງການອຸຍນິເຊບ ທີ່ແຂວງສາລະວັນ ແລະ ແຂວງ ຈຳປາສັກ ໂດຍການນຳພາຂອງ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານສູນກາງສະຫະພັນແມ່ຍິງ.

ຄະນະ ພະລາຊີນີ ແຫ່ງ ປະເທດແບນຊິກເຂົ້າຢ້ຽມຂໍ່ານັບ ທ່ານ ພັນຄໍາ ວິພາວັນ ຮອງປະທານປະເທດ (ຄຼິບຈາກ ຂ່າວສານປະເທດລາວ)

ແບ່ງປັນ